ອຸ­ດົມ​ໄຊ ເປັນ​ແຂວງ​ຫນຶ່ງຕັ້ງ​ຢູ່​ທາງ​ພາກ​ເຫນືອ​ຂອງ​ລາວ ມີ​ຊາຍ​ແດນ​ຕິດ​ຈອດ​ກັບ​ຫລາຍແຂວງ ແລະ ປະ­ເທດ​ເພື່ອນ​ບ້ານນຳ​ອີກ ເປັນ​ຫນຶ່ງ​ໃນ​ແຂວງ​ທີ່​ອຸດົມ​ສົມ­ບູນ​ໄປ​ດ້ວຍ​ຊັບ​ພະ­ ຍາກອນ​ທຳ​ມະ​ຊາດ, ມີ​ຮ່ອງ­ຮອຍປະ­ຫວັດ­ສາດ​ປູ­ຊະ­ນີ­ຍະ­ສະ­ຖານດ້ານ​ວັດ­ທະ­ນະ­ທຳ​ຫລາຍ​ແຫ່ງ, ສິ່ງ​ສຳ­ຄັນ ຖ້າ​ຫາກ​ທ່ານ​ໄດ້​ໄປ​ທີ່ອຸ­ດົມ​ໄຊ ກໍ່​ຢ່າ​ລືມ​ແວ່​ຊົມ​ທີ່​ພະທາດ​ໄຊ​ມຸງ­ຄຸນ​ໃນ​ເຂດ​ເມືອງ​ໄຊ ພ້ອມ​ທັງ​ເບິ່ງ​ທິວ​ທັດ​ທີ່​ສາ­ມາດແນມ​ເຫັນ​ໄດ້​ເທດ­ສະ­ບານ​ແຂວງຢ່າງ​ຈະ­ແຈ້ງ ແລະ ເຕັມ​ອີ່ມ ໂດຍສະ­ເພາະ​ໃນ​ຍາມ​ເຂົ້າ​ພັນ​ສາ​ຄືຈັ່ງ​ຊີ້.

ອີງ​ຕາມ​ເອ­ກະ­ສານ​ປະ­ຫວັດຫຍໍ້ ຂອງ​ພະ­ທາດ​ດັ່ງ­ກ່າວ​ໄດ້​ລະບຸ​ໄວ້​ວ່າ: ຫລາຍ​ຮ້ອຍ​ປີ​ຄືນ​ຫລັງທີ່​ສ້າງ​ມາ​ແຕ່​ພະ​ເຈົ້າ​ໄຊ​ຍະ​ເສດຖາ​ແຫ່ງ​ນີ້​ໄດ້​ຮັບ​ຜົນ​ກະ­ທົບ​ຍ້ອນສົງ­ຄາມ​ທຳ­ລາຍ ສະ­ນັ້ນ ຈິ່ງ​ມີແຕ່​ຫຍ້າ, ປ່າ­ໄມ້​ໂອບ­ອ້ອມ​ເອົາ ໂດຍ​ທຳ​ມະ​ຊາດດ້ວຍ​ແຮງ​ທີ່​ສັດ ທາ​ຂອງ​ພະ​ພຸດ​ສະ​ນິ​ກະ​ຊົນ​ກໍ່​ຄືປວງ​ຊົນ​ຊາວ​ແຂວງ​ອຸ­ດົມ​ໄຊ ແລະອົງ­ການ​ພຸດ​ທະ​ສາ­ສະ­ຫນາ ພ້ອມ​ກັນ​ປັບ­ປຸງແລະ ສ້າງ​ທາດຄືນ­ໃຫມ່​ໃນ​ປີ 1996 ແລະ ສໍາເລັດ​ໃນ​ປີ 1997, ສູງ​ປະ­ມານ 18 ແມັດ, ທຸກໆ​ປີ​ໄດ້​ຈັດ​ງານ​ສະຫລອງ​ກັນ​ຈົນ​ຄົບ 3 ມື້ 3 ຄືນ ໃນ​ທຸກໆ​ເດືອນ 3 ເພັງ​ຂອງ​ທຸກປີ.

ລັກ­ສະ­ນະ​ຂອງ​ພະ­ທາດ​ເປັນຮູບ​ສີ່​ລ່ຽມ​ມີ​ຂັ້ນ​ໃດ​ຂຶ້ນ 4 ດ້ານຖ້ານ​ລຸ່ມ​ສຸດ​ປະ­ດັບ​ດ້ວຍ​ກີບ​ບົວໃຫຍ່ ສ່ວນ​ຖ້ານ​ທີ 2 ເປັນ​ຮູບ 4 ຫລ່ຽມ ທັງ 4 ແຈ​ມີ​ທາດ​ນ້ອຍສູງ 2 ແມັດ​ເຊັ່ນ​ກັນ, ສ່ວນຖ້ານ​ທີ 3 ແລະ ທີ 4 ເປັນ​ຮູບ​ແອວ ຂັນ, ຖ້ານ​ທີ 5 ເປັນ​ຮູບ​ໂອ​ຂວ້ຳ, ຖ້ານ​ທີ 6 ເປັນ​ຮູບ​ແອວ​ຂັນ​ປະ ດັບ​ດ້ວຍ​ກີບ​ບົວ​ໃຫຍ່ 3 ດ້ານ ຈຳນວນ 16 ກາບ, ສ່ວນ​ຖ້ານ​ທີ 7 ເປັນ​ຮູບ​ແອວ​ຂັນ​ດວງ­ປີ ສ່ວນເທິງ​ເປັນ​ຍອດ​ລວ­ດລາຍ​ສິ­ລະ​ປະທ້ອງ­ຖິ່ນ​ເປັນ​ຊົງ​ຍອດ​ລວ­ດລາຍສິ­ລະ​ປະ​ຂອງ​ຊົນ­ເຜົ່າ​ລື້, ເວົ້າລວມ​ແລ້ວ​ຄວາມ​ສູງ​ແມ່ນ​ບໍ່ຫລຸດ​ລື່ນ​ກັນ​ກັບ​ຄວາມ​ກວ້າງຂອງ​ຕີນ​ພະ­ທາດ.

ໃນ​ຍາມ​ບຸນ​ສຳ­ຄັນ​ຂອງ​ຊາດ ແລະ ບຸນ​ປະ­ຈຳ​ປີ ທາງ​ສາ​ສະຫນາ​ມີ​ຜູ້​ຄົນ​ສ່ວນ​ຫລວງ­ຫລາຍມັກ​ມາ​ທ່ຽວ​ເລາະ​ເບິ່ງ​ໃນ​ສະຖານ​ທີ່​ເຂດ​ພະ­ທາດ​ໄຊ​ມຸງ­ຄຸນ, ສ່ວນ​ສົນ​ກັນ​ໄປŒມາ​ຈົນ​ຊິ​ບໍ່​ມີຮອດ​ບ່ອນ​ຈອດ​ລົດອາດ​ເວົ້າ​ໄດ້ ວ່າ​ເປັນ​ຈຸດ​ນັດ​ພົບ​ຂອງ​ຄົນ​ສ່ວນຫລາຍ​ໃນ​ຍາມ​ເຂົ້າ​ພັນ​ສາ ໂດຍສະ­ເພາະ​ໃນ​ທຸກໆ​ວັນ​ສິນ ເປັນຈຸດ​ເດັ່ນ​ຂອງ​ວັດ​ແຫ່ງ​ນີ້​ເລີຍເພາະ​ຈະ​ມີ​ຜູ້​ຄົນ​ທີ່​ມາ​ຈາກ​ທຸກ ສາ­ລະ​ທິດ​ມັກ​ມາ​ໃສ່​ບາດ​ທີ່​ວັດແລ້ວ​ຊົມ​ທິວ​ທັດ​ກິນ​ອາ­ກາດສົດໆ​ໃນ​ຍາມ​ເຊົ້າ, ນັບ​ວ່າ​ເປັນຈຸດ​ດຶງ​ດູດ​ຄວາມ​ສົນ­ໃຈ​ຂອງ​ນັກທ່ອງ​ທ່ຽວ​ທັງ​ພາຍ​ໃນ ແລະ ຕ່າງ​ຊາດ​ທີ່​ເຂົ້າ​ມາ​ສັກ­ກາ­ລະ​ບູຊາ​ພະ­ທາດ​ດັ່ງ­ກ່າວ ນອກ​ນັ້ນ​ກໍ່ ຈະ​ໄດ້​ສຳ­ຜັດ​ບັນ­ຍາ­ກາດ​ໃນ​ເຂດພູ​ສູງ ກໍ­ລະ­ນີ​ຂຶ້ນ​ໄປ​ເທິງ​ຫໍ​ທີ່​ຕັ້ງຂອງ​ພະ­ທາດ​ທີ່​ສາ­ມາດ​ແນມເຫັນ​ພາບ​ທຳ​ມະ​ຊາດ​ອັນ​ສວຍງາມ​ໃນ​ເຂດ​ເທດ­ສະ­ບານ​ແຂວງ ໄດ້​ຢ່າງ​ຊັດ​ເຈນ, ໃນ​ລະ­ດູ​ຫນາວຈະ​ແຕກ​ຕ່າງ​ຈາກ​ຍາມ​ແລ້ງ ຖ້າຈະ​ແນມ​ໄປ​ອີກ​ຟາກ​ພູ​ເບື້ອງ​ຕາເວັນ​ອອກ​ກໍ່​ຈະ​ເຫັນ​ພູ​ຫົວ​ຂາວນ້ອຍ-ໃຫຍ່​ລຽນ​ກັນ​ເປັນ​ແຖວສະ­ຫລັບ­ຊັບ­ຊ້ອນ​ໃນ​ເຂດ​ຊາຍ ແດນ​ລາວ-ຫວຽດ­ນາມ ທີ່​ປົກຄຸມ​ດ້ວຍ​ຫມອກ​ໃນ​ຍາມ​ເຊົ້າ ແລະ ຄ່ອຍໆ​ຈາງ​ອອກ​ເມືອງແສງ​ອາ­ທິດ​ເລີ່ມ​ເປັ່ງ​ປະ­ກາຍ​ສີຂອງ​ມັນ​ອອກ​ມາ ເນື່ອງ​ຈາກ​ພະທາດ​ໄຊ​ມຸງ­ຄຸນ​ລັດ­ຕະ­ນະ​ມິ່ງ ເມືອງ​ຕັ້ງ​ຢູ່​ຈຸດ​ສູງ ຈິ່ງ​ບໍ່​ເປັນເລື່ອງ​ແປກ​ທີ່​ຜູ້​ຢູ່​ບໍ­ລິ­ເວນ​ອ້ອມຂ້າງ​ສາ­ມາດ​ແນມ​ເຫັນ​ພະ­ທາດໄດ້​ຕັ້ງ​ຫລາຍ​ກິ­ໂລ­ແມັດ​ຢ່າງ​ງົດງາມ.

ນັກ​ທ່ອງ​ທ່ຽວ​ພາຍ​ໃນ ແລະ ຕ່າງ­ປະ­ເທດ​ໄດ້​ໄປ​ເມືອງ​ອຸ­ດົມໄຊ ຈຳ­ນວນ​ຫນຶ່ງ​ມັກ​ຂຶ້ນ​ໄປ​ສັກກາ­ລະ​ບູ­ຊາ ຫລື ທ່ຽວ​ຊົມ​ຄວາມງາມ​ຂອງ​ພະ­ທາດ, ສະ­ເພາະຊາຍ​ຫນຸ່ມ-ຍິງ​ຫນຸ່ມ ອາດ​ຈະ​ຖືວ່າ​ເປັນ​ການ​ພັກ­ຜ່ອນ​ກໍ່​ວ່າ​ໄດ້ທີ່​ແນ່­ນອນ​ຄົງ​ເປັນ​ເພາະ­ວ່າ​ພະທາດ​ແຫ່ງ​ນີ້​ຕັ້ງ​ຢູ່​ເຂດ​ຕົວ​ເມືອງສະ­ດວກ​ຕໍ່​ການ​ໄປ-ມາ ສາ­ມາດຂີ່​ລົດ​ຂຶ້ນ​ຈອດ​ບໍ­ລິ­ເວນ​ອ້ອມ​ຮອບ ຫລື ຍ່າງ​ຂຶ້ນ​ຕາມ​ຂັ້ນ­ໄດ​ທີ່​ຖືກສ້າງ​ໄວ້​ປະ­ມານ 100 ກວ່າ​ຂັ້ນ, ຕິ​ຕາງ​ເປັນ​ການ​ອອກ­ກຳ­ລັງກາຍ​ແລ້ວ​ຈິ່ງ​ພັກ­ຜ່ອນ​ໃຕ້​ຮົ່ມ​ໄມ້ແນມ​ເບິ່ງ​ທັດ­ສະ­ນີ​ຍາ​ພາບ​ຂອງຕົວ​ເມືອງ​ໄຊ ແຂວງ​ອຸ­ດົມ​ໄຊ ທີ່ຕັ້ງ​ຢູ່​ອ້ອມ​ຮອບ​ໃນ​ຂະ­ນະ​ດຽວກັນ​ກໍ່​ມີ​ລົມ​ພັດ​ຄ່ອຍໆ​ພັດ​ຜ່ານ ເປັນ​ໄລ­ຍະ​ເຢັນ​ສະ­ບາຍ​ຜ່ອນຄາຍ​ຄວາມ​ອິດ­ເມື່ອຍ​ຈະ​ເປັນຕອນ​ໃດ​ກໍ່​ໄດ້ ຖ້າ​ຫາກ​ທ່ານ​ໄດ້ເຫັນ​ດ້ວຍ​ຕົນ​ເອງ​ຄວາມ​ຈິງ​ຈະເກີດ​ຂຶ້ນ​ກັບ​ວ່າ​ທ່ານ​ຈະ​ກຸ້ມ​ຄ່າ ກັບ​ເວ­ລາ​ທີ່​ໄດ້​ມາ​ໃນ​ສະ­ຖານ­ທີ່ແຫ່ງ​ນີ້.