ການແພ່ເຊື້ອພະຍາດທົ່ວຂອງໂຄວິດ-19

ການແພ່ເຊື້ອພະຍາດຂອງໂຄວິດ-19 ໃນທົ່ວໂລກ

ການລະບາດທົ່ວຂອງໂຄໂຣນາໄວຣັສ 2019-2020 ເປັນການລະບາດທົ່ວໂລກທີ່ກຳລັງດຳເນິນໄປຂອງເຊື້ອຈຸລະໂລກໂຄໂຣນາໄວຣັສ 2019 (COVID-19; ໂຄວິດ-19) ໂດຍມີສາເຫດມາຈາກໂຄໂຣນາໄວຣັສສາຍພັນໃໝ່ ເລີ່ມຕົ້ນຂຶ້ນໃນເດືອນທັນວາ 2019 ໂດຍພົບຄັ້ງທຳອິດໃນນະຄອນອູ່ຮັ່ນ ເມືອງເອກຂອງແຂວງຫູເປີ່ຍ ປະເທດຈີນ ອົງການອະນາໄມໂລກໄດ້ປະກາດໃຫ້ການລະບາດນີ້ເປັນພາວະສຸກເສີນທາງສາທາລະນະສຸກລະຫວ່າງປະເທດ ໃນວັນທີ 30 ມັງກອນ 2020 ແລະປະກາດໃຫ້ເປັນພະຍາດລະບາດທົ່ວ ໃນວັນທີ 11 ມີນາ 2020 ໃນວັນທີ 18 ພຶດສະພາ 2020 ມີຜູ້ຕິດເຊື້ອຍືນຍັນແລ້ວຫຼາຍກວ່າ 4,428,328 ຄົນໃນ 210 ປະເທດແລະດິນແດນ ມີຜູ້ເສຍຊິວິດຈາກໂລກລະບາດແລ້ວຫຼາຍກວ່າ 298,083 ຄົນ ແລະມີຜູ້ຫາຍປ່ວຍແລ້ວຫຼາຍກວ່າ 1,658,960 ຄົນ

ຢຸດການແພ່ເຊື້ອພະຍາດ