ດ່ານຊາຍແດນສົບຮຸນ-ໄຕຈາງ

ໄລຍະທາງ 26 ກິໂລແມັດ ຈາກເມືອງໃໝ່ ດ່ານຊາຍແດນຕັ້ງຢູ່ເທິງຍອດພູທາງຝັ່ງລາວຄື “ດ່ານສົບຮຸນ” ເບິ່ງໄປແຕ່ໄກຈະເຫັນ “ດ່ານໄຕຈາງ” ຂອງຫວຽດນາມ ຊຶ່ງຕັ້ງຢູ່ເທິງພູອີກລູກໜຶ່ງ ໄລຍະທາງປະມານ 3 ກິໂລແມັດ ຫ່າງຈາກຕົວເມືອງດຽນບຽນຟູປະມານ 35 ກິໂລແມັດ ຫາກຕ້ອງການຕໍ່ລົດເພື່ອໄປຍັງຊາປາ ລົດໂດຍສານທ້ອງຖິ່ນຈະອອກໃນເວລາ 6:00 ຂອງທຸກມື້ ຫາກຕ້ອງການນຳລົດສ່ວນຕົວຂ້າມໄປຍັງຫວຽດນາມຈະຕ້ອງຕິດຕໍ່ບໍລິສັດນຳທ່ຽວທ້ອງຖິ່ນ ມາຮັບເພື່ອຂັບລົດນຳທາງ (ກົດຫມາຍວຽດນາມລະບຸ ລົດທີ່ຂັບພວງມາໄລ ຈະຕ້ອງມີບໍລິສັດນຳທ່ຽວທ້ອງຖິ່ນນຳຂະບວນ).