ດຣ.ທອງຄຳ ອ່ອນມະນີສອນ

ຊີວະປະຫວັດຫຍໍ້ ດຣ. ທອງຄຳ ອ່ອນມະນີສອນ ເກີດ ວັນທີ 5 ກັນຍາ 1949 ທີ່ບ້ານ ອຸທຸມໃຫມ່ ເມືອງ ສຸຂຸມາ ແຂວງ ຈຳປາສັກ. ປັດຈຸບັນຢູ່ບ້ານ ດົງປ່າແຫລບ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ. ບ່ອນປະຈຳການ: ກະຊວງຖະແຫລງຂ່າວ ແລະ ວັດຖະນະທຳ. ອະດີດຫົວຫນ້າກົມວັນນະຄະດີ ແລະ ວັດທະນະທຳ ມະຫາຊົນ. ເຂົ້າຮ່ວມການປະຕິວັດ ເມື່ອວັນທີ 1 ສິງຫາ 1974 ທີ່ຊຳເຫນືອ ເມືອງວຽງໄຊ. ເຂົ້າຊາວຫນຸ່ມວັນທີ 1 ກໍລະກົດ 1976. ເຂົ້າສັງກັດລັດວັນທີ 1 ມິຖຸນາ 1980. ເຂົ້າກຳມະບານ ວັນທີ 5 ກຸມພາ 1982. ເຂົ້າພັກສຳຮອງ ເມື່ອວັນທີ 16 ທັນວາ 1991 ເຂົ້າພັກສົມບູນເມື່ອວັນທີ 13 ທັນວາ 1992. ລະດັບການສຶກສາ: ປະລິນຍາເອກສາຂາວິຊາ ວິທະຍາສາດສິລະປະ ແລະ ວັນນະຄະດີ ໃນຫົວຂໍ້ ”ສາຍພົວພັນ ລະຫວ່າງວັນນະຄະດີກັບສິລະປະກຳລາວ”.

ການເຄື່ອນໄຫວສ້າງຜົນງານລະຫວ່າງປີ 1975 ຫາ 2008 1975 - 80 ຮຽນຢູ່ມະຫາວິທະຍາໄລເອີດເວີດໂລ່ຣານ ປຸດາແປັດ ຮົງກາຣີ ໃນສາຂາວິຊາພາສາສາດ ແລະ ວັນນະຄະດີ.

1976: ໄດ້ເປັນສະມາຊິກຊາວຫນຸ່ມປະຊາຊົນປະຕິວັດລາວ ແລະ ປະທານນັກສຶກສາລາວ ປະຈຳປະເທດຮົງກາລີ.

1980: ຈົບປະລິນຍາໂທ ແລະ ກັບຄືນປະເທດຊາດ. ເຂ້ົາເຮັດວຽກປະຈຳຄະນະກຳມະການຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາ.

1983: ໄດ້ໄປສຶກສາຄົ້ນຄວ້າເອົາປະລິນຍາເອກ ທີ່ປະເທດຮົງກາລີເປັນເວລາ 4 ປີ.

1987: ສຳເລັດການຄົ້ນຄວ້າ ແລະ ຮັບປະລິນຍາເອກ. ໄດ້ກຳຄືນປະເທດຊາດ ແລະ ໄດ້ຖືກແຕ່ງຕັ້ງເປັນຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດສັງຄົມ ກະຊວງສຶກສາ.

1990: ໄດ້ຖືກຍົກຍ້າຍໄປສັງກັດຢູ່ກະຊວງຖະແຫລງຂ່າວ ແລະ ວັດທະນະທຳ ຖືກແຕ່ງຕັ້ງເປັນຫົວຫນ້າກົມວັນນະຄະດີ ແລະ ເປັນເລຂາທິການສະມາຄົມມິດຕະພາບລາວ-ປາແລັດສະຕິນ.

1991: ເປັນຮອງປະທານສະມາຄົມນັກປະພັນລາວ.

1992: ເປັນປະທານສະມາຄົມນັກປະພັນລາວ.

1993: ໄດ້ຖືກແຕ່ງຕັ້ງເປັນເລຂາຫນ່ວຍພັກ ແລະ ຄະນະພັກຮາກຖານຂົງເຂດບໍລິຫານກະຊວງ ແລະ ເປັນຫົວຫນ້າກົມວັນນະຄະດີ-ວັດທະນະທຳ ມະຫາຊົນກ

1994: ໄດ້ຖືກແຕ່ງຕັ້ງເປັນກຳມະການບໍລິຫານງານສະມາຄົມມິດຕະພາບລາວ-ໄທ.

1995: ເປັນຮອງຫົວຫນ້າຄະນະກຳມະການສະເພາະກິດຄົ້ນຄວ້າ ພາສາລາວ. ໄດ້ຖືກເລືອກຕັ້ງເປັນເລຂາຫນ່ວຍພັກກົມວັນນະຄະດີ ແລະ ວັດທະນະທຳມະຫາຊົນອີກເທື່ອໃຫມ່. ໄດ້ຖືກເລືອກຕັ້ງເປັນຄະນະກຳມະການກະກຽມຮ່າງມະຕິຂອງສູນກາງພັກ ວ່າດ້ວຍການພັດທະນາຊັບພະຍາກອນມະນຸດ. ໄດ້ໄປຮຽນແນວທາງນະໂຍບາຍຂອງພັກຢູ່ໂຮງຮຽນທິດສະດີຊັ້ນສູງພັກລັດ 2 ຄັ້ງ.

1996 ໄດ້ຖືກເລືອກຕັ້ງເປັນຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຂອງພັກປະຊາຊົນ ປະຕິວັດລາວຄັ້ງທີ VI.

ຜົນງານດ້ານການພັດທະນາວັດທະນະທຳ 1995 - 1997: ໄດ້ຂຽນເອກະສານວ່າດ້ວຍການອະນຸລັກປົກປັກຮັກສາ ແລະ ພັດທະນາວັດທະນະທຳ ເພື່ອນຳໃຊ້ເປັນບົດປາຖະກະຖາ ແລະ ເປັນຄູ່ມືໃນການໂຄສະນາເຜີຍແຜ່ວັດທະນະທຳລາວ. ໄດ້ສ້າງໂຄງການບ້ານວັດທະນະທຳ ແລະ ເອກະສານວ່າດ້ວຍການສ້າງບ້ານວັດທະນະທຳ ແລະ ສູນວັດທະນະທຳເດັກ. ຊີ້ນຳນຳພາສ້າງໂຄງການໃບລານລາວ-ເຢຍລະມັນ ແລະ ໂຄງການໃບລານລາວ-ຝະຣັ່ງ. ພິເສດໄດ້ສ້າງລະບຽບຄຸ້ມຄອງວັດທະນະທຳ.

ຜົນງານດ້ານການຄົ້ນຄວ້າຮຽບຮຽງ ແລະ ຂຽນປຶ້ມຕ່າງໆ 1. ອຸທິຍານກະວີ 1984 2. ໄປຕາມທາງຂອງພັກ 1984 3. ປຶ້ມກະວີຮ່ວມກັບນັກປະພັນຄົນອື່ນໆ- ຫອມກິ່ນຈຳປາ 1987 4. ວັດຈະນານຸກົມພາສາລາວ 1992 5. 40 ປີ ມະຫາໄຊ 1995 5. ຮັກຈາກໄຈ 1995 6. 40 ມະຫາໄຊ 1995 7. ບັນທຶກໃນຄຸກຂອງປະທານໂຮ່ຈີມິນ (ແປ ເປັນກອນລາວ) 1995 8. ສຸພາສິດສອນໃຈເຫລັ້ມ I 1995 ແລະ II 1996 9. ພູມປັນຍາສຽວສະຫວາດ 1997 10. ນິທານ ສຸພາສິດ 39 ເລື່ອງ 1997 11. ພາສາລາວສັບ ແລະ ຄວາມຫມາຍ 1997 12. ເພື່ອຮັກເພື່ອນາງ (ກະວີນິພົນທີ່ໄດ້ຮັບລາງວັນ ຊີໄຣ ປະຈຳປີ 1998) 13. ມໍລະດົກລຳສີພັນດອນ-ລຳໂສມ 1998 14. ປະທີບໃຈ 1999 15. ເສັ້ນທາງສາຍທຳ 2000 16. ຊີໄຣລຳລຶກ 2000 17. ຄົມເດັດເຜັດເຄັມ 2004, ພິມຄັ້ງທີ2 ວັດຈະນານຸກົມພາສາລາວ 2008 ຈຸດພິເສດ ນັບແຕ່ປີ 1975 ເປັນຕົ້ນມາຈົນຮອດປີ 2008 ດຣ.ທອງຄຳ ອ່ອນມະນີສອນ ເພີ່ນໄດ້ສືບຕໍ່ຂຽນບົດກະວີປຸກລະດົມ ແລະ ຜັນຂະຫຍາຍແນວທາງຂອງພັກເຂົ້າໃນການເຄື່ອນໄຫວປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ຢ່າງບໍ່ຂາດໄລ.

ຍັງມີຂໍ້ມູນອີກ

ສຳລັບຂໍ້ມູນຈຳນວນຫນຶ່ງທີ່ເປັນພາສາອັງກິດ ກ່ຽວກັບ ດຣ. ທອງຄຳ ອ່ອນມະນີສອນ Dr Thongkham Onemanisone (b 1949) was the first Lao writer to receive the prestigious SEAWrite Award in 1998 for his work Pheua Hak Pheua Nang ('For Love for Her'). Thongkham Onemanisone (Tim D oling)Dr Thongkham's numerous other works include Phoum Pannya Siawsawat ('Siawsawat's Wisdom', 1997), Nithan Suphasit ('39 Moral Tales', 1997), Dhamma's Path Poems (2000), The Memory of SEAWrite Award Poems (2000) and Sharp, Decisive, Hot and Salty Poems (2004); the Lao Language Dictionary (1992) and Lao Language: Terms and Meanings (1997); contributions to various collections; and a great number of poems and articles featured in daily newspapers and magazines. Now retired from the post of Director of the Ministry of Information and Culture's Department of Literature and Mass Culture, Dr Thongkham is a founder member and former Chairperson of the Lao Writers’ Association; he currently works as a columnist for Van Athit Weekly, Wattanatham (Culture) Magazine and Vannasin Magazine.

ແຫລ່ງ: ດຣ.ທອງສັມລິດ ອ່ອນມະນີສອນ