ສາສະໜາ

(ປ່ຽນເສັ້ນທາງມາຈາກ ສາສະຫນາ)

ສາສະໜາ (ຄຳເຄົ້າ: ສາສນາ[1]) ໝາຍເຖິງ ຄວາມເຊື່ອໃນສິ່ງສັກສິດ ສິ່ງເໜືອທຳມະຊາດ ສະຖາບັນ ປະເພນີ ເຊິ່ງເປັນບ່ອນເຄົາລົບ ໂດຍທົ່ວໄປແລ້ວອາດກ່າວໄດ້ວ່າ ສາສະໜາ ເປັນສິ່ງເຊິ່ງຄວບຄຸມ ແລະປະສານຄວາມສຳພັນຂອງມະນຸດໃຫ້ຢູ່ຮ່ວມກັນໄດ້ຢ່າງເປັນສຸກ ແມ່ນ ຫຼັກການແລະວິຖີທາງເຊິ່ງມະນຸດເລືອກໃຊ້ໃນການດຳລົງຊີວິດ.

ບຸນສາສະໜາ

ພັດທະນາການຂອງສາສະໜາ ດັດແກ້

ມີຄວາມເຊື່ອວ່າສາສະໜານັ້ນ ເກີດມາຈາກຄວາມຢ້ານກົວທຳມະຊາດ ກ່າວຄື ສິ່ງໃດເຊິ່ງມະນຸດຢ້ານກົວ ເຊື່ອ ເລື່ອມໃສ ແລະໃຫ້ຄວາມເຄົາລົບນັບຖື ໄດ້ຊື່ ວ່າເປັນສາສະໜາຂອງບຸກຄົນນັ້ນໆ ໃນການສຶກສາປັດຈຸບັນ ຄຳອະທິບາຍຂອງການເກີດຂຶ້ນ ແລະພັດທະນາການຂອງສາສະໜາ ສາມາດແບ່ງໄດ້ເປັນສາມກຸ່ມ

  • ກຸ່ມເຊິ່ງເບິ່ງວ່າສາສະໜາ ແມ່ນສິ່ງເຊິ່ງມະນຸດສ້າງຂຶ້ນ.
  • ກຸ່ມເຊິ່ງເບິ່ງວ່າສາສະໜາຄ່ອຍໆ ພັດທະນາການ ໄປສູ່ສະພາວະແຫ່ງຄວາມຈິງຫຼາຍຂຶ້ນເລື້ອຍໆ.
  • ກຸ່ມເຊິ່ງເບິ່ງວ່າສາສະໜາ ບາງສາສະໜານັ້ນແມ່ນຄວາມຈິງແທ້.

ອ້າງອີງ ດັດແກ້

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.