ສົງຄາມໂລກຄັ້ງທີ່ສອງ

ສົງຄາມລະຫວ່າງຝ້າຍສັມພັນທະມິດ ແລະ ຝ້າຍອັກສະ (ຄ.ສ. 1939 - ຄ.ສ. 1945)

ສົງຄາມໂລກຄັ້ງທີ່ສອງ (ອັງກິດ: World War II; ມັກຫຍໍ້ເປັນ WWII ຫຼື WW2) ເປັນຄວາມຂັດແຍ້ງທາງທະຫານລະດັບໂລກຕັ້ງແຕ່ ຄ.ສ. 1939 ຫາ ຄ.ສ. 1945 ເຊິ່ງກ່ຽວຂ້ອງກັບປະເທດສ່ວນໃຫຍ່ໃນໂລກ ລວມທັງລັດມະຫາອຳນາດທັງໝົດ ປະເທດຜູ້ຮ່ວມສົງຄາມລວມໂຕກັນເປັນພັນທະມິດທາງທະຫານຄູ່ສົງຄາມສອງຝ່າຍ ແມ່ນ ຝ້າຍສັມພັນທະມິດແລະຝ້າຍອັກສະ ລະຫວ່າງສົງຄາມມີການລະດົມທະຫານກວ່າ 100 ລ້ານຄົນ ດ້ວຍລັກສະນະຂອງສົງຄາມເບັດເສັດ ປະເທດຜູ້ຮ່ວມສົງຄາມຫຼັກໄດ້ທຸ່ມເທຂີດຄວາມສາມາດທາງເສຖະກິດ ອຸດສາຫະກຳແລະວິທະຍາສາດເພື່ອຄວາມພະຍາຍາມຂອງສົງຄາມທັງໝົດ ໂດຍລຶບເສັ້ນຂີດແບ່ງລະຫວ່ງຊັບພະຍາກອນຂອງພົນເຮືອນຫຼືທະຫານ ປະເມີນກັນວ່າສົງຄາມມີມູນຄ່າປະມານ 1 ລ້ານລ້ານໂດລາສະຫະລັດ ດ້ວຍປະການທັງປວງ ສົງຄາມໂລກຄັ້ງທີສອງຈຶ່ງນັບວ່າແມ່ນສົງຄາມຂະໜາດໃຫຍ່ທີ່ສຸດ ໃຊ້ເງິນທຶນຫຼາຍທີ່ສຸດ ແລະນອງເລືອດທີ່ສຸດໃນປະຫວັດສາດມະນຸສະຍະຊາດ ປະເມີນກັນວ່າມີຜູ້ເສຍຊີວິດລະຫວ່າງ 40 ຫາຫຼາຍກວ່າ 70 ລ້ານຄົນ

  1. Wallechinsky, David: David Wallechinsky's Twentieth Century : History With the Boring Parts Left Out, Little Brown & Co., 1996, ISBN 0-316-92056-8, ISBN 978-0-316-92056-8 - cited by White
  2. Brzezinski, Zbigniew: Out of Control: Global Turmoil on the Eve of the Twenty-first Century, Prentice Hall & IBD, 1994, ASIN B000O8PVJI - cited by White
ສົງຄາມໂລກຄັ້ງທີ່ສອງ
ທະຫານເຄືອຈັກກະພົບໃນທະເລຊາຍ
ຊາວຈີນຖືກຝັງທັງເປັນໂດຍທະຫານຍີ່ປຸ່ນ
ເຮືອອູຂອງເຢຍລະມັນລະຫວ່າງປະຕິບັດການ
ກອງທັບໂຊວຽດທີ່ສະຕາລິນກາດ
ເບີລິນຖືກທຳລາຍ
ເຄື່ອງບິນຮົບຍີ່ປຸ່ນຕຽມຂຶ້ນບິນ
ຊ້າຍບົນໄປຂວາ: ທະຫານເຄືອຈັກກະພົບໃນທະເລຊາຍ, ຊາວຈີນຖືກຝັງທັງເປັນໂດຍທະຫານຍີ່ປຸ່ນ, ເຮືອອູຂອງເຢຍລະມັນລະຫວ່າງປະຕິບັດການ, ກອງທັບໂຊວຽດທີ່ສະຕາລິນກາດ, ເບີລິນຖືກທຳລາຍ, ເຄື່ອງບິນຮົບຍີ່ປຸ່ນຕຽມຂຶ້ນບິນ
ວັນທີ່1 ກັນຍາ 1939 ເຖິງ 2 ກັນຍາ 1945
ສະຖານທີ່
ຜົນ

ຝ່າຍສັມພັນທະມິດຊະນະ

ຄູ່ສົງຄາມ
ຝ່າຍສັມພັນທະມິດ ຝ່າຍອັກສະ
ຜູ້ບັນຊາການແລະຜູ້ນຳ

ຜູ້ນຳຝ່າຍສັມພັນທະມິດ

ຜູ້ນຳຝ່າຍອັກສະ

ຄວາມສູນເສຍ
  • ທະຫານເສຍຊີວິດ:
  • ມາກກວ່າ 16,000,000 ນາຍ
  • ພົນລະເມືອງເສຍຊີວິດ:
  • ມາກກວ່າ 45,000,000 ຄົນ
  • ເສຍຊີວິດທັງໝົດ:
  • ມາກກວ່າ 61,000,000 ຄົນ
  • (1937–1945)
[1]
  • ທະຫານເສຍຊີວິດ:
  • ມາກກວ່າ 8,000,000 ນາຍ
  • ພົນລະເມືອງເສຍຊີວິດ:
  • ມາກກວ່າ 4,000,000 ຄົນ
  • ເສຍຊີວິດທັງໝດ:
  • ມາກກວ່າ 12,000,000 ຄົນ
  • (1937–1945)
[2]