ການສໍາເລັດຄວາມໃຄ່ດ້ວຍຕົນເອງ

ການຊ່ວຍຕົວເອງ,ການສໍາເລັດຄວາມໃຄ່ດ້ວຍຕົວເອງຫຼືອັດຕະກາມໝາຍເຖິງການກະຕຸ້ນອະໄວຍະວະເພດດ້ວຍຕົນເອງຈົນເຮັດໃຫ້ຕົວເອງເຖິງຈຸດສຸດຍອດ(ສໍາເລັດຄວາມໃຄ່). ການສໍາເລັດຄວາມໃຄ່ດ້ວຍຕົນເອງເປັນກິດຈະກໍາທີ່ສາມາດເຮັດໄດ້ດ້ວຍຕົວເອງ,ໂດຍການໃຊ້ມືໄປກະຕຸ້ນອະໄວຍະວະເພດ,ຖ້າເປັນຜູ້ຊາຍຈະນິຍົມຊ່ວຍຕົວເອງດ້ວຍການກໍາທີ່ອະໄວຍະວະເພດຊາຍແລ້ວກໍ່ຮູດຂຶ້ນຮູດລົງວິທີນີ້ຮູ້ກັນດີໃນຊື່ວ່າ"ການຊັກວ່າວ",ສ່ວນຜູ້ຍິງກໍ່ຈະກະຊ່ວຍຕົວເອງດ້ວຍການລູບທີ່ອະໄວຍະວະເພດແລ້ວໃຊ້ນິ້ວຊີ້ຫຼືນິ້ວກາງກະຕຸ້ນທີ່ປຸ່ມກະສັນ(ແຕດ)ເອິ້ນວ່າ"ການຕິ້ວຫີ",ຫຼືອາດຈະໃຊ້ນິ້ວແຍ່ເຂົ້າແຍ່ອອກທີ່ຊ່ອງຄອດຈົນກວ່າຕົນເອງຈະສໍາເລັດຄວາມໃຄ່ແບບນີ້ເອີ້ນວ່າ"ຕຶກເບັດ".ຜູ້ຍິງບາງຄົນທີ່ມັກການຊ່ວຍຕົວເອງໃນທີ່ສາທາລະນະມັກຈະໃຊ້ວິທີນັ່ງຂວ່າຍຫ້າງແລ້ວກໍ່ເກັງຂາເພື່ອໃຫ້ເກີດແຮງກົດທີ່ອະໄວຍະວະເພດ,ວິທີນີ້ສາມາດໃຊ້ໄດ້ຜົນດີແລະບໍ່ເປັນທີ່ສັງເກດຂອງຄົນເລີຍ.ນອກຈາກນີ້ບາງຄົນກໍ່ຍັງອາດຈະໃຊ້ຂອງຫຼິ້ນທາງເພດເຂົ້າມາໃຊ້ໃນການຊ່ວຍຕົວເອງນໍາອີກດ້ວຍ. ການຊ່ວຍຕົວເອງເປັນກິດຈະກໍາທາງເພດຢ່າງໜຶ່ງທີ່ໃຫ້ຄວາມຮູ້ສຶກສາມາດສໍາເລັດຄວາມໃຄ່ໄດ້ເໝືອນກັນກັບການຮ່ວມເພດຈິງ,ຄວາມຖີ່ຂອງການສໍາເລັດຄວາມໃຄ່ແມ່ນບໍ່ແນ່ນອນເພາະມັນຂຶ້ນກັບຄວາມສາມາດຫັກຫ້າມໃຈຂອງໃຜມັນ.ເຊື່ອກັນວ່າຄົນສ່ວນໃຫຍ່ເລີ່ມສໍາເລັດຄວາມໃຄ່ດ້ວຍຕົນເອງເມື່ອເຂົ້າສູ່ໄວໜຸ່ມສາວ.ຈາກການສໍານວນຂອງນິຕະຍະສານNOWເມື່ອປີ2004ໂດຍການສຸ່ມຖາມຄົນຈໍານວນຫຼາຍພັນຄົນພົບວ່າຜູ້ຊາຍ81ສ່ວນຮ້ອຍເລີ່ມສໍາເລັດຄວາມໃຄ່ດ້ວຍຕົນເອງຕອນອາຍຸສິບຫາສິບຫ້າປີຂະນະທີ່ຜູ້ຍິງມີພຽງຫ້າສິບຫ້າເປີເຊັນທີ່ເລີ່ມສໍາເລັດຄວາມໃຄ່ດ້ວຍຕົວເອງໃນໄວດຽວກັນ. ຜົນສໍາຫຼວດຂອງນິຕະຍະສານNOWລະບຸວ່າຄວາມຖີ່ຂອງການສໍາເລັດຄວາມໃຄ່ດ້ວຍຕົນເອງຈະຄ່ອຍໆລົງໃນຊ່ວງອາຍຸສິບເຈັດປີຂຶ້ນໄປ.ມີລາຍງານວ່າໄວລຸ້ນບາງຄົນສາມາດສໍາເລັດຄວາມໄຄ່ໄດ້ເຖິງວັນລະຫົກຄັ້ງຫຼືຫຼາຍກວ່າໃນຂະນະທີ່ຊາຍໄວກາງຄົນແມ້ວັນລະຄັ້ງກໍ່ຍາກແລ້ວ.ການສໍາຫຼວດນີ້ບໍ່ໄດ້ກ່າວເຖິງຄວາມເຈັບປ່ວຍແລະປະຫວັດຂອງຜູ້ຕອບແລະເປັນຂໍ້ມູນທີ່ໄດ້ຈາກຜູ້ທີ່ອ່ານນິຕະຍະສານນີ້ເທົ່ານັ້ນ,ດັ່ງນັ້ນຂໍ້ມູນຈຶ່ງບໍ່ສາມາດເອົາໄປຍັ້ງຢືນທາງການໄດ້. ການສໍາເລັດຄວາມໃຄ່ຊ່ວຍລົດຄວາມຊຶມເສົ້າແລະຜ່ອນຄາຍໄດ້,ສໍາລັບຄູ່ໃດທີ່ມີຄວາມຕ້ອງການທາງເພດຫຼາຍໜ້ອຍບໍ່ເທົ່າກັນການຊ່ວຍຕົວເອງກໍ່ເປັນສື່ກາງທີ່ຊ່ວຍສານສໍາພັນຂອງທັງສອງເອົາໄວ້ໄດ້. ວັນທີ16ເດືອນ07ປີ2003ທີມວິໄຈຈາກອອສເຕຼເລຍນໍາໂດຍ Graham Giles ໄດ້ເຜີຍແຜ່ຜົນການສຶກສາເລື່ອງຄວາມຖີ່ໃນການສໍາເລັດຄວາມໃຄ່ຊ່ວຍລົດຄວາມສ່ຽງຕໍ່ການເປັນມະເລັງຕ່ອມລູກໝາກແລະການຫຼັ່ງນໍ້າອະສຸຈິຈາກການສໍາເລັດຄວາມໃຄ່ກໍ່ໃຫ້ເກີດປະໂຫຍດຫຼາຍກວ່າຫຼັ່ງຈາກການຮ່ວມເພດເພາະການຮ່ວມເພດອາດເຮັດໃຫ້ໄດ້ຮັບໂລກຕິດຕໍ່ຊຶ່ງເພີ່ມຄວາມສ່ຽງຕໍ່ການເປັນມະເລັງ. ຈາກງານວິໄຈຂອງ Stuart Brody ພົບວ່າໃນສະຖານະການທີ່ຕຶງຄຽດຄົນທີ່ບໍ່ເຄີຍມີເພດສໍາພັນຈະມີຄວາມດັນເລືອດຕໍ່າກວ່າຄົນທີ່ເຄີຍມີເພດສໍາພັນແລະສໍາເລັດຄວາມໃຄ່ດ້ວຍຕົນເອງມາກ່ອນ1ວັນຫຼືຫຼາຍກວ່າ.