ສະຫະພັນກຳມະບານ

ປະເພດ ອົງການຈັດຕັ້ງຂອງລັດ
ສຳນັກງານ ນະຄອນຫຼວງວຽງຈັນ
ປະທານ ທ່ານ ວົງເພັດ ໄທເກີຢາຈົງ
ສ້າງຕັ້ງ 1/2/1966

ສະຫະພັນກຳມະບານລາວແມ່ນອົງການຈັດຕັ້ງທີ່ເປັນຕົວແທນ ແລະ ປົກປ້ອງສິດທິຜົນປະໂຫຍດ ຂອງຊົນຊັ້ນກຳມະກອນ, ລັດຖະກອນ, ຊາວຜູ້ອອກແຮງງານທັງໝົດ. ຄະນະສະຫະພັນກຳມະບານລາວມີໜ້າທີ່ເຕົ້າໂຮມ, ສຶກສາອົບຮົມກຳມະກອນ ແລະ ຊາວຜູ້ອອກແຮງງານບັນດາເຜົ່າໃຫ້ກາຍເປັນພົນລະເມືອງດີ, ມີສະຕິຊົນຊັ້ນຢ່າງຖືກຕ້ອງ, ມີລະບຽບແບບແຜນວິທີເຮັດວຽກທີ່ດີ, ມີລະບຽບວິໄນເຂັ້ມງວດ, ເປັນເຈົ້າການໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ເປັນເຈົ້າການໃນການເຄື່ອນໄຫວປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຖືກກົດໝາຍຂອງຊາວຜູ້ອອກແຮງງານລາວ. ຄະນະສະຫະພັນກຳມະບານລາວ ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 1/2/1966.