ຕະຫລາດໃຫຍ່ ເປັນຕະຫລາດປະຈຳເມືອງສິງ ສະໄໝກ່ອນເປັນຕະຫລາດທີ່ມີການຊື້ຂາຍຝິ່ນທີ່ໃຫຍ່ທີ່ສຸດໃນສາມຫລ່ຽມຄຳ ປະຈຸບັນເປັນຕະຫລາດຈຳໜ່າຍອາຫານ ເສື້ອຜ້າ ແລະ ຂອງໃຊ້ຕ່າງໆ. ສ່ວນຫຼາຍນຳເຂົ້າມາຈາກຈີນ ແລະ ຍັງເປັນຕະຫລາດຊື້ຂາຍແລກປ່ຽນສິນຄ້າຂອງຊົນເຜົ່າຕ່າງໆ.