ເອແຄ

(ປ່ຽນເສັ້ນທາງມາຈາກ Éclair)

ເອແຄ (ຝຣັ່ງ: éclair) ແມ່ນເຂົ້າໜົມຊະນິດໜຶ່ງທີ່ເຮັດຈາກແປ້ງຊູ ໃສ່ໄສ້ແລະທາດ້ານເທິງຂອງເຂົ້າໜົມດ້ວຍຄີມ ຕົວແປ້ງຈະຖືກບີບເປົນຮູບຮ່າງຍາວແລະອົບຈົນກວ່າດ້ານໃນແມ່ນກອບແລະພາຍໃນເປັນຮູ ເມື່ອຂອງຫວານໄດ້ເຢັນເຖິງສອດໄສ້ຄັສຕາດ ປົກກະຕິແລ້ວແມ່ນຈະມີລົດຊາດວະນິລາ, ກາເຟ ຫຼື ຊັອກໂກແລັດ[1] ຫຼືສອດໄສ້ວິປຄີມຫຼືຄີມຊີບຸສໄສ້ອື່ນໆ ເຊັ່ນ​ ຄັສຕາດລົດຖັ່ວພິຕາຊິໂອແລະຣັມລົດໝາກໄມ້ ຫຼືເກົາລັດບົດ ຫຼັງຈາກນັ້ນທາດ້ານເທິງຂອງເຂົ້າໜົມດ້ວຍຄີມລົດຊາດຕ່າງໆ ຫຼືຄຸມດ້ວຍຟົງດອງ (ນ້ຳຕານປັ້ນ)[1] ແຕ່ບາງຄັ້ງອາດຈະຖືກທາໂດຍນ້ຳຕານຕົ້ມ ໃນກໍລະນີຫຼັງເອແຄຈະຖືກເອີ້ນວ່າ ບາຕົງເດີຊາກອບ (ຝຣັ່ງ: bâton de Jacob)[2]

ເອແຄ
ລາຍລະອຽດ
ຊະນິດແປ້ງພາຍ
ເຄື່ອງປຸງຫຼັກແປ້ງຊູ, ໄສ້ຄີມ, ໄອຊິງ (ຄີມທາດ້ານເທິງ)

ອ້າງອີງ ດັດແກ້

  1. 1.0 1.1 Montagné, Prosper, Larousse gastronomique: the new American edition of the world's greatest culinary encyclopedia, Jenifer Harvey Lang, ed., New York: Crown Publishers, 1988, p. 401 ISBN 978-0-517-57032-6
  2. Montagné, Prosper (1961). Larousse Gastronomique, The Encyclopedia of Wine, Food & Cookery (English translation).