ກະຊວງ (ຄຳເຄົ້າ:ກະທຣວງ) ປະຕິບັດໜ້າທີ່ການເມືອງພາຍໄຕ້ມະຕິຕົກລົງຂອງ ລັດຖະສະພາ ແລະບັນດາກົດຫມາຍຕ່າງໆ, ຜູ້ມີອຳນາດສູງສຸດໃນກະຊວງແມ່ນ ລັດຖະມົນຕີ ຊຶ່ງຖືກແຕ່ງຕັ້ງຈາກຫົວຫນ້າລັດຖະບານ ອາດຈະແມ່ນ ປະທານປະເທດ ຫຼື ນາຍົກ ຂຶ້ນກັບລະບົບການປົກຄອງ ເຊັ່ນ: ຢູ່ ສະຫະລັດອາເມລິກາ ຫົວຫນ້າລັດຖະບານແມ່ນ ປະທານາທິບໍດີ ສ່ວນຢູ່ຫຼາຍປະເທດ ແມ່ນນາຍົກ ເປັນຕົ້ນແມ່ນປະເທດ ສະວີເດັນ, ອັງກິດ ແລະອື່ນໆ.

ການກຳນົດຈຳນວນກະຊວງ ແມ່ນຂຶ້ນກັບຄວາມຮຽກຮ້ອງຕ້ອງການໃນຕົວຈິງ. ກະຊວງທີ່ອາດຈະຖືໄດ້ວ່າສຳຄັນກ່ອນຫມູ່ແມ່ນ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ເພາະວຽກງານການຕ່າງປະເທດ ແລະການປ້ອງກັນປະເທດ ແມ່ນເປັນວຽກງານການເມືອງທີ່ຈຳເປັນຂອງທຸ່ກໆປະເທດ, ບາງປະເທດລັດຖະມົນຕີກະຊວງການຕ່າງປະເທດ ແລະລັດຖະມົນຕີກະຊວງປ້ອງກັນປະເທດ ມີບົດບາດສູງກ່ອນຮອງປະທານປະເທດ ເຊັ່ນອາເມລິກາ .

ຫຼາຍປະເທດເພຶ່ອຫຼີກເວັ້ນການໃຊ້ອຳນາດອາດຍາສິດ ສພາຈຶ່ງບໍ່ອະນຸຍາດໃຫ້ລັດຖະມົນຕີ ເປັນຜູ້ມີສິດ ຊີ້ຂາດຕັດສີນບັນຫາໃຫຍ່ ດ້ວຍຕົນເອງ ແຕ່ຕ້ອງໄດ້ຕັດສີນກັນເປັນຫມູ່ຄະນະ ໂດຍຜ່ານ ຄະນະນຳກະຊວງ "ສະພາບໍລິຫານກະຊວງ" ຫຼືຖ້າຫາກປັນຫາໃຫຍ່ລະດັບຊາດ ຊຶ່ງອາດສົ່ງຜົນກະທົບເຖິງຄວາມຫມັ້ນຄົງຂອງປະເທດຊາດ ຕ້ອງແມ່ນລັດຖະສະພາເອງເປັນຜູ້ຕັດສິນ.

ສ່ວນກະຊວງທີ່ໄດ້ຮັບສິດພິເສດຫຼາຍກ່ອນຫມູ່ ແມ່ນກະຊວງປ້ອງກັນປະເທດ ຊຶ່ງເປັນອົງການຈັດຕັ້ງ ທີ່ຮັບຜິດຊອບ ຄວາມຫມັ້ນຄົງຂອງປະເທດໂດຍກົງ ສະນັ້ນບາງປັນຫາຈຶ່ງບໍ່ຈຳເປັນໄດ້ໄປຜ່ານສະພາ.


ຕາມລະບົບຂອງ ສປປລາວ


ກະຊວງ ​ແລະອົງ​ການທຽບເທົ່າກະຊວງ


​ມາດຕາ 23(​ໃໝ່ ). ທີ່ຕັ້ງ ແລະພາລະບົດບາດຂອງກະຊວງ ​ແລະອົງ​ການທຽບເທົ່າກະຊວງ

ກະຊວງ ​ແລະອົງ​ການ​ທຽບ​ເທົ່າ​ກະຊວງແມ່ນກົງຈັກຂອງລັດຖະບານ ມີ​ພາລະບົດ​ບາດເປັນ​ເສນາ ​ທິການໃຫ້ແກ່ລັດຖະບານ ແລະຄຸ້ມຄອງມະຫາ​ພາກ​ກ່ຽວ​ກັບຂະແໜງການ ຂອງຕົນ​ໃນ​ຂອບ ເຂດທົ່ວປະ ເທດ.

ມາດຕາ 24 ( ​ໃໝ່ ). ໂຄງປະກອບກົງຈັກຂອງກະຊວງ ​ແລະອົງ​ການທຽບເທົ່າກະຊວງ

ກະຊວງ ​ແລະອົງ​ການ​ທຽບ​ເທົ່າກະ​ຊວງປະກອບດ້ວຍຫ້ອງການກະຊວງ, ຫ້ອງ ການອົງ​ການ​ທຽບ ເທົ່າກະຊວງ, ກົມ, ພະ​ແນ​ກ, ສະ​ຖາ​ບັນ ແລະຫົວໜ່ວຍວິຊາ​ການຕ່າງ​ໆ ຊຶ່ງກຳນົດໂດຍດຳລັດຂອງນາ ​ຍົກ​ລັດຖະມົນຕີ.

ມາດຕາ 25 ( ​ໃໝ່ ). ໂຄງປະກອບບຸກ​ຄະ​ລາ​ກອນຂອງ​ກະຊວງ ​ແລະອົງ​ການທຽບເທົ່າກະຊວງ

ກະຊວງ ​ແລະອົງການ​ທຽບ​ເທົ່າ​​ກະຊວງ ປະກອບມີລັດຖະມົນຕີວ່າ​ການກະຊວງ, ຫົວໜ້າອົງ​ການ​ ທຽບ​ເທົ່າ​ກະຊວງ, ລັດຖະມົນຕີຊ່ວຍ​ວ່າ​ການກະຊວງ, ຮອງ​ຫົວໜ້າອົງ​ການ ​ທຽບ​ເທົ່າກະຊວງ; ຫົວໜ້າ, ຮອງຫົວໜ້າຫ້ອງ​ການ; ຫົວໜ້າ, ຮອງ​ຫົວໜ້າກົມ; ຫົວໜ້າ, ຮອງ​ຫົວໜ້າພະ​ແນກ; ຫົວໜ້າ, ຮອງ​ຫົວ ໜ້າສະ​ຖາ​ບັນ; ຫົວໜ້າ ​ແລະຮອງ​ຫົວໜ້າຂອງຫົວ ໜ່ວຍວິຊາ​ການ -.ແລະພະ​ນັກ​ງານ​ວິ​ຊາ​ການ​.

ມາດຕາ 26 ( ​ໃໝ່ ). ສິດ ແລະໜ້າທີ່ຂອງກະຊວງ ​ແລະ ອົງ​ການ​ທຽບ​ເທົ່າ​ກະຊວງ

ກະຊວງ ​ແລະອົງ​ການທຽບ​ເທົ່າ​ກະຊວງມີສິດ ແລະໜ້າທີ່ດັ່ງນີ້ :

1. ຄົ້ນຄວ້າຮ່າງນະໂຍບາຍ ແລະແຜນຍຸດທະສາດຂອງຂະແໜງການຕົນ ເພື່ອສະເໜີຕໍ່ລັດຖະ ບານ;

2. ຄົ້ນຄ້ວາຫັນເອົານະໂຍບາຍ, ແຜນການ, ມະຕິຕົກລົງຂອງລັດຖະບານມາເປັນ ແຜນການ, ​ແຜນ​ງານ ແລະໂຄງການລະອຽດຂອງຂະແໜງການຕົນ ພ້ອມທັງ ຮັບຜິດຊອບໃນການ ຈັດຕັ້ງປະຕິບັດ;

3. ສະ​ເໜີປັບປຸງ ຫລືສ້າງຮ່າງກົດໝາຍ, ຮ່າງ​ລັດຖະບັນຍັດ, ຮ່າງ​ລັດຖະດຳລັດ, ຮ່າງດຳ ລັດຕໍ່​ລັດຖະບານ; ອອກຂໍ້​ຕົກລົງ, ຄຳ​ສັ່ງ, ຄຳ​ແນະນຳ ແລະ​ແຈ້ງ​ການ ເພື່ອຄຸ້ມຄອງມະຫາ ພາກໃນຂະແໜງການຂອງຕົນ;

4. ຊີ້ນຳ ​ແລະຄຸ້ມຄອງຕາມສາຍຕັ້ງ​ໃນ​ການ​ຈັດຕັ້ງປະຕິບັດວຽກງານ ແລະບຸກ ຄະລາກອນ ຂອງຂະແໜງການຕົນ ໂດຍປະສານສົມທົບກັບອົງການປົກຄອງ ທ້ອງຖິ່ນ;

5. ສ້າງບຸກຄະລາກອນໃນຂະແໜງການຂອງຕົນ;

6. ພົວພັນວຽກງານກັບຕ່າງປະເທດ ຕາມການມອບໝາຍຂອງລັດຖະບານ;

7. ກວດກາ ແລະສະຫລຸບສັງລວມສະພາບການຈັດຕັ້ງປະຕິບັດວຽກງານຂະແໜງ ການຂອງ ຕົນ ແລ້ວລາຍງານຕໍ່ລັດຖະບານ ​ແລະນາຍົກລັດຖະມົນຕີ;

8. ປະຕິບັດສິດ ແລະໜ້າທີ່ອື່ນໆ ທີ່ລັດຖະບານມອບໝາຍໃຫ້ສະເພາະ ແລະ ຕາມທີ່ໄດ້ກຳ ນົດໄວ້ໃນລັດຖະທຳ​ມະນູນ ​ແລະລະບຽບກົດໝາຍ.

ມາດຕາ 27 ( ​ໃໝ່ ). ພາລະບົດບາດຂອງລັດຖະມົນຕີວ່າ​ການ​ກະຊວງ ​ແລະຫົວໜ້າອົງການ​ ທຽບ​ເທົ່າກະຊວງ

ລັດຖະມົນຕີວ່າ​ການ​ກະຊວງ, ຫົວໜ້າອົງການ​ທຽບ​ເທົ່າ​ກະຊວງ ແມ່ນສະມາ​ຊິກ ລັດຖະບານ, ເປັນ​ຫົວໜ້າຂະ​ແໜງການ​, ​ເປັນ​ເສນາ​ທິການ​ໃຫ້​ແກ່​ລັດຖະບານ ໃນ​ການ​ຄຸ້ມ​ຄອງ​ມະຫາ​ພາກ​ໃນ​ຂະ​ແໜງ ການ​ຂອງ​ຕົນ.

ມາດຕາ 28 ( ​ໃໝ່ ). ສິດ ແລະໜ້າທີ່ຂອງລັດຖະມົນຕີວ່າ​ການກະຊວງ​ ​ແລະຫົວ ໜ້າອົງ​ການທຽບ​ເທົ່າກະ​ຊວງ

ລັດຖະມົນຕີວ່າ​ການກະຊວງ ​ແລະຫົວໜ້າອົງ​ການ​ທຽບ​ເທົ່າກະຊວງມີສິດ ແລະ ໜ້າທີ່​ດັ່ງນີ້:

1. ນຳເອົາມະຕິຂອງກອງປະຊຸມລັດຖະບານໄປຜັນຂະຫຍາຍ ແລະຈັດຕັ້ງປະຕິບັດໃນຂະແໜງການ ຂອງຕົນ;

2. ຊີ້ນຳ, ຄຸ້ມ​ຄອງ ​ແລະກວດ​ກາການປະຕິບັດວຽກ​ງານຂອງຂະແໜງການຕົນ;

3. ອອກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ​ແລະ​ແຈ້ງ​ການແນໃສ່ເພີ່ມທະວີປະສິດທິພາບ ໃນການຈັດ ຕັ້ງ, ການເຄື່ອນໄຫວຂອງການຄຸ້ມຄອງຕາມຂະແໜງການ;

4. ງົດການປະຕິບັດ, ລົບ​ລ້າງ ຫລື​ຍົກ​ເລີກຂໍ້ຕົກລົງ, ຄຳສັ່ງ, ​ຄຳ​ແນະນຳ ​ແລະແຈ້ງ​ການຂອງອົງ ການຈັດຕັ້ງຂັ້ນລຸ່ມທີ່ຂຶ້ນກັບຂະແໜງການຂອງຕົນ ແລະມີສິດສະເໜີ ດັດແປງ, ງົດ​ການ​ປະຕິບັດ, ລົບ​ລ້າງ ຫລື​ຍົກ​ເລີກນິຕິ​ກຳຂອງຂະ​ແໜງການ ອື່ນ ຫລືຂອງ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ ທີ່ຂັດກັບ ລະບຽບຫລັກການຂອງຂະແໜງການ ຕົນ ຫລືຂັດ​ກັບ​ລະບຽບ​ກົດໝາຍ;

5. ວາງມາດຕະການອັນຈຳເປັນ ເພື່ອປະຕິບັດແຜນການປະຈຳປີ;

6. ສະເໜີປັບປຸງ ຫລືສ້າງຮ່າງກົດໝາຍ, ຮ່າງ​ລັດຖະບັນຍັດ, ຮ່າງ​ລັດຖະດຳລັດ ​ແລະ ຮ່າງດຳ ລັດ ກ່ຽວກັບຂະແໜງການຂອງຕົນຕໍ່ລັດຖະບານ;

7. ແຕ່ງຕັ້ງ, ຍົກ​ຍ້າຍ ຫລືປົດຕຳແໜ່ງຮອງຫົວຫ້ອງ​ການ, ຮອງ​ຫົວໜ້າກົມ; ຫົວໜ້າ ພະແນກ ແລະຮອງຫົວໜ້າພະແນກ, ຫົວໜ້າ ​ແລະຮອງ​ຫົວໜ້າຫົວໜ່ວຍວິຊາ​ການ​.

ແຕ່ງ​ຕັ້ງ, ຍົກ​ຍ້າຍ ຫລືປົດ​ຕຳ​ແໜ່ງຫົວໜ້າ ​ແລະຮອງ​ຫົວໜ້າພະ​ແນ​ກຂັ້ນ​ແຂ​ວງ, ຫົວໜ້າຫ້ອງການຂັ້ນເມືອງຂອງຂະແໜງການຕົນ ​ໂດຍ​ມີ​ການ​ສົມທົບກັບ​ອົງ​ການປົກ​ຄອງ​ທ້ອງ​ຖິ່ນ;

8. ມອບວຽກງານໃດໜຶ່ງໃຫ້ລັດຖະມົນຕີຊ່ວຍ​ວ່າ​ການກະຊວງ, ຮອງຫົວໜ້າອົງ​ການທຽບ​ເທົ່າກະຊວງ ຮັບຜິດຊອບ; ມອບໃຫ້ລັດຖະມົນຕີ​ຊ່ວຍ​ວ່າ​ການກະຊວງ, ຮອງ ຫົວໜ້າ​ອົງ​ການ ທຽບເທົ່າກະ ຊວງທ່ານ​ໃດ​ທ່ານໜຶ່ງວ່າການແທນ ໃນເວລາຕິດຂັດ;

9. ພົວພັນຮ່ວມ​ມື​, ເຊັນສັນຍາ ​ແລະອະນຸ​ສັນຍາກັບຕ່າງປະເທດ ຕາມການມອບ ໝາຍຂອງ ລັດຖະບານ;

10. ລາອອກຈາກຕຳ​ແໜ່ງ ເມື່ອເຫັນວ່າຕົນບໍ່ສາມາດປະຕິບັດໜ້າທີ່ໄດ້ ຍ້ອນເຫດຜົນທາງດ້ານສຸຂະ ພາບ ຫລືດ້ວຍເຫດຜົນອື່ນໆ;

11. ປະຕິບັດສິດ ແລະໜ້າທີ່ອື່ນໆຕາມການມອບໝາຍຂອງລັດຖະບານ ຫລືຕາມທີ່ໄດ້ກຳນົດໄວ້ໃນ ລັດຖະທຳ​ມະນູນ ແລະລະບຽບກົດໝາຍ.

ມາດຕາ 29 ( ​ໃໝ່ ). ພາລະ​ບົດ​ບາດຂອງລັດຖະມົນຕີຊ່ວຍ​ວ່າ​ການກະຊວງ ​ແລະຮອງ​ຫົວໜ້າອົງ​ການ​ທຽບ​ເທົ່າ​ກະຊວງ

ລັດຖະມົນຕີຊ່ວຍ​ວ່າ​ການກະຊວງ ​ແລະຮອງ​ຫົວໜ້າອົງ​ການ​ທຽບ​ເທົ່າ​ກະຊວງມີພາລະ​ບົດ​ບາດ ເປັນຜູ້ຊ່ວຍວຽກລັດ​ຖະ​ມົນຕີ​ວ່າ​ການກະຊວງ, ຫົວໜ້າອົງ​ການທຽບ​ເທົ່າ​ກະ ຊວງ​ໃນ​ການ​ນຳ​ພາ, ອຳນວຍ ​ຄວບ​ຄຸມ​ວຽກ​ງານລວມຂອງ​ກະ​ຊວງ, ອົງ​ການ​ທຽບ​ເທົ່າ​ກະຊວງ; ຮັບ​ຜິດ​ຊອບ​ວຽກ​ງານໃດໜຶ່ງ ຕາມ​ການ​ ມອບໝາຍຂອງລັດຖະ​ມົນຕີ​ວ່າ​ການກະຊວງ, ຫົວ ໜ້າ ອົງ​ການ​ທຽບ​ເທົ່າ​ກະຊວງ.

ອາຍຸ​ການຂອງ​ລັດຖະມົນຕີ​ຊ່ວຍວ່າ​ການ​ກະຊວງ ​ແລະຮອງຫົວໜ້າອົງການ​ທຽບ​ເທົ່າກະຊວງ ​ເທົ່າ​ກັບ​ອາຍຸ​ການ​ຂອງ​ລັດຖະບານ.

ລັດຖະມົນຕີຊ່ວຍ​ວ່າ​ການກະຊວງ ແລະຮອງ​ຫົວໜ້າອົງ​ການ​ທຽບ​ເທົ່າ​ກະຊວງ ມີ ສິດລາອອກຈາກຕຳ​ແໜ່ງເມື່ອເຫັນ ວ່າຕົນບໍ່ສາມາດປະຕິບັດໜ້າທີ່ໄດ້ຍ້ອນເຫດຜົນທາງ ດ້ານສຸຂະພາບ ຫລື ດ້ວຍເຫດຜົນອື່ນໆ.


ບັນດາກະຊວງ ໃນລາວ 1. ກະຊວງການຕ່າງປະເທດ 2. ກະຊວງປ້ອງກັນປະເທດ 3. ກະຊວງປ້ອງກັນຄວາມສະຫງົບ 4. ກະຊວງພາຍໃນ 5. ກະຊວງການເງິນ 6. ກະຊວງແຜນການ ແລະ ການລົງທຶນ 7. ກະຊວງອຸດສາຫະກໍາ ແລະ ການຄ້າ 8. ກະຊວງພະລັງງານ ແລະ ບໍ່ແຮ່ 9. ກະຊວງກະສິກໍາ ແລະ ປ່າໄມ້ 10. ກະຊວງຊັບພະຍາກອນ 11. ກະຊວງໂຍທາ ແລະ 12. ກະຊວງສື່ສານ 13. ກະຊວງຍຸຕິທໍາ 14. ກະຊວງສຶກສາທິການ ແລະ ກິລາ 15. ກະຊວງວິທະຍາສາດ 16. ກະຊວງສາທາລະນະສຸກ 17. ກະຊວງແຮງງານ ແລະ ສະຫວັດດີການສັງຄົມ 18. ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ 19. ທະນາຄານແຫ່ງສປປລາວ 20. ອົງການໄອຍະການປະຊາຊົນສູງສຸດ 21. ສານປະຊາຊົນສູງສຸດ