ດອນຄອນ/ດອນເດດ

ເປັນອີກ 2 ເກາະທີ່ໄດ້ຮັບຄວາມນິຍົມຂອງນັກແບກເປ້ທ່ອງທ່ຽວທົ່ວໂລກ ສາມາດຂີ່ເຮືອຂ້າມຟາກມາຈາກບ້ານນາກະສັງ ປະມານຫລັກທີ່ 141 ໄປສູ່ດອນເດດ ຫລື ດອນຄອນ ຊຶ່ງທັງສອງເກາະ ບໍ່ສາມາດນຳລົດໃຫຍ່ຂ້າມໄປໄດ້ ຕ້ອງຫາບ່ອນຝາກລົດເອົາໄວ້ແລ້ວຂີ່ເຮືອຂ້າມໄປ ເກາະຂະໜາດນ້ອຍ 2 ເກາະນີ້ເຊື່ອມຕໍ່ກັນດ້ວຍຂົວ. ດອນເດດຢູ່ທາງເຫນືອ ດອນຄອນຢູ່ທາງໃຕ້ ປັດຈຸບັນທັງດອນເດດແລະດອນຄອນມີຫົນທາງຄອນກຼີດໄປມາສະດວກທັງ 2 ເກາະເຕັມໄປດ້ວຍກິ່ນອາຍ ຂອງບ້ານເຮືອນເກົ່າສະໄໝອານານິຄົມຝຣັ່ງ ມີຫາດຊາຍຫລາຍແຫ່ງ ທີ່ບໍ່ສາມາດລົງຫລິ້ນນ້ຳໄດ້ ເຮືອນພັກບັງກະໂລລາຄາປະຫຍັດແບບທຳມະຊາດ ແລະ ໂຮງແຮມທີ່ໄດ້ວິວນ້ຳຂອງລາຄາບໍ່ເກີນ800.000ກີບຕໍ່ຄືນ ມີຮ້ານກິນດື່ມກາງຄືນກະຈາຍຢູ່ທັ່ວທັງເກາະ ຖືເປັນສະຫວັນຂອງນັກທ່ອງທ່ຽວທີ່ຕ້ອງການມາພັກຜ່ອນແລະມາປາຕີ້ຢ່າງແທ້ຈິງ ແຫລ່ງທ່ອງທ່ຽວທີ່ໜ້າສົນໃຈເຊັ່ນ: ທາງລົດໄຟເກົ່າ ແລະ ຊາກຫົວລົດໄຟ ຂົວທີ່ສ້າງໃນສະໄໝຝຣັ່ງ ນ້ຳຕົກນ້ອຍໃຫຍ່ທີ່ມີເປັນຈຳນວນຫລາຍ.