ໝາກຟະລຳບວດ (ຝຣັ່ງ: framboise, ຟຣັມບວສ) ຫຼື ໝາກແລສະເບີລີ້ (ອັງກິດ: raspberry) ຫຼື ເບຕົ້ນໄມ້ (ຈີນ: 樹莓) ແມ່ນຊື່ເອີ້ນໝາກໄມ້ຫຼາຍຊະນິດໃນສະກຸນ Rubus (ສະກຸນດຽວກັບໝາກເບດຳ) ສ່ວນໃຫຍ່ຢູ່ໃນສະກຸນຍ່ອຍ Idaeobatus. ມີຕົ້ນກຳເໜີດມາຈາກແຖບເອີລົບ ລູກໝາກຟະລຳບວດສາມາດຮັບປະທານໄດ້ ເຊິ່ງມີທັງລົດຫວານແລະສົ້ມ. ລູກມີສີແດງຂະໜາດນ້ອຍແລະຍັງແມ່ນໝາກໄມ້ທາງການຄ້າທີ່ສຳຄັນ ສາມາດຈະເລີນເຕິບໂຕໄດ້ຢ່າງກວ້າງຂວາງທຸກສະພາບພູມິອາກາດທົ່ວໂລກແຕ່ນິຢົມປູກກັນໃນພື້ນທີ່ທີ່ມີອາກາດໜາວເຊັ່ນເອີລົບແລະອາເມລິກາ. ລຳຕົ້ນແລະໂຕຕົ້ນກັມີຄວາມແຂງແຮງຫຼາຍ ສາມາດຂະຫຍາຍພັນໄປໄດ້ເລື້ອຢ ໆ ບໍ່ມີຂີດຈຳກັດ ເຊິ່ງເປັນຜົນມາຈາກການທີ່ມັນສາມາດງອກລຳຕົ້ນໃໝ່ຈາກລຳຕົ້ນເດີມໄດ້ແລະເຫງົ້າຂອງມັນຈະເຈາະເລິກລົງໄປໃນດີນ ສ່ວນໃບກໍ່ສາມາດນຳໄປເຮັດຢາໄດ້. ການເກັບກ່ຽວນິຍົມເກັບກ່ຽວໃນຊ່ວງທີ່ໝາກສຸກງອມ ໂດຍໃຫ້ເບິ່ງຈາກລູກຈະມີສີເຂັ້ມສົດ (ສີແດງ, ມ່ວງ, ດຳ) ໃນຊ່ວງນີ້ລູກຈະມີຄວາມຫວານມາກຈຶ່ງເໝາະສຳລັບນຳໄປຮັບປະທານຫຼືນຳໄປເຮັດໝາກໄມ້ກວນແລະເໝາະທີ່ຈະນຳໄປເຮັດຂອງກິນຢ່າງອື່ນທັງຂອງຄາວແລະຂອງຫວານ.

ອ້າງອີງ ດັດແກ້