ຄວາມຝັນສິບຫົກຂໍ້ຂອງພະເຈົ້າປະເສນທິໂກສົນ

ຄັ້ງສະໄໝພຸດທະການທີ່ເມືອງໂກສົນ,ມີພະເຈົ້າອົງໜຶ່ງຊື່ວ່າພະເຈົ້າປັດເສນທິໂກສົນເກີດຄວາມຝັນປະຫຼາດສິບຫົກຢ່າງຈຶ່ງໄດ້ເອົາຄວາມຝັນເຫຼົ່ານີ້ໄປແຈ້ງແກ່ໂຫນຫຼວງຊາບ,ພໍເມື່ອໂຫນຫຼວງໄດ້ຄໍານວນຕາມເວລາແລະເນື້ອຫາຂອງຄວາມຝັນແລ້ວກໍ່ໄດ້ແຈ້ງແກ່ພະເຈົ້າປັດເສນທິໂກສົນວ່າຄວາມຝັນນັ້ນເປັນການແຈ້ງຂ່າວລ່ວງໜ້າຂອງເທບພະເຈົ້າມາຫາທ່ານ,ໃນອີກບໍ່ດົນນັບຈາກນີ້ໄປໃນພາຍໜ້າເຈັດປີຈະມີໄພພິບັດເກີດຂຶ້ນແກ່ເມືອງດັ່ງກ່າວເຮັດໃຫ້ປະຊາຊົນແລະພະເຈົ້າແຜ່ນດິນພ້ອມກັບເຄືອຍາດທຸກຄົນຕ້ອງເຖິງແກ່ຄວາມຕາຍ.ເພື່ອປ້ອງກັນບໍ່ໃຫ້ເຫດຮ້າຍນີ້ເກີດຂຶ້ນຈະຕ້ອງເຮັດການບູຊາຍັນໃຫຍ່ດ້ວຍຫົວຂອງຊ້າງ,ມ້າ,ງົວ,ແບ້,ເດັກຊາຍແລະເດັກຍິງຢ່າງລະລ້ອຍຈຶ່ງຈະພົ້ນໄພ.

ເມື່ອພະເຈົ້າປັດເສນພິຈາລະນາແລ້ວຈຶ່ງເຫັນວ່າການກະທໍານັ້ນຖືກຕ້ອງແລ້ວ,ເປັນການເສຍໜ້ອຍເພື່ອຮັກສາຫຼາຍໄວ້.ເມື່ອແນ່ຊັດແລ້ວທ່ານກໍ່ໄດ້ສັ່ງໃຫ້ມີການກຽມເຄື່ອງບູຊາຍັນໃຫ້ຄົບ,ໃນວັນຖ້ວນເຈັດນັບຈາກວັນນີ້ໄປພິທີບູຊາຍັນຈະຈັດຂຶ້ນທີ່ລານວ່າງໜ້າວັງ.

ເມື່ອພະເຈົ້າແຜ່ນດິນສັ່ງດັ່ງນັ້ນລາດຊະບູລຸດທັງຫຼາຍກໍ່ໄດ້ອອກໄປເກນເອົາລູກຊາຍແລະລູກສາວຂອງປະຊາຊົນທີ່ມີອາຍຸບໍ່ເກີນສິບປີມາໄວ້ທີ່ລາດຊະວັງເພື່ອກຽມພ້ອມເຮັດພິທີບູຊາຍັນ.

ສຽງຮ້ອງຂອງພໍ່ແມ່ເດັກນ້ອຍໄດ້ປຸກໃຫ້ນາງມັນລິກາຕື່ນຂຶ້ນມາຈາກການຫຼັບໄຫຼ,ນາງແປກໃຈຕໍ່ເຫດການດັ່ງກ່າວຈຶ່ງໄດ້ຖາມບັນດາຍິງຮັບໃຊ້ທັງຫຼາຍວ່າເກີດຫຍັງຂຶ້ນ,ຍິງຮັບໃຊ້ທັງຫຼາຍກໍ່ໄດ້ແຈ້ງຄວາມທັງໝົດແກ່ນາງ.ເມື່ອນາງໄດ້ຊາບຄວາມແລ້ວກໍ່ໄດ້ໄປເຕືອນສະຕິຂອງພະເຈົ້າປະເສນທິໂກສົນວ່າການຕາຍຂອງພວກເຮົາທັງນັ້ນຈະບໍ່ມີຫຍັງເປັນຕາຢ້ານເລີຍຖ້າຫາກວ່າມັນເຮັດໃຫ້ປະຊາຊົນຂອງເຮົາມີຄວາມຜາສຸກ,ທ່ານເປັນກະສັດທ່ານຄວນພໍໃຈທີ່ເຫັນປະຊາຊົນມີຄວາມສຸກບໍ່ແມ່ນມີຄວາມທຸກເຊັ່ນນີ້,ພວກໝໍໂຫນທັງຫຼາຍເຫຼົ່ານີ້ກໍ່ອາໄສພຽງການຄາດເດົາບວກກັບຂໍ້ມູນທາງສະຖິຕິເທົ່ານັ້ນ,ຄວາມຝັນຈະດີຫຼືຮ້າຍນັ້ນຄວນຈະໄປຖາມພະພຸດທະເຈົ້າຈະດີກວ່າເພາະທ່ານຈະສາມາດບອກໄດ້ຈິງທີ່ສຸດ,ທ່ານຄືຜູ້ຮູ້ທີ່ສຸດທີ່ພວກເຮົາຄວນໄປປຶກໃນເລື່ອງນີ້.

ເມື່ອພະເຈົ້າປັດເສນທິໂກສົນໄດ້ຍິນເມຍເວົ້າເຊັ່ນນັ້ນແລ້ວກໍ່ສັ່ງລະຫງັບພິທີບູຊາຍັນເອົາໄວ້ຈົນກວ່າທ່ານຈະກັບມາຈາກການໄປເຝົ້າສະມະນະໂຄດົມເສຍກ່ອນ,ຖ້າຫາກໃຜຂັດຂືນມີໂທດເຖິງຕາຍ.

ເມື່ອພະເຈົ້າປັດເສນທິໂກສົນໄປພົບພະພຸດທະເຈົ້າແລ້ວກໍ່ເລົ່າເລື່ອງລາວໃນຄວາມຝັນໃຫ້ຟັງ,ເມື່ອພະພຸດທະເຈົ້າໄດ້ຟັງແລ້ວກໍ່ບອກວ່າຄວາມຝັນຂອງທ່ານນັ້ນບອກເຖິງເຫດການທີ່ຈະເກີດຂຶ້ນໃນອະນາຄົດເໝືອນດັ່ງທີ່ພວກພາມກ່າວໄວ້ຈິງແຕ່ວ່າມັນຈະບໍ່ໄດ້ເກີດຂຶ້ນໃນຊ່ວງທີ່ທ່ານຈະມີຊີວິດຢູ່ນີ້ດອກແຕ່ມັນຈະເກີດຂຶ້ນຫຼັງຈາກນີ້ໄປອີກປະມານສອງພັນຫ້າລ້ອຍປີຂຶ້ນໄປ.

ເຊິ່ງລາຍລະອຽດຂອງການທໍານາຍຝັນຕ່າງໆນັ້ນມີດັ່ງນີ້:

ໜຶ່ງ:ຝັນເຫັນງົວອຸສຸພາລາດ(ງົວເຖິກທີ່ໃຫຍ່ແລະແຂັງແຮງຫຼາຍ)ສີ່ຕົວແລ່ນມາຈາກສີ່ທິດ,ພໍມາເຫັນໜ້າກັນແລ້ວກໍ່ຍ່າງໜີໄປໃຜໄປມັນ.

ພະພຸດທະເຈົ້າທໍານາຍວ່າໃນພາຍໜ້າຜູ້ປົກຄອງແຜ່ນດິນຈະເຮັດຕົວເສື່ອມ,ມີນິດໃສເປັນຄົນພານ,ເອົາປະໂຫຍດຕົວເອງເປັນໃຫຍ່,ປະໂຫຍດບ້ານເມືອງບໍ່ສົນໃຈ,ຈຶ່ງເຮັດໃຫ້ເກີດໄພແລ້ງ,ອາກາດຮ້ອນຫຼາຍ,ຝົນຕົກໜ້ອຍ.

ສອງ:ຝັນເຫັນຕົ້ນໄມ້ທີ່ຫາກໍ່ເຕີບໃຫຍ່ໄດ້ພຽງຄືບພຽງສອກກໍ່ເກີດມີດອກມີຜົນກັນຖ້ວນໜ້າ.

ພະພຸດທະເຈົ້າທໍານາຍວ່າໃນພາຍໜ້າຜູ້ຍິງນະມີລະດູຕັ້ງແຕ່ອາຍຸຍັງນ້ອຍ,ແລະພວກເຂົາກໍ່ຈະມີລູກເມຍຜົວຕັ້ງແຕ່ອາຍຸຍັງໜ້ອຍ.(ອາຍຸນ້ອຍໃນຄວາມໝາຍຂອງພະພຸດທະເຈົ້າແມ່ນຜູ້ຍິງຈະມີອາຍຸບໍ່ເຖິງສິບຫົກປີກໍ່ຈະມີຜົວມີເມຍແລ້ວ)

ສາມ:ຝັນວ່າແມ່ງົວໄລ່ກິນນົມກັບລູກງົວທີ່ຫາກໍ່ເກີດໃນວັນນັ້ນ.

ຂໍ້ນີ້ພະພຸດທະເຈົ້າກ່າວວ່າໃນພາຍໜ້າພວກລູກຈະເກັ່ງກວ່າພໍ່ກວ່າແມ່,ພວກເຂົາຈະຫາຊັບສິ່ງຂອງໄດ້ເອງພໍໃຈໃຫ້ພໍ່ແມ່ກໍ່ຈະໃຫ້ບໍ່ພໍໃຈກໍ່ຈະບໍ່ໃຫ້,ພໍ່ແມ່ຈະຫາລ້ຽງຕົວເອງບໍ່ໄດ້ຈໍາເປັນຕ້ອງງອນງໍ້ຂໍກິນນໍາລູກ.

ສີ່:ຝັນເຫັນຄົນບໍ່ໃຊ້ງົວໂຕທີ່ໃຫຍ່ແລະແຂັງແຮງມາລາກກວຽນ,ພວກເຂົາກັບໃຊ້ພຽງງົວທີ່ຫາກໍ່ໃຫຍ່ມາລາກແກ່ກວຽນ,ງົວພວກນີ້ແກ່ບໍ່ໄຫວກໍ່ຖິ້ມກວຽນເສຍແລ້ວມາຢືນຢູ່ເສີຍໆ.

ຂໍ້ນີ້ພະພຸດທະເຈົ້າທໍານາຍວ່າໃນພາຍພາກໜ້າຜູ້ເປັນເຈົ້າເປັນນາຍຈະບໍ່ໃຊ້ງານຄົນເກັ່ງ,ຄົນສະຫຼາດ,ມີຄວາມຮູ້ແລະມີຄຸນສົມບັດມາເຮັດວຽກ.ພວກເຂົາຈະພໍໃຈໃຊ້ງານພວກຄົນໜຸ່ມທີ່ມີຄວາມຮູ້ພໍກະເທີນ,ຄົນເຫຼົ່ານີ້ກໍ່ຈະເຮັດຫຍັງບໍ່ຕະຫຼອດລອດຝັ່ງ,ແລ້ວກໍ່ມາເຮັດໜ້າຊື່ເໝືອນດັ່ງງົວຖິ້ມກວຽນແລ້ວມາຢືນຢູ່ເສີຍໆນັ້ນແລ.

ຫ້າ:ຝັນເຫັນມ້າມີປາກສອງຂ້າງໃຜເອົາຫຍ້າມາປ້ອນປາກຂ້າງໃດກໍ່ຈະກິນດ້ວຍປາກຂ້າງນັ້ນ.

ຂໍ້ນີ້ພະພຸດທະເຈົ້າກ່າວວ່າໃນພາຍໜ້າຕຸລາການຈະບໍ່ຕັດສິນດ້ວຍຄວາມຍຸດຕິທໍາ,ໃຜເອົາເງິນມາໃຫ້ກໍ່ຈະເອົາທັງໂຈດທັງຈໍາເລີຍ,ສຸດທ້າຍໃຜໝົດເງິນກ່ອນຜູ້ນັ້ນຈະຜ່າຍແພ້.

ຫົກ:ຝັນວ່າມີຄົນເອົາຖາດທອງຄໍາໄປຮອງຍ່ຽວໃຫ້ໝາຈິ້ງຈອກເຖົ້າ.

ພະພຸດທະເຈົ້າແກ້ວ່າໃນພາຍໜ້າຜູ້ຄົນຈະຍົກລູກສາວໄວແລກເລີ່ມໃຫ້ແກ່ຊາຍເຖົ້ານິໃສບໍ່ດີເພື່ອແລກກັບເງິນ,ແລະຍິງສາວກໍ່ຕ້ອງທົນທຸກກັບການຢູ່ກັບຊາຍເຖົ້ານັ້ນປຽບດັ່ງເອົາຖາດທອງຄໍາໄປຮອງຍ່ຽວໝາຈິ້ງຈອກເຖົ້າ.

ເຈັດ:ຝັນວ່າມີຊາຍຜູ້ໜຶ່ງພະຍາຍາມເຮັດເຊືອກຂຶ້ນຈາກໜັງງົວ,ພໍຝັ້ນເປັນເຊືອກແລ້ວລາວກໍ່ປ່ອຍມັນຢ່ອນລົງໄປທີ່ພື້ນແລ້ວກໍ່ມີໝາແມ່ທີ່ຈ່ອຍໂຊຕົວໜຶ່ງຄອຍກັດກິນເຊືອກນັ້ນຢູ່ເບື້ອງລຸ່ມ.

ພະພຸດທະເຈົ້າແກ້ວ່າໃນພາຍໜ້າຜູ້ຍິງຈະບໍ່ຮັກໃຜຈິງ,ມັກແຕ່ງຕົວ,ດື່ມຂອງເມົາ,ແລະກໍ່ເຫັນແກ່ເງິນ,ພວກເຂົາຈະໃຊ້ຈ່າຍເງິນທີ່ຜົວຫາມາໄດ້ດ້ວຍຄວາມລໍາບາກຢ່າງບໍ່ອີ່ມເຕັມຈັກເທື່ອ,ຖ້າຜົວຫາເງິນໃຫ້ພວກເຂົາບໍ່ໄດ້ພວກເຂົາກໍ່ຈະຫາຜົວໃໝ່ທີ່ສາມາດຫາເງິນໃຫ້ພວກເຂົາໃຊ້ໄດ້ເຊັ່ນນີ້ໄປເລື້ອຍໆຈົນກວ່າຄວາມງາມຂອງພວກເຂົາຈະໝົດໄປ.

ແປດ:ຝັນເຫັນໃຫໃຫຍ່ໜ່ວຍໜຶ່ງມີນໍ້າເຕັມຖືກອ້ອມຮອບດ້ວຍໃຫເປົ່າຢ່າງຫຼວງຫຼາຍ,ຜູ້ຄົນທີ່ຫາບນໍ້າມາຈາກທົ່ວທຸກທິດກໍ່ພາກັນໄປເທໃສ່ໃຫ້ນໍ້າເຕັມນັ້ນຈົນລົ້ນກໍ່ຍັງເທຢູ່ໂດຍທີ່ບໍ່ມີໃຜສົນໃຈໃຫທີ່ເປົ່າວ່າງຢູ່ເລີຍ.

ຂໍ້ນີ້ພະພຸດທະເຈົ້າແກ້ວ່າໃນເບື້ອງໜ້າຄົນລວຍຈະມີໜ້ອຍແລະຄົນຈົນຈະມີຫຼາຍ,ພວກຄົນຈົນທັງຫຼາຍແມ້ທໍາມາຫາກິນດ້ວຍສຸດຈະລິດພຽງໃດກໍ່ມີແຕ່ຈະເຮັດໃຫ້ພວກຄົນລວຍຫຍິ່ງລວຍຂຶ້ນ.

ເກົ້າ:ຝັນວ່າມີສະໃຫຍ່ແຫ່ງໜຶ່ງມີດອກບົວຢູ່ຫ້າສີມີທາງລົງທົ່ວທຸກທິດ.ມີສັດຈາກຖິ່ນຕ່າງໆເພື່ອມາກິນນໍ້າໃນສະນັ້ນປະກົດວ່າບ່ອນຂອບທີ່ສະລົງກິນນໍ້າກັບໃສສະອາດ,ບ່ອນກາງສະກັບຂຸ່ນຫາປະມານບໍ່ໄດ້.

ພະພຸດທະເຈົ້າແກ້ວ່າໃນພາຍໜ້າຜູ້ປົກຄອງບ້ານເມືອງຈະປົກປິດຂ່າວຮ້າຍຕ່າງໆເສຍໝົດສິ້ນດັ່ງນັ້ນຈຶ່ງມີພຽງຄົນວົງໃນເທົ່ານັ້ນທີ່ຈະຮູ້ຈັກເລື່ອງຄວາມວຸ້ນວາຍ,ສ່ວນຜູ້ມາອາໃສພຽງຊົ່ວຂະນະແລະດໍາລົງຊີວິດໃນບ້ານເມືອງໂດຍບໍ່ຫຍຸ້ງກ່ຽວກັບວຽກບ້ານການເມືອງແລ້ວກັບຮູ້ສຶກສະຫງົບ,ແລະຜາສຸກດີທຸກປະການ.

ສິບ:ຝັນວ່າເຂົ້າຫຸງພ້ອມກັນແຕ່ວ່າມີບາງບ່ອນກໍ່ສຸກ,ບາງບ່ອນກໍ່ເລ້,ບາງບ່ອນກໍ່ຍັງດິບຢູ່.

ພະພຸດທະເຈົ້າແກ້ວ່າໃນເບື້ອງໜ້າຝ້າຝົນຈະບໍ່ປົກກະຕິແມ້ວ່າຢູ່ບ້ານດຽວເມືອງດຽວກໍ່ຈະມີຝົນຫຼາຍຝົນໜ້ອຍບໍ່ເທົ່າກັນບາງບ່ອນຕົກຈົນຖ້ວມ,ບາງບ່ອນບໍ່ຕົກເລີຍ,ບາງບ່ອນກໍ່ຕົກພໍດີ.

ສິບເອັດ:ຝັນວ່າມີຄົນເອົາແກ່ນຈັນແດງມີຄ່າເຖິງໜຶ່ງແສນກະຫາປະນະມາແລກກັບນົມສົ້ມເນົ່າໆ.

ພະພຸດທະເຈົ້າແກ້ວ່າໃນອະນາຄົດພາຍໜ້າພະສົງອົງເຈົ້າຈະໄປເທດໄປສະແດງທໍາທີ່ເຮົາໄດ້ສະແດງໄວ້ແລ້ວເພື່ອແລກກັບເງິນຄໍາ.

ສິບສອງ:ຝັນວ່ານໍ້າເຕົ້າເປົ່ານັ້ນຈົມນໍ້າ

ພະພຸດທະເຈົ້າແກ້ວ່າໃນອະນາຄົດພາຍໜ້າຜູ້ຫຼັກຜູ້ໃຫຍ່ໃນບ້ານເມືອງຈະດູຖູກຄົນດີແລະຍົກຍ້ອງຄົນຊົ່ວ,ຄົນເຮັດດີປະຕິບັດດີຈະຖືກກັ່ນແກ້ງ,ສ່ວນຄົນຊົ່ວປະພຶດຊົ່ວຈະໄດ້ຮັບການຍົກຍ້ອງ.

ສິບສາມ:ຝັນວ່າຫີນຂະໜາດໃຫຍ່ເທົ່າບ້ານເຮືອນລອຍນໍ້າໄດ້

ພະພຸດທະເຈົ້າແກ້ເໝືອນກັນກັບຂໍ້ສິບສອງ.

ສິບສີ່:ຝັນວ່າຝູງງູມີຄວາມຢ້ານກົວແກ່ຝູງກົບຂຽດ,ບໍ່ກ້າເຂົ້າໄກ້ເໝືອນດັ່ງທີ່ຄວນເປັນ.

ພະພຸດທະເຈົ້າແກ້ວ່າໃນອະນາຄົດຜູ້ເປັນໃຫຍ່ໃນບ້ານເມືອງຈະຕ້ອງມີຄວາມເກງອົກເກງໃຈແກ່ປຸທຸຊົນຄົນທໍາມະດາ,ເນື່ອງດ້ວຍພວກເຂົາຮູ້ຈັກອ້າງຕົວບົດກົດໝາຍ,ຮູ້ຈັກອັນໃດຄວນເຮັດບໍ່ຄວນເຮັດ,ຮູ້ຈັກອັນໃດຄວນແກ່ການອັນໃດບໍ່ຄວນແກ່ການ,ເຮັດໃຫ້ຂ້າລາດຊະການຜູ້ໃຈບາບຫຍາບຊ້າເກີດຄວາມຫວັ່ນໄຫວ.

ສິບຫ້າ:ຝັນວ່າຝູງຫົງແຫ່ລ້ອມກາ.

ພະພຸດທະເຈົ້າແກ້ວ່າໃນພາຍໜ້າຜູ້ຫຼັກຜູ້ໃຫຍ່ໃນບ້ານເມືອງຈະບໍ່ຍົກຍ້ອງຄົນດີ,ຈະພໍໃຈຍົກຍ້ອງພຽງຍາດພີ່ນ້ອງ,ແລະຄົນໄກ້ຊິດທີ່ຫາປະໂຫຍດອີ່ຫຍັງບໍ່ໄດ້,ແມ້ຄຸນງາມຄວາມດີຕໍ່ບ້ານເມືອງພຽງເລັກນ້ອຍກໍ່ບໍ່ມີຂອງຕົວເທົ່ານັ້ນ.ເມື່ອຄົນດີທັງຫຼາຍບໍ່ມີທີ່ເພິ່ງຈຶ່ງໄດ້ປະຈົບສໍພໍພວກຍາດພີ່ນ້ອງແລະຄົນໄກ້ຊິດທີ່ຫາປະໂຫຍດອີ່ຫຍັງບໍ່ໄດ້ເຫຼົ່ານັ້ນເປັນທີ່ພຶ່ງແທນ.

ສິບຫົກ:ຝັນວ່າຝູງແກະໄລ່ລ່າຝູງເສືອກັດກິນເປັນອາຫານ.

ພະພຸດທະເຈົ້າແກ້ວ່າໃນອະນາຄົດເບື້ອງໜ້ານັ້ນຄົນດີຈະຖືກກັ່ນແກ້ງ,ເມື່ອພວກເຂົາຄິດຈະທວງຖາມຫາຄວາມເປັນທໍາໃຫ້ແກ່ຕົວກໍ່ຈະຖືກຈັບຂັງເສຍ,ຖືກປັບໃໝເສຍ,ຖືກລົງໂທດດ້ວຍປະການຕ່າງໆເສຍ.ເຮັດໃຫ້ພວກເຂົາບໍ່ສາມາດໃຊ້ຊີວິດໃນທີ່ຊຸມນຸມຊົນໄດ້ຈໍາເປັນຕ້ອງຍົກຍ້າຍໄປຢູ່ໃນເຂດຊົນນະບົດຫ່າງໃກຈາກທີ່ຊຸມນຸມຊົນເພື່ອຈະໄດ້ໃຊ້ຊີວິດຢ່າງສະຫງົບສຸກ.

ຄວາມຝັນທັງໝົດນີ້ຈະເກີດຂຶ້ນໃນອະນາຄົດເບື້ອງໜ້າອີກສອງພັນຫ້າລ້ອຍປີຂຶ້ນເມືອພຸ້ນ,ທີ່ພວກພາມກ່າວມາກ່ອນໜ້ານີ້ກໍ່ເພາະຕ້ອງການຊັບ,ຂໍໃຫ້ທ່ານຈົ່ງຍົກເລີກການບູຊາຍັນເທີ້ນ.

ພະເຈົ້າປັດເສນເມື່ອໄດ້ສະຕິແລ້ວກໍ່ກັບໄປຍົກເລີກການບູຊາຍັນແລ້ວກໍ່ປົດປ່ອຍເຄື່ອງບູຊາຍັນທັງໝົດເສຍໃນວັນເວລານັ້ນເອງ.