ຮູບເງົາລາວ ຄືຮູບເງົາພາສາລາວ ໂດຍໃນຍຸກທຳອິດປະມານປີ ຄ.ສ. 1950 ເປັນຕົ້ນມາຮູບເງົາລາວສ່ວນໃຫຍ່ແມ່ນໜັງສາລະຄະດີທີ່ເຮັດຂຶ້ນເພື່ອໂນ້ມນ້າວປະຊາຊົນໃຫ້ຮັກຊາດ ພາຍໃຕ້ການອຳນວຍການສ້າງຂອງລັດຖະບານແລະກຸ່ມແນວລາວຮັກຊາດ (Lao Patriotic Front) ອາທິເຊັ່ນຮູບເງົາເລື່ອງ Gathering in the Zone of Two Province ຖືເປັນຮູບເງົາທີ່ເກົ່າແກ່ທີ່ສຸດ ບໍ່ປາກົດປີທີ່ສ້າງ ສ້າງໂດຍຄົນເຮັດ ຮູບເງົາຫວຽດນາມ 20 ປີແຫ່ງການປະຕິວັດ (1965) ໄຊຊະນະລະດູແລ້ງແລະແດນອິດສະຫຼະ (1970)


ຕໍ່ມາລັດຖະບານລາວເລິ່ມເຮັດໜັງບ້າງ ເຊັ່ນ ເພື່ອນຮັກ ເພື່ອນແຄ້ນ ແລະ ແຜ່ນດິນຂອງເຮົາ (ທັ້ງ 2 ເລື່ອງບໍ່ປາກົດປີທີ່ສາຍ) ມີການເຜີຍແຜ່ດ້ວຍວິທີເລ່ສາຍຕາມຊານເມືອງເພື່ອໃຫ້ເຂົ້າເຖິງຄົນໝູ່ຫຼາຍ


ຫຼັງປີ ຄ.ສ. 1975 ຫຼັງການປລົດປ່ອຍປະເທດ ວົງການໜັງລາວເຂົ້າສູ່ສະພາວະຊົບເຊົາ ແຕ່ຢ່າງໃດກໍຕາມກະຊວງວັດທະນະທຳໄດ້ຕັ້ງສູນສຳເນົາຟີມຂຶ້ນເພື່ອຮັກສາຟີມໜັງແລະຜະລິດສາລະຄະດີເຜີຍແຜ່ທາງໂທລະພາບໃນວາລະສຳຄັນຕ່າງ ໆ ຫຼາຍກວ່າການປຸກລະດົມດັງແຕ່ກ່ອນ ເຊັ່ນ ບັນທຶກການປະຊຸມນານາຊາດ ບັນທິກເຫດການນ້ຳທ່ວມ ບັນທຶກການສ້າງເມືອງໃໝ່ ເປັນຕົ້ນ


ຕໍ່ມາປີ 1983 ລັດຖະບານລາວແລະຫວຽດນາມຮ່ວມກັນສ້າງຮູບເງົາຮູບເງົາເລົ່າເລື່ອງເລື່ອງທຳອິດ ຄື ສຽງປືນຈາກທຸ່ງໄຫ່ ກຳກັບໂດຍ ສົມຈິດ ພົນເສນາ ແລະພັນ ກີ ນຳ ຜູ້ກຳກັບຊາວຫວຽດນາມແມ່ນຮູບເງົາທີ່ມີເນື້ອຫາກ່ຽວກັບກອງກຳລັງທະຫານຍຸກຄອມມິວນີສຕ໌ ແຕ່ໄດ້ຜົນລັບທີ່ບໍ່ດີນັກ ຕໍ່ມາລັດຖະບານລາວສ້າງໜັງເລື່ອງ ບົວແດງ ໃນປີ 1988 ແມ່ນເລື່ອງລາວລັນທົດຂອງຄອບຄົວທີ່ຖືກພາກຈາກກັນໂດຍສົງຄາມກາງເມືອງ ແມ່ນເລື່ອງທີ່ມີສາກຫຼັງຢູ່ ໃນປີ 1972 ຮູບເງົາເລື່ອງປະສົບຄວາມສຳເລັດດີ ແລະໜັງຈາກທຸນຫວຽດນາມເລື່ອງຂົວພະຍາຊ້າງ

ໃນປີ ຄ.ສ. 2008 ກັບຮູບເງົາລາວເລື່ອງສະບາຍຫຼວງພະບາງ ນຳສະແດງໂດຍ ອານັນດາ ເອເວີລິ່ງແຮມແລະຄຳລີ່ ພິລາວົງ

อ้างอิง ດັດແກ້

Production note ສະບາຍດີ ວຽງຈັນ Archived 2008-05-27 at the Wayback Machine sabaideemovie.com