ເທດສະການ­­ບຸນຊ້າງ

 ເທດສະການບຸນຊ້າງແມ່ນມີຂຶ້ນທຸກໆປີ ໃນລະຫວ່າງກາງເດືອນກຸມພາ.ໂດຍຈັດຂຶ້ນຢູ່3ເມືອງຜັດປຽນກັນໄປໃນແຕ່ລະປີເລີ່ມຈັດເທດສະການບຸນຊ້າງຄັ້ງທຳ

ໃນເດືອນກຸມພາ ປີ 2007 .ໄລຍະຜ່ານມາໄດ້ຈັດເທດສະການບຸນຊ້າງແລ້ວ5ຄັ້ງ. ຄັ້ງທີ່1 ຈັດຂຶ້ນຢູ່ເມືອງຫົງສາ ຄັ້ງທີ່2 ຈັດຂຶ້ນຢູ່ເມືອງປາກລາຍ.ຄັ້ງທີ່3 ຈັດຂຶ້ນຢູ່ເມືອງໄຊຍະບູລີ.ຄັ້ງທີ່4ຈັດຂຶ້ນຢູ່ເມືອງຫົງສາ.ຄັ້ງທີ່5 ຈັດຂຶ້ນຢູ່ເມືອງປາກລາຍ ແລະໃນປີ 2012ນີ້ເປັນຄັ້ງທີ່6 ຈະຈັດງານມະຫາກຳບຸນງໍຊ້າງຂຶ້ນ ຢູ່ເມືອງໄຊຍະບູລີ ເຊິ່ງແມ່ນເທດສະບານແຂວງ ໄຊຍະບູລີ ໃນປີ2011ນີ້ຈະຂຶ້ນຢ່າງຍິ່ງໃຫ່ຍກວ່າທຸກໆປີ.ການຈັດງານມະຫາກຳຍຸນຊ້າງໃນແຕ່ລະປີນັ້ນ ມີກິດຈະກຳຫຼາຍໆຢ່າງເຊັ່ນ: ການສະແດງກິດຈະກຳການໃຊ້ງານຂອງຊ້າງ,ຊ້າງອາບນ້ຳ,ການປະກວດຊ້າງງາມ,ການສູ່ຂັວນຊ້າງ,ຂະບວນແຫ່ຊ້າງ ເຊິ່ງມີຊ້າງເຂົ້າຮ່ວມບໍ່ຕຳ່ກວ່າ 70 ຫາ 80ໂຕ.ນອກນັ້ນຍັງມີການວາງສະແດງຮູບພາບກ່ຽວກັບການດຳລົງຊີວິດຂອງຊ້າງ,ການສາຍຮູບເງົາກ່ຽວກັບການຫາກິນຂອງຊ້າງ,ການສະແດງຄອນເສີດແລະສິນລະປະວັນະຄະດີ,ການວາງສະແດງແລະຂາຍສິນຄ້າ ຫັດຖະກຳ-ອຸດສາຫະກຳແລະກິດຈະກຳອື່ນໆອີກຫຼາຍໆຢ່າງ.ສະນັ້ນຫາກກທ່ານໃດສົນໃຈຢາກເຫັນເທດສະການດັ່ງກ່າວທ່ານສາມາດເດີນທາງໄປຊົມໄດ້ ໃນກາງເດືອນກຸມພາ(2)ປີ2012ໃກ້ຈະມາເຖິງນີ້.ຫຼືຕິດຕໍ່ພົວພັນເອົາຂໍ້ມູນນຳຫ້ອງການທ່ອງທ່ຽວແຂວງ ໄຊຍະບູລີ.