ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ພຣະ​ສົງ​ລາວ​ທົ່ວ​ປະ­ເທດ ສະ­ໄໝ​ທີ VI

ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ພຣະ​ສົງ​ລາວ​ທົ່ວ​ປະ­ເທດ ສະ­ໄໝ​ທີ VIຂອງ​ອົງ­ການ​ພຸດ​ທະ​ສາດ­ສະ­ໜາ​ສຳ­ພັນ​ລາວ ໄດ້​ໄຂ​ຂຶ້ນ​ຕອນ​ເຊົ້າ​ວັນ​ທີ 8 ມີ­ນາ 2011 ນີ້ ທີ່​ຫໍ​ທຳ​ມະ​ສະ­ພາ​ວັດ​ທາດ­ຫຼວງ​ເໜືອ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະ­ທານ​ຂອງ​ພຣະ​ອາ­ຈານ​ໃຫຍ່ ມະ­ຫາ​ຜ່ອງ ສະ​ມາ​ເລິກ ວ່າ­ການ​ປະ­ທານ​ສູນ​ກາງ​ອົງ­ການ​ພຸດ​ທະ​ສາດ­ສະ­ໜາ​ສຳ­ພັນ​ລາວ (ອພສ) ໃຫ້​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ຕົງ​ເຢີ​ທໍ ກຳ­ມະ­ການ​ສູນ​ກາງ​ພັກ ຮອງ​ປະ­ທານ​ຜູ້​ປະ­ຈຳ­ການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຜູ້­ຕາງ­ໜ້າ​ຈາກ​ກະ­ຊວງ ອົງ­ການ ຜູ້​ຊົງ​ຄຸນ​ວຸດ​ທິ ອອກ​ຕົນ​ຍາດ​ໂຍມ ລວມ​ທັງ​ໝົດ 300 ທ່ານ/ອົງ ໃນ​ນັ້ນ ມີ​ຜູ້​ແທນ​ສົມ­ບູນ​ທັງ​ໝົດ 93 ອົງ ມີ​ແຂກ​ຖືກ​ເຊີນ​ຝ່າຍ​ສົງ 100 ອົງ ຝ່າຍ​ຄະ​ຣາ​ວາດ 107 ທ່ານ.

ໃນ​ພິ­ທີ ພາຍ­ຫຼັງ​ພຣະ​ອາ­ຈານ​ໃຫຍ່​ ມະ­ຫາ​ຜ່ອງ ສະ​ມາ​ເລິກ ກ່າວ​ໄຂ​ກອງ​ປະ­ຊຸມ​ຢ່າງ​ເປັນ​ທາງ​ການ​ແລ້ວ ພຣະ​ອາ­ຈານ ມະ­ຫາ​ເຫວດ ມະ​ເສ​ໄນ ຮອງ​ປະ­ທານ​ສູນ​ກາງ ອພສ ກໍ​ໄດ້​ຂຶ້ນ​ຜ່ານ​ບົດ​ລາຍ​ງານ​ການ­ເຄື່ອນ­ໄຫວ​ວຽກ​ງານ​ຂອງ​ສູນ​ກາງ ອພສ ໃນ 5 ປີ­ຜ່ານ­ມາ ແລະ ທິດ​ທາງ​ໜ້າ­ທີ່​ສຳ­ລັບ 5 ປີ​ຕໍ່­ໜ້າ ໂດຍ​ລວມ​ແລ້ວ ຈຸດ­ປະ­ສົງ​ຄາດ­ໝາຍ​ຂອງ​ກອງ​ປະ­ຊຸມ​ໃຫຍ່​ເທື່ອ​ນີ້ ຈະ​ໄດ້​ພ້ອມ​ກັນ​ຮັບ​ຟັງ​ການ​ລາຍ​ງານ​ຜົນ­ສຳ­ເລັດ​ຂອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ Vຂອງ ອພສ ໃນ​ນັ້ນ​ຈະ​ໄດ້​ພ້ອມ​ກັນ​ສັງ­ເກດ​ຕີ​ລາ­ຄາ​ຈຸດ​ດີ ກໍ​ຄື​ຜົນ­ງານ​ທີ່​ຍາດ​ມາ​ໄດ້ ພ້ອມ​ທັງ​ຊອກ​ຮູ້​ຈຸດ​ອ່ອນ ຂໍ້­ຄົງ­ຄ້າງ ຂໍ້​ຫຍຸ້ງ­ຍາກ ບັນ­ດາ​ສາ­ເຫດ ແລະ ບົດ­ຮຽນ​ທີ່​ຖອດ​ຖອນ​ໄດ້​ໃນ​ໄລ­ຍະ 5 ປີ​ທີ່​ຜ່ານ​ມາ ຫຼັງ​ຈາກ​ນັ້ນ ກອງ​ປະ­ຊຸມ​ໃຫຍ່​ຈະ​ໄດ້​ຮັບ​ຟັງ​ການ​ສະ­ເໜີ​ທິດ​ທາງ​ໜ້າ­ທີ່​ຂອງ ອພສ ສຳ­ລັບ 5 ປີ​ຕໍ່­ໜ້າ ບັນ­ດາ​ຜູ້​ແທນ​ພຣະ​ສົງ​ແຕ່​ລະ​ແຂວງ ນະ­ຄອນ­ຫຼວງ ພ້ອມ​ດ້ວຍ​ແຂກ​ຜູ້​ມີ​ກຽດ ຈະ​ໄດ້​ປະ­ກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ຕໍ່​ບົດ​ລາຍ​ງານ​ທັງ 2 ພາກ ແລະ ໜ້າ­ທີ່​ສຳ­ຄັນ​ອີກ​ປະ­ການ​ໜຶ່ງ​ຂອງ​ກອງ​ປະ­ຊຸມ​ໃຫຍ່ ແມ່ນ​ຈະ​ໄດ້​ຮັບ­ຮອງ​ເອົາ​ການ​ເລືອກ​ຕັ້ງ​ຄະ­ນະ​ກຳ­ມະ­ການ​ບໍ­ລິ­ຫານ​ງານ​ສູນ​ກາງ ອພສ ຊຸດ​ໃໝ່ ລວມ​ທັງ​ປະ­ທານ ຮອງ​ປະ­ທານ ພ້ອມ​ທັງ​ຈະ​ໄດ້​ຮັບ​ຟັງ​ການ​ໂອ້​ລົມ​ຈາກ​ຂັ້ນ​ເທິງ​ຕື່ມ​ອີກ ຕະ­ຫຼອດ​ໄລ­ຍະ​ການ​ດຳ­ເນີນ​ກອງ​ປະ­ຊຸມ​ໃຫຍ່ 3 ວັນ.

ຕະ­ຫຼອດ​ໄລ­ຍະ 5 ປີ­ຜ່ານ­ມາ ອພສ ຂັ້ນ​ຕ່າງໆ ໄດ້​ເຮັດ​ໜ້າ­ທີ່​ຂອງ​ຕົນ ຕາມ​ພາ­ລະ​ບົດ­ບາດ​ໃນ​ການ​ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ​ພຣະ​ສົງ-ສາ­ມະ­ເນນ ພຸດ​ທະ​ສາ​ສະ​ນິ​ກະ​ຊົນ ແລະ ອອກ​ຕົນ​ຍາດ​ໂຍມ​ລາວ​ບັນ­ດາ­ເຜົ່າ ອັນ​ໄດ້​ເຮັດ​ໃຫ້​ພຣະ​ສົງ-ສາ­ມະ­ເນນ ພໍ່​ແມ່​ປະ­ຊາ­ຊົນ​ລາວ​ບັນ­ດາ­ເຜົ່າ ຊັ້ນ​ຄົນ ແລະ ທຸກ​ເພດ​ທຸກ​ໄວ ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ເປັນ​ເຈົ້າ​ການ​ເສີມ​ຂະ­ຫຍາຍ​ມູນ­ເຊື້ອ​ອັນ​ດີ­ງາມ​ຂອງ​ຊາດ ມີ​ຄວາມ​ສາ­ມັກ­ຄີ.

ບັນ­ດາ ອພສ ຂັ້ນ​ຕ່າງໆ ໄດ້​ເອົາ­ໃຈ­ໃສ່​ເທ­ສະ­ໜາ​ສັ່ງ­ສອນ​ພຣະ​ສົງ-ສາ­ມະ­ເນນ​ທາງ​ດ້ານ​ຫຼັກ​ສິ­ລະ​ທຳ ແລະ ໃຫ້​ນັບ­ຖື​ກົດ​ລະ­ບຽບ​ຂອງ​ບ້ານ​ເມືອງ​ຢ່າງ​ເຄັ່ງ​ຄັດ ຢຶດ​ພຣະ​ທຳ​ມະ​ວິ­ໄນ​ເປັນ​ຫຼັກ ທຸງ­ໄຊ​ໃນ​ການ​ດຳ­ລົງ​ຊີ­ວິດ ຕິດ​ພັນ​ກັບ​ນ້ຳ­ໃຈ​ຮັກ​ຊາດ ພ້ອມ​ດຽວ​ກັນ​ນັ້ນ ກໍ​ເລົ່າ­ຄືນ​ມູນ­ເຊື້ອ​ອັນ​ສະ­ຫງ່າ​ລາ­ສີ​ຂອງ ອພສ ເພື່ອ​ໃຫ້​ພຣະ​ສົງ​ລຸ້ນ​ໃໝ່​ໄດ້​ຮູ້­ຈັກ ແລະ ສືບ​ທອດ​ມູນ­ເຊື້ອ​ອັນ​ດີ­ງາມ​ຂອງ​ຊາດ.

ຮອດ​ປັດ­ຈຸ­ບັນ​ນີ້​ມີ​ກຳ­ມະ­ການ ອພສ ທັງ​ໝົດ​ທົ່ວ​ປະ­ເທດ ຈຳ­ນວນ 4.559 ອົງ ໃນ​ນັ້ນ​ມີ​ກຳ­ມະ­ການ​ສູນ​ກາງ ອພສ 85 ອົງ ຂັ້ນ​ແຂວງ ນະ­ຄອນ­ຫຼວງ 170 ອົງ ຂັ້ນ​ເມືອງ 452 ອົງ ແລະ ຂັ້ນ​ວັດ/ບ້ານ 3.860 ອົງ ມີ​ພຣະ​ສົງ-ສາ­ມະ­ເນນ ທັງ​ໝົດ 24.253 ອົງ ໃນ​ນັ້ນ​ມີ​ພຣະ​ສົງ 9.582 ອົງ ສາ­ມະ­ເນນ 14.672 ອົງ ພໍ່​ຂາວ 13 ຕົນ ແມ່​ຂາວ 478 ຕົນ ສັງ​ກະ­ລີ​ວັດ 539 ຄົນ ມີ​ວັດ​ທັງ​ໝົດ 4.894 ວັດ ໃນ​ນັ້ນ ວັດ​ທີ່​ມີ​ພຣະ​ສົງ​ອາ­ໄສ​ຢູ່ 3.860 ວັດ ແລະ ວັດ​ທີ່​ຂາດ​ພຣະ​ສົງ​ຊົ່ວ­ຄາວ 1.034 ວັດ.

ສຳ­ລັບ​ວຽກ​ງານ​ສ້າງ­ສາ ແລະ ປົກ​ປັກ​ຮັກ­ສາ​ວັດ­ຖຸ­ບູ­ຮານ ຈຳ­ນວນ​ທຶນ­ຮອນ​ທີ່​ສຸມ​ໃສ່​ການ​ກໍ່­ສ້າງ ແລະ ສົງ­ເຄາະ​ຊ່ວຍ­ເຫຼືອ​ສັງ­ຄົມ​ຂອງ​ບັນ­ດາ ອພສ ແຕ່​ລະ​ຂັ້ນ ແລະ ພຣະ​ສົງ​ທີ່­ຢູ່​ແຕ່​ລະ​ທ້ອງ­ຖິ່ນ​ສາ­ມາດ​ປຸກ­ລະ­ດົມ​ຂົນ­ຂວາຍ​ທຶນ­ຮອນ ສ້າງ­ສາ​ພັດ­ທະ­ນາ ແລະ ຊ່ວຍ­ເຫຼືອ​ສັງ­ຄົມ ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໄດ້​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ຕົກ​ເປັນ​ມູນ​ຄ່າ​ທັງ​ໝົດ 492,81 ຕື້​ກີບ.