ໂຮງງານເບຍລາວ

ໂຮງງານເບຍລາວ ເປັນໂຮງງານຂອງບໍລິສັດເບຍລາວ ເບຍອັນດັບ 1 ຂອງປະເທດ ແຫ່ງທີ່ 2 (ໂຮງງານແຫ່ງທີ່ 1 ຕັ້ງຢູ່ທີ່ນະຄອນຫລວງວຽງຈັນ ລະຫວ່າງທາງໄປດ່ານຂົວມິດຕະພາບວຽງຈັນ-ໜອງຄາຍ) ສາມາດເຂົ້າຢ້ຽມຊົມຂັ້ນຕອນ ກຳມະວິທີການຜະລິດຕ່າງໆ ໄດ້ໂດຍບໍ່ເສຍຄ່າໃຊ້ຈ່າຍ ໂດຍຕ້ອງມີການນັດໝາຍລ່ວງໜ້າເພື່ອຈັດເຈົ້າຫນ້າທີ່ພາຢ້ຽມຊົມ ໂຮງງານແຫ່ງນີ້ຕັ້ງຢູ່ຫລັກກິໂລແມັດທີ 18 ເທິງທາງຫລວງໝາຍເລກ 13 ໃຕ້.