ການທ່ອງທ່ຽວໃນປະເທດລາວ

ການທ່ອງທ່ຽວໃນປະເທດລາວ ໝາຍເຖິງການທ່ອງທ່ຽວທີ່ຢູ່ພາຍໃນປະເທດລາວ. ຢູ່ໃນປະເທດລາວແມ່ນໄດ້ເລີ່ມກໍຕົວຂື້ນ ເມື່ອແຂວງຫຼວງພະບາງໄດ້ຮັບການຮັບຮອງຈາກອົງການສະຫະປະຊາຊາດເມື່ອວັນທີ 2 ເດືອນ 12 ປີ ຄ.ສ.1995 ໃຫ້ເປັນເມືອງມໍລະດົກໂລກແຫ່ງທຳອິດຂອງປະເທດລາວ ແລະໄດ້ມີການປະກາດ ເຊື້ອເຊີນໃຫ້ປະຊາຊົນບັນດາເຜົ່າທົ່ວປະເທດແລະຊາວຕ່າງປະເທດ ໄດ້ມາຂົມຄວາມງາມທາງດ້ານວັດທະນະທຳ ສິນລະປະ ສະຖາປັດຕະຍະກຳ ວິຖີຊີວິດຂອງຊາວເມືອງຫລວງພະບາງ ແລະເປັນສັກຂີພະຍານ ໃນການປະກາດໃຫ້ເມືອງຫລວງພະບາງເປັນເມືອງມໍລະດົກໂລກນຳອີກ ນັບຕັ້ງແຕ່ນັ້ນເປັນຕົ້ນມາ ການທ່ອງທ່ຽວໃນປະເທດລາວໄດ້ເກີດຂື້ນ ແລະມີການພັດທະນາມາເລື້ອຍໆ ຈົນເຖິງປັດຈຸບັນ.