ດາວວຽງ ບຸດນາໂຄ

ນັກປະພັນເພງ ກາບກອນ ເລື່ອງສັ້ນ ສິລະປິນດີເດັ່ນຂອງຊາດ ສາຂາ ວັນນະກຳ ເກີດປີ 1954 ທີ່ບ້ານຂີ້ນາກ ເມືອງໂຂງ ແຂວງຈຳປາສັກ ຮຽນຈົບວິທະຍາໄລຄູຈຳປາສັກແລ້ວກໍຂຶ້ນມາ “ສ່ຽງໂຊກຜະຈົນຊີວິດ” ທີ່ນະຄອນຫຼວງວຽງຈັນ ໂດຍເລີ່ມຕົ້ນຈາກການເປັນນັກຂ່າວສັງກັດໜັງສືພິມ “ສຶກສາໃໝ່”. ດ້ວຍອຸປະນິດໄສ ໃຈຮ້ອນບໍ່ຍອມຄົນ ແລະແນວຄິດເສລີຈຶ່ງໄດ້ລາຈາກວຽກລັດຖະການມາດຳເນີນຊີວິດແບບເສລີຊົນ, ລ້ຽງຊີບດ້ວຍການເປັນນັກຖ່າຍຮູບ, ການສ້າງຄ້າຍມວຍ, ການແຕ່ງບົດເລື່ອງສັ້ນ, ກະວີ, ບົດເພງ. ຜົນງານຮວມເຫຼັ້ມທີ່ເປັນເລື່ອງສັ້ນແລະບົດກະວີ: ທີ່ລະນຶກ (1990), ຂອງຝາກ, ປຣັຊຍາຫາງອື່ງ, ບັກໂຄນຄົນໄທໃຕ້(ຂຽນຮ່ວມ ປັນຍາ ພັນທະພານິດ), ເຝີຖ້ວຍສຸດທ້າຍ (ພາສາໄທ), ຊີວິດແລະບົດເພງ, ຫິ່ງຫ້ອຍ… ຂຽນເພງປະມານ 300ເພງ (ມີຫຼາຍເພງດັງຊຶ່ງນັກຮ້ອງລາວແລະໄທນຳໄປຮ້ອງ). ຮາງວັນດ້ານການຂຽນ: ໄດ້ຮັບຫຼຽນນາມມະຍົດສິລະປິນດີເດັ່ນສາຂາວັນນະກຳ ໃນປີ 2011 ຈາກລັດຖະບານແຫ່ງສປປ.ລາວ ອຸດົມຄະຕິໃນຊີວິດ: “ ຄົນອື່ນເຂົາອາດຈະມີສຸກກັນດ້ວຍການມີເງິນຫຼາຍ, ມີເຮືອນຫຼັງໃຫຍ່, ມີລົດຄັນງາມໆຂີ່, ມີຖານະຕຳແໜ່ງດີ, ແຕ່ສ່ວນຕົວຂ້າພະເຈົ້າ ເມື່ອໃດໄດ້ຈັບຄັນປາກກາຂີດເນັ້ນໃສ່ໜ້າເຈ້ຍ-ຂຽນບົດປະພັນ,ກັ່ນເປັນກອນກະວີ, ຄົ້ນຄິດ, ອຸທິດປຣັຊຍາຊີວິດເພື່ອຄົນແລ້ວ, ຮູ້ຕົວວ່າຂ້າພະເຈົ້າເປັນສຸກທີ່ສຸດໃນໂລກ”.

- ດາວວຽງ ບຸດ­ນາໂຄ. - ເປັນ­ນັກຂ່າວ ນັກ­ຂຽນເລື່ອງ­ສັ້ນ ບົດກະ­ວີການ­ກອນ - ໂຮມເຣື່ອງ­ສັ້ນ ແລະ­ກະ­ວີ ຊື່ "ທີ່ລະ­ນຶກ" ປີ ໑໙໙໐. - ໂຮມກະ­ວີຊຸດ "ສຸດ­ທີອ່າວ" ປີ ໑໙໙໒. - ໂຮມເຣື່ອງ­ສັ້ນ ຊື່ "ຂອງ­ຝາກ" ປີ ໑໙໙໒. - ປຣັຊຍາ ແສງ­ທຽນ­ຊີວິດ ໑໙໙໔. - ຂຽນເພງ­ລູກ­ທົ່ງ ໝໍລໍາ ຫຼາຍ­ກວ່າ ໕໐໐ ບົດ. ສາວດົງໂດກ, ສາວສີເມືອງ, ຈົດ­ໝາຍ­ລອຍ­ລົມ, ຊີວິດເດັກເສີບ, ຜູ້­ຊາຍ­ປາຍແຖວ, ຊື່ເຫຼົ່ານີ້ ເປັນ­ອາ­ຣະ­ບັ້ມເພງ­ທີ່­ມີຊື່­ສຽງ ແລະ­ເປັນ­ຕໍານານ.

ຊີວິດ­ຂອງເຂົາ - ເກີດເມື່ອວັນ­ທີ ໐໓/໐໘/໕໔ - ທີ່ບ້ານ­ຂີ້­ນາກ(ນາ­ຄະ­ບູຣີ) ເມືອງໂຂງ ແຂວງ­ຈໍາ­ປາ­ສັກ - ພໍ່­ຊື່­ຫຼ່ຽມ ແສງ­ຣາ­ຕຣີ - ແມ່­ຊື່­ຄໍາ­ປິ່ນ ສີອັກ­ສອນ - ມີອ້າຍນ້ອງຮ່ວມ­ກັນ ໑໑ ຄົນr />- ຈົບ­ຊັ້ນປະ­ຖົມ­ປີ ໑໙໖໘ - ຈົບ­ວິຊາ­ຊີບຄຣູຊັ້ນ­ຕົ້ນ ປິ ໑໙໗໓ - ຈົບ­ວິຊາ­ຊີບຄຣູຊັ້ນ­ກາງ ປີ ໑໙໗໙ - ເປັນປະ­ທານສະ­ໂມ­ສອນ­ນັກ­ຂຽນ­ໜຸ່ມ ປີ ໑໙໘໘ - ເປັນ­ໜຶ່ງໃນຄະ­ນະ­ບໍຣິຫານ ສະ­ມາ­ຄົມ­ນັກປະ­ພັນ­ລາວ (ຊຸດ ໑) - ກະ­ວິ ໃນ­ດວງໃຈ (ສານ­ລີບພະ­ສູນ, ກອນຜະ­ຫຍາ­ພື້ນບ້ານ­ລາວ) - ນັກກະ­ວີໃນ­ດວງໃຈ (ລູງມະ­ຫາແກ້ວ ຫົວໂຂງພຣະ­ໃຫຍ່, ທ່ານ­ທອງ­ຄໍາ ອ່ອນມະ­ນີສອນ)