ທານ

ເປັນ ພາສາພື້ນບ້ານ ຂອງ ລາວ

ເປັນ ຄຳ ປາລີ ແມ່ນ ທານະ ເປັນ ຄວາມໝາຍດຽວກັນກັບ ຄຳວ່າ ຈາຄະ. ແປວ່າ ການເອົາໃຫ້.ເຊັ່ນວ່າ:

ທານັງ ເມ ປຣິສຸທັງ

ນິພພານັງ ປຣມັງ ສຸຂັງ

ນິພພານະ ປັຈໂຍ ໂຫຕຸ.

ທານ ອັນ ບໍຣິສຸທ ຂອງ ຂະນ້ອຍ ນີ້

ຈົ່ງເປັນ ປັຈໃຈ ສູ່ ນິພພານ ອັນ ບໍຣົມະສຸກ ເທີ້ນ.


ສັງຄະທານ ແມ່ນ ທານ ໃຫ້ ພຣະສົງ ໂດຍບໍ່ ຈຳເພາະຈະຈົ່ງ ວ່າ ຈະໃຫ້ ພຣະສົງອົງໄດ ອົງໜື່ງ. ມີ ອານິສົງ ມາກ.

ສັພພະທານັງ ທັມມະທານັງ ຊິນາຕິ. ການໃຫ້ ທັມມະ ເປັນທານ ມີອານິສົງ ກວ່າ ທານທັງຫຼາຍ .

ການ​ໃຫ້ທານ ​ເກີດ​ຈາກ​ ເຫດ ​ອັນ​ໃດ​ແນ່?

​ເຫດ​​ ແຫ່ງ​ ການ​​ໃຫ້​ທານ​ ມີ​ຫຼາຍ​ແຫຼ່ງ ​ເຊັ່ນ​​ໃນ​ປະຖົມ​ທານ​ສູດ(ອັງ.ອັຕຖະກະ.472) ພຣະພຸດທະ​ເຈົ້າ​ສະ​ແດງ​ວ່າ​ມີ 8 ຢ່າງ​ຄື:

1. ໃຫ້​ທານ​ຍ້ອນ​ຢາກ​ໄດ້​ຜົນ​ຂອງ​ທານ(​ໃຫ້​ສິ່ງ​ໃດ​ກໍ​ຢາກ​ໄດ້​ສິ່ງ​ນັ້ນ) 2. ໃຫ້​ທານ​ຍ້ອນ​ຢ້ານ(ຢ້ານ​ຄົນ​ອື່ນ​ຕິ​ຕຽນວ່າ​ເປັນ​ຄົນ​ຂີ້​ຖີ່ ຫຼື ຢ້ານ​ເກີດ​ມາຍາ​ກຈົນ​ເປັນ​ຕົ້ນ) 3. ໃຫ້​ທານ​ຍ້ອນ​ຄິດ​ວ່າ ​ເຂົາ​ໃຫ້​ແກ່​ເຮົາ​ແລ້ວ ​ເຮົາ​ຄວນ​ໃຫ້​ຕອບ 4. ໃຫ້​ທານ​ຍ້ອນ​ຄິດ​ວ່າ ​ເມື່ອ​ໃຫ້​ເຂົາ​ແລ້ວ ​ເຂົາ​ຈະ​ໃຫ້​ຕອບ 5. ໃຫ້​ທານ​ຍ້ອນ​ຄິດ​ວ່າ ​ການ​ໃຫ້​ທານ​ເປັນຄວາມ​ດີ(ບຸນ) 6. ໃຫ້​ທານ​ຍ້ອນ​ຄິດ​ວ່າ ​ເຮົາ​ຫາ​ກິນ​ເອງ​ໄດ້ ຄວນ​ໃຫ້​ແກ່​ຄົນ​ທີ່​ຫາ​ກິນ​ເອງ​ບໍ່​ໄດ້ 7. ໃຫ້​ທານ​ຍ້ອນ​ຢາກ​ໄດ້​ຊື່​ສຽງ 8. ໃຫ້​ທານ​ເພື່ອ​ປະດັບ​ປຸງ​ແຕ່ງ​ຈິດ (ຄື​ເພື່ອ​ຂັດ​ເກົາ​ຈິດ​​ໃຫ້​ຄວນ​ແກ່​ການຈ​ະ​ເລີ​ນຄຸນ​ນະ​ທັມ​​ເບື້ອງ​ສູງ​ຂື້ນ​ໄປ ​ເພື່ອ​ເປັນ​ຖານ​ໃຫ້​ເກີດ​ສະມາທິ ​ແລະປັນຍາ)

​ໃນ​ທານະ​ວັຕຖຸສູດ(ອັງ.ອັຕຖະກະ.475) ພຣະພຸ​ດທະ​ເຈົ້າ​ສະ​ແດງ​ເຫດ​ແຫ່ງ​ການ​ໃຫ້​ທານ​ໄວ້ 8 ຢ່າງ ຄື:

1. ໃຫ້​ທານ​ຍ້ອນ​ເຂົ້າຄໍ​ກັນ(​ເຂົ້າ​ແກ໊ບ​ກັນ) 2. ໃຫ້​ທານ​ຍ້ອນ​ຢາກຮ້າຍ 3. ໃຫ້​ທານ​ຍ້ອນ​ຫຼົງ 4. ໃຫ້​ທານ​ຍ້ອນ​ຢ້ານ 5. ໃຫ້​ທານ​ຕາມ​ປະ​ເພນີ 6. ​ໃຫ້​ທານ​ຍ້ອນ​ຢາກ​ໄປສະ​ຫວັນ 7. ​ໃຫ້​ທານ​ຍ້ອນ​ຢາກ​ໄດ້​ຄວາມ​ສະບາຍ​ໃຈ 8. ໃຫ້​ທານ​ເພື່ອ​ປະດັບ​ປຸງ​ແຕ່ງ​ຈິດ(ຂັ​ດ​ເກົາ​ກິ​ເລ​ສ)

ກ່າຍມາຈາກເວບພັນລາ ໂດຍ: ໄຊຍະເດດ ວົງໂສພາ

ສ.ສາຍເຊ