ດິນຈີ່ກາຍເປັນຫີນ(ວັດປ່າໂຊກຄຳແສນ)

ດິນຈີ່ກາຍເປັນຫີນແມ່ນດິນທີ່ ມີອາຍຸຫລາຍປີ ສະສົມ ຈົນເປັນກ້ອນແຂງຕັ້ງ ຢູ່ວັດປ່າໂຊກຄຳແສນ ເມືອງຫນອງບົກ ແຂວງຄຳມ່ວນ ວັດດັ່ງກ່າວໃນປະຈຸບັນ ແມ່ນ ເປັນສູນປະຕິບັດທັມກຳມະຖານຂອງ ພຣະສົງໃນເຂດ ເມືອງຫນອງບົກ ວັດແຫ່ງນີ້ ເປັນວັດເກົ່າແກ່ມີອາຍຸຍືນນານຫລາຍປີ ອາດຈະສ້າງຕັ້ງຂຶ້ນໃນຍຸກການກໍ່ສ້າງ ພຣະທາດພຣະນົມ ກໍ່ເປັນໄດ້ ຍ້ອນສະຖານທີ່ຕັ້ງແມ່ນຢູ່ໃນບໍລິເວນ ດຽວກັນ ແຕ່ຄົນລະຟາກຂອງ ໃນເຂດອານາຈັກສີໂຄດຕະບອງ ເປັນເສັ້ນທາງລະຫວ່າງ ພຣະທາດພະນົມ ໄປຫາວັດພຣະທາດເມື່ອງເກົ່າ ປະຈຸບັນ ເປັນອານາຈັກແຫ່ງສຸດທ້າຍ ທີ່ການເຄື່ອນຍ້າຍອານາຈັກສີໂຄດຕະບອງ ຕາມ ການບອກເລົ່າ ຂອງ ທ່ານ ດຣ ສຸເນດ ໂພທິສານ ນັກບູຮານຄະດີ ທີ່ເຄີຍເປັນອາດີດຜູ້ອຳນວຍການ ຫໍພິພິດທະພັນແຫ່ງຊາດ, ແລະເປັນຜູ້ຂຽນປະຫວັດສາດລາວ, ໄດ້ກ່າວໄວ້ວ່າ: ອານາຈັກສີໂຄດຕະບອງແຫ່ງທຳ ອິດຕັ້ງຢູ່ລະຫວ່າງ ບ້ານຫນອງເຮືອທອງ ເມືອງໄຊບູລີ ກັບບ້ານສະດື ເມືອງໜອງບົກ, ແລ້ວຍ້າຍໄປຕັ້ງບ່ອນ ສ້າງພຣະທາດພຣະນົມ ໃນປະຈຸບັນ, ແລະ ໄດ້ຍ້າຍຫຍັບຂື້ນໄປ ຕັ້ງທີ່ຈັງຫວັດນະຄອນພະນົມປະຈຸບັນ ແລະໃນເຂດນີ້ ຍັງມີດົງຫວ້ານຫລືສວນຫວ້ານ ຂອງພະຍາສີໂຄດ ໃນເຂດນະຄອນພະນົມ, ແລະຍ້ອນນ້ຳຖ້ວມ ຈິ່ງຍ້າຍຂວ້າມມາ ຕັ້ງຢູ່ຝັ່ງທ່າແຂກ ຈົນເຖິງປະຈຸບັນ, ສະນັ້ນ ສິ່ງປຸກສ້າງ ສິ່ງສະຫລັກຫັກພັງຕ່າງໆຈິ່ງມີຢ່ັງຢາຍທົ່ວໆໄປ ເປັນບໍລິເວນກວ້າງຍ້ອນອານາຈັກສິໂຄດຕະບອງເຄີຍເຮືອງອຳນາດ ມີບົດບາດ, ຈິ່ງເຫັນສິ່ງທີ່ເປັນສັນຍາລັກຈົນເທົ້າທຸກວັນນີ້, ການປົກປັກຮັກສາສົ່ງເສິມ ເປັນສິ່ງທີ່ດີ ຄົນທີ່ເປັນເຊື້ອຊາດລາວ ທັງສອງຝາກຝັ່ງແມ່ນ້ຳຂອງ ເຖິງຊິຕັດຂາດທາງສັນຊາດ ແຕ່ເລືອງມໍລະດົກວັດທະນະທຳ ມີຫລາຍອັນຍັງຄົງຮັກສາໄວ້ ໄດ້ດີສົມຄວນ. ສະນັ້ນ ຝາກເຖິງຜູ້ມີອຳນາດມີບົດບາດ ຈົ່ງຊ່ວຍກັນ ຮັກສາມໍລະດົກ ສິ່ງເກົ່າແກ່ ບໍຄວນປ່ອຍປະລະຖິ້ມ. ຍ້ອນເປັນບ່ອນດຶງດູດນັກທ່ອງທ່ຽວ ແລະເປັນເອກະລັກເອກອ້າງ ຄວາມເປັນຊາດ ໄດ້ດີທີ່ສຸດ ເຮັດໃຫ້ເຮົາຮູ້ບ່ອນໄປບ່ອນມາ ຮູ້ຫນ້າຮູ້ຫລັງ.