ເມືອງວາປີເປັນເມືອງທີ່ມີແຫຼ່ງທ່ອງທ່ຽວທຳມະຊາດອັນລືຊື່ເມືອງໜຶ່ງເຊັ່ນ: ແກ້ງກຸ, ຕາດເສັດ ແລະ ແຫຼ່ງທ່ອງທ່ຽວທາງວັດທະນະທຳ(ວັດພະແກ້ວໜອງສອງຫ້ອງ) ແລະ ມີຫອຍຫອມລົດຊາດລືຊ່າ. ເມືອງວາປີມີຊາຍແດນຄື: ທິດເໜືອຕິດກັບເມືອງທ່າປາງທອງ(ແຂວງສະຫັວນນະເຂດ), ທິດຕາເວັນອອກຕິດກັບເມືອງສາລະວັນ, ທິດໃຕ້ຕິດກັບເມືອງຄົງເຊໂດນ, ທິດຕາເວັນຕົກຕິດກັບເມືອງລະຄອນເພັງ. ຄຳຂວັນຂອງເມືອງມີດັ່ງນີ້: "ເມືອງວາປີດິນແດນອູ່ເຂົ້າອູ່ປາ ມີຫອຍຫອມລົດຊາດລືຊ່າ ຖິ່ນບູຊາພະແກ້ວນ້ຳຢາດ ທ່ຽວຊົມຕາດ ແກ້ງກຸປາກເສັດ".