ເປັນເກາະທີ່ມີຂະໜາດໃຫຍ່ທີ່ສຸດໃນເຂດສີ່ພັນດອນ ມີຖານະເປັນເມືອງໜຶ່ງ ຂອງແຂວງຈຳປາສັກ ທີ່ສຳຄັນຄືເປັນ ບ້ານເກີດເມືອງນອນ ຂອງ ທ່ານ ຄຳໄຕ ສີພັນດອນ ອະດີດປະທານປະເທດລາວ ດ້ວຍເນື້ອທີ່ຄວາມຍາວຕັ້ງແຕ່ ບ້ານຫົວຂອງ ເຖິງ ບ້ານຫາງຂອງ ມີໄລຍະທາງ ປະມານ 19 ກິໂລແມັດ ສ່ວນກວ້າງທີ່ສຸດ 8 ກິໂລແມັດ ສາມາດເດິນທາງມາດ້ວຍເຮືອຂ້າມຟາກ ທີ່ທ່າເຮືອ ບ້ານຫາດໄຊຄູນ ຫລື ນຳລົດສ່ວນຕົວຂ້າມທີ່ທ່າເຮືອບັກ ທີ່ບ້ານຫາດ ບໍລິເວນ ຫລັກທີ່ 130 ດອນໂຂງເປັນເມືອງນ້ອຍໆ ສະຫງົບງຽບ ນັກທ່ອງທ່ຽວສ່ວນໃຫຍ່ໃຊ້ເວລາກັບການພັກຜ່ອນ ຫລື ເຊົ່າລົດຈັກທ່ອງທ່ຽວໄປຮອບເກາະ ຊຶ່ງມີແຫລ່ງທ່ອງທ່ຽວທີ່ໜ້າສົນໃຈຄື ວັດພວງແກ້ວ ເປັນວັດທີ່ໄດ້ຮັບການບູລະນະຂຶ້ນໃໝ່ ວັດຈອມທອງ ເປັນວັດເກົ່າແກ່ສ້າງໃນສະໄໝເຈົ້າອະນຸວົງ ໂຄງສ້າງສິມ ກໍ່ດິນຈີ່ໂບກປູນ ພາຍໃນມີພະພຸດທະຮູບເກົ່າທີ່ສວຍງາມ ວັດພູແກ້ວຫລວງ ຢູ່ອີກຟາກໜຶ່ງ ຂອງເມືອງໂຂງປະມານ 5 ກິໂລແມັດໃກ້ກັບເມືອງເສນ ນອກ ຈາກນີ້ບໍລິເວນ ຕະລາດຂອງເມືອງ ໃນຊ່ວງເວລາເຊົ້າຍັງເປັນຈຸດຊື້-ຂາຍປາທີ່ຈັບໄດ້ຈາກໃນແມ່ນ້ຳຂອງ.