ການເຮັດວຽກ ແລະ ຟັງຊັນຕ່າງໆ ທາງໃນຂອງ EV3 Brick

ໃນເນື້ອຫານີ້ແມ່ນຈະອະທິບາຍກ່ຽວກັບ ການເຊື່ອຕໍ່ I/O Port ແລະ ການນຳໃຊ້ EV3 Brick ໂດຍມີລາຍລະອຽດດັ່ງນີ້:

ການເຊື່ອຕໍ່ສາຍເຄເບີນ (Cable) ມໍເຕີ ແລະ ເຊັນເຊີ ໃສ່ Output port , input port.

Port ທີ່ຢູ່ທາງລຸ່ມຂອງ Brick ມີເລກ 1 2 3 ແລະ 4 ແມ່ນ Input port ເປັນຊ່ອງທີ່ຮັບສັນຍານເຊັນເຊີ ປົກກະຕິຖຶກຕັ້ງຄ່າມາໃຊ້ໃນການເຊືອມຕໍ່ກັບເຊັນເຊີແຕ່ລະຊະນິດດັ່ງນີ້:

Port 1 : ເຊັນເຊີສຳຜັດ(Touch Sensor), Port 2–3 : ເຊັນເຊີກວດຈັບສີ(Color Sensor), Port 4 :ເຊັນເຊີອິນຟາເລດ(Infrared Sensor)

ສ່ວນຂອງຊ່ອງດ້ານທາງຫົວຂອງຫຸ່ນແມ່ນ output port ແມ່ນຊ່ອງສົ່ງສັນຍານອອກເພື່ອຄວບຄຸ່ມການເຮັດວຽກຂອງມໍເຕີ ປົກກະຕິຖຶກຕັ້ງຄ່າໃຫ້ໃຊ້ໃນການເຊືອມຕໍ່ກັບມໍເຕີແຕ່ລະຊະນິດດັ່ງນີ້:


Port A : ມໍເຕີຂະໝາດກາງ(Medium Motor), Port B-C ມໍເຕີຂະໜາດໃຫຍ່(Large Motor), ໃນການເຊື່ອມຕໍ່ມໍເຕີຂະໜາດໃຫຍ່ດ້ານຂວາຈະຕ້ອງຕໍ່ໃສ່ Port C ສ່ວນມໍເຕີດ້ານຊ້າຍຈະຕ້ອງຕໍ່ໃສ່ Port B ສະຫຼັບກັນ**Port D : ມໍເຕີຂະໝາດໃຫຍ່(Large Motor)

Cable ຂອງຫຸ່ນ EV3 ຈະມີຄວາມຍາວ 3 ແບບຄື: ສາຍສັ້ນ 25 Cm, 4ເສັ້ນ, ສາຍກາງ 35 Cm, 4ເສັ້ນ ແລະ ສາຍຍາວ 50 Cm, 1ເສັ້ນ. ໃຊ້ການເຊື່ອມຕໍ່ກັບ EV3 Brick ຄວນລະວັງບໍາໃຫ້ສາຍເຄເບີນໄປພັນກັບເຟື່ອງ ຫຼື ບ່ອນເຄືອນໄຫວຕ່າງໆ ຫຼື ສາຍລາງໄປກັບພື້ນຕ່ອນຫຸ່ນເຄື່ອນທີ່ໄປ.

ກ່ອນຈະໄປຂຽນໂປຼແກຼມໃສ່ຫຸ່ນຂອງເຮົາ ມາຮູ້ຈັກຄຳສັ່ງ ແລະ ປຸ່ມຕ່າງໆຂອງ Brick ດັ່ງຮູບລຸ່ມນີ້:

  1. ການເປີດ-ປິດ EV3 Brick

ໃນການເປີດ EV3 Brick ແມ່ນໃຫ້ກົດປຸ່ມກາງເຄິ່ງຄ້າງໄວ້ ຈະມີສີແດງສະແດງອອກມາ ສະແດງວ່າ Brick ກຳລັງ Start up ເຊິ່ງຈະໃຊ້ເວລາປະມານ 30ວິນາທີ ໃຫ້ເຮົາຖ້າຈົນມີໄຟສີຟ້າສະແດງຂື້ນ ແລ້ວເຮົາຈະເຫັນແຖບເມນູສະແດງຂື້ນມາ 4 ແຖບເຊິ່ງແຕ່ລະແຖບຈະມີແຖບຈະມີຟັງຊັນທີ່ແຕກຕ່າງກັນ

ແຖບທີ່ 1 Run recent ເອົາໄວ້ໂຊໂປຼແກຼມທີ່ເຄິຍເປີດໃຊ້ງານມາ

ແຖບທີ່ 2 File Navigation ໃນແຖບນີ້ປະກອບມີ Folder ເປັນບ່ອນເກັບຂອງແຕ່ລະ Project ທີ່ເຮົາຖ່າຍໂອນມາຈາກ PC ໃສ່ EV3 Brick ພາຍໃນ Folder ແຕ່ລະ folder ເຮົາຈະເຫັນໂປຼແກຼມທີ່ເຮົາເຄີຍສ້າງໄວ້

ແຖບທີ່ 3 Brick app ແຖບນີ້ປະກອບມີ

  1. Port view : ເອົາໄວເບິ່ງຄ່າການເຮັດວຽກຂອງ Input port ຕ່າງໆທີ່ຕໍ່ສາຍໄວ້
  2. Motor Control : ຟັງຊັນເພື່ອເລື່ອກການເຮັດວຽກໃນສ່ວນມໍເຕີດ້ວຍການກົດແບບແມນວຍ (manual)
  3. IR Control : ເປັນການບັງຄັບຫຸ່ນດ້ວຍຣີໂມນອິນຟາເຣດຄອນໂທຣນ
  4. Brick Program : ຂຽນໂປຼແກຼມການເຮັດວຽກຂອງຫຸ່ນໂດຍໃຊ້ EV3 Brick (ຖ້າບໍ່ມີຄອມກໍ່ສາມາດຂຽນຄຳສັ່ງໂດຍໃຊ້ຟັງຊັນນີ້)
  5. ແຖບທີ່ 4 Setting ແຖບນີ້ໃຊ້ເພື່ອເຮົາສາມາດຕັ້ງຄ່າ ປະກອບມີ
    1. Volume : ປັບລະດັບຂອງສຽງ
    2. Sleep : ການປິດເຄືອງອັດຕະໂນມັດເມື່ອບໍ່ໃຊ້ງານ ຕາມເວລາທີ່ກຳນົດ
    3. Bluetooth : ເປີດ/ປິດ Bluetooth
    4. WIFI : ການເຊື່ອມຕໍ່ EV3 Brick ຜ່ານ wifi (ຈະຕ້ອງໃຊ້ wifi usb ມາເຊື່ອມ)
    5. Brick Info : ເບິ່ງຂໍ້ມູນລະອຽດຂອງ EV3 Brick ເຊັ່ນ: ເວີຊັ່ນ Firmware ການປິດ EV3 Brick ໃຫ້ດເຮົາກົດປຸ່ມຍ້ອນກັບໄປຫາແຖບ Run Recent ແລ້ວຈາກນັ້ນກົດປຸ່ມ Back ຈະເຫັນມີໄອຄອນ Power off ຂຶ້ນ ໃຫ້ເລື່ອກເຄື່ອງໝາຍຕິກຖືກ ແລະ ກົດປຸ່ມກາງເຄີ່ງເພື່ອປິດເຄື່ອງ
      • ສຳຫຼັບການປ່ຽນຖ່ານ EV3 Brick ເຮົາຕ້ອງປິດເຄື່ອງກ່ອນ ຫຼັງຈາກນັ້ນຈຶ່ງປ່ຽນຖ່ານ ເຮົາປ່ຽນໂດຍທີ່ບໍ່ປິດກ່ອນ ຈະເຮັດໃຫ້ເມື່ອເຮົາເປີດມາໃໝ່ອີກໂປຼແກຼມທີ່ຂຽນໄວ້ຈະຖືກລົບໄປ 2. ການເລື່ອກ ແລະ ເປີດໃຊ້ງານໂປຼແກຼມໃນ EV3 Brick ເຮົາສາມາດເລື່ອນໂດຍການກົດປຸ່ມ ຊ້າຍ-ຂວາ ແລະ ປຸ່ມຍ້ອນກັບ ເພື່ອກັບມາໜ້າ Run Recent ແລະ ກົດປຸ່ມເລື່ອນຂື້ນ-ລົງ ເພື່ອເລື່ອກຄຳສັ່ງຕ່າງໆ ຈາກນັ້ນກົດປຸ່ມກາງເຄີ່ງເພື່ອເລື່ອກ ເປີດໂປຼແກຼມນັ້ນໆ ຫຸ່ນ EV3 ຂອງເຮົາຈະເຄື່ອນທີ່ ທ່າທາງຕ່າງໆໄດ້ ກໍຕໍ່ເມື່ອເຮົາເປີດໂປຼແກຼມທີ່ຖືກຖ່າຍໂອນໄປຫາ EV3 Brick ເສຍກ່ອນ ເຖີ່ງແມວ່າຕ່ອນນີ້ເຮົາຈະບໍ່ໄດ້ຂຽນຄຳສັ່ງລົງໄປ ເຮົາກໍ່ສາມາດທົດສອບການເຮັດວຽກຂອງຫຸ່ນໄດ້ຕົວຢ່າງທີ່ມີໃຫ້ຢູ່ແລ້ວໃນ EV3 Brick ໂດຍໂປຼແກຼມມີຊື່ວ່າ Demo ເພື່ອທີ່ຈະທົດສອບວ່າຫຸ່ນທີ່ເຮົາສາມານັ້ນສາມາດເຮັດວຽກໄດ້ຫຼືບໍ ໃຫ້ເຮົາລອງເປີດໃຊ່ໂປຼແກຼມນີ້ເບີ່ງ ມີຂັ້ນຕ່ອນດັ່ງນີ້:
      1. ເລື່ອກໄປຫາແຖບ File Navigation
      2. ເລື່ອກ Folder BrkProg_Save ກົດເປີດ ແລ້ວເລື່ອກເປີດ Folder
      3. ເລື່ອກໂປຼແກຼມ Demo ແລະ ກົດປຸ່ມກາງເຄີ່ງເພື່ອເປີດໃຊ້ການໂປຼແກຼມ
      • ຖ້າບໍ່ມີບັນຫາຫຍັງ ຫຼັງຈາກທີ່ກົດ Demo ແລ້ວ ຫຸ່ນຂອງເຮົາຈະມີສຽງອອກມາພ້ອມກັບມີຮູບຕາຂື້ນທາງໜ້າຈໍ ຫຼັງຈາກນັ້ນຈະເຄື່ອນທີ່ໄປທາງໜ້າ ແລະ ລ້ຽວຊ້າຍພ້ອມກັບເຮັດຕາເຊັ່ງໆ ເຊິ່ງຫຸ່ນຈະເຮັດແບບນີ້ສອງຮອບ ໃນຂະນະທີ່ໂປຼແກຼມເຮັດວຽກຈະມີໄຟສີຂຽວ ຖ້າຕ້ອງການຍົກເລີກ ການເຮັດວຽກຂອງໂປຼແກຼມ ໃຫ້ກົດປຸ່ມ back 3. ການບັງຄັບຫຸ່ນດ້ວຍລະບົບແມນ່ວຍ (Manual) ຫຼັງຈາກທີ່ເຮົາປະກອບຫຸ່ນຂອງເຮົາແລ້ວໆ ຂັ້ນຕ່ອນນີ້ຖືວ່າແມ່ນສຳຄັນຫຼາຍນັ້ນແມ່ນການທົດສອບການເຮັດວຽກ ກ່ອນເຮົາຈະເລີ່ມຂຽນໂປຼແກຼມຂອງໃນຫຸ່ນ ເພື່ອໃຫ້ແນ່ໃຈວ່າ ການປີນຂອງລໍ ທິດທາງການປິນຂອງມໍເຕີ ການຕໍ່ສາຍໄຟ ລະບົບການປິນຂອງເຟືອງ ເປັນໄປຕາມທີ່ເຮົາອອກແບບໄວ້ຫຼຶບໍ ເຮົາສາມາດບັງຄັບຫຸ່ນຂອງເຮົາໂດຍການເຂົ້າໄປ Motor Control ເພື່ອເລື່ອກຄວບຄຸ່ມມໍເຕີ