ແບລັກພິງ (ເກົາຫຼີ: 블랙핑크 ອັງກິດ: Blackpink) ແມ່ນວົງດົນຕີຍິງເກົາຫຼີໃຕ້ ສັງກັດໂດຍ ວາຍຈີເອັນເຕີເທັນເມັນຕ໌ (YG Entertainment) ປະກອບສະມາຊິກ ເຈນນີ ຈີຊູ ໂຣເຊ ແລະ ລິຊາ ວົງດົນຕີນີ້ເປິດຕົວເມື່ອວັນທີ່ 8 ສິງຫາ 2016 ກັບອັນລະບັ້ມດ່ຽວຂອງວົງຄື Square One ເຊິ່ງປ່ອຍພ້ອມ Whistle ແມ່ນເພງອັນດັບໜຶ່ງຂອງວົງໃນປະເທດເກົາຫຼີໃຕ້ ເຊັ່ນດຽວກັນກັບເພງ Boombayah ກາຍ​ເປັນເພງກົກທີ່ຕິດອັນດັບໜຶ່ງບົນຊາຣ໌ດ Billboard World Digital Songs ວົງນີ້ຍັງໄດ້ຮັບລາງວັນ Golden Disc Awards ແລະ Seoul Music Awards.

ວົງດົນຕີນີ້ແມ່ນກຸ່ມວົງຍິງ K-Pop ອັນດັບສູງສຸດທັ້ງ Billboard Hot 100 ແລະ Billboard 200 ຕິດອັນດັບທີ່ 33 ກັບ "Sour Candy" (2020) ແລະເພງ Kill This Love (2019) ຕິດອັນດັບທີ່ 24 ຕາມລຳດັບ ລວມເຖີງແມ່ນວົງດົນຕີ Kpop ຍິງຄັ້ງທຳອິດແລະວົງດຽວທີ່ຂຶ້ນອັນດັບໜຶ່ງບົນອັນດັບ Billboard ປະເພດສິລະປິນໜ້າໃໝ່ ແລະແມ່ນສິລະປິນກຸ່ມກົກທີ່ມີຊິງເກິນອັນດັບໜຶ່ງຂອງຊາຣ໌ດ Billboard World digital songs ເຖີງ 5 ເພງ ຊິງເກີນ Ddu du ddu du ກາຍເປັນມິວສິກວິດີໂອທີ່ມີຍອດເບິ່ງມາກທີ່ສຸດຂອງສິລະປິນກຸ່ມ K-pop ທັ້ງໝົດ ໂດຍມີຍອດເບິ່ງມາກກວ່າ 1 ພັນລ້ານຄັ້ງໃນຢູທູບ ຕໍ່ມາໃນເດືອນມິຖຸນາ 2020 ພວກເຂົາໄດ້ປ່ອຍຊິງເກີນ How you like that ເຊີ່ງມີຍອດຜູ້ເບີ່ງມິວສິກວີດີໂອເຖີງ 57 ລ້ານຄົນຫລັງປ່ອຍມິວສິກວິດີໂອໄດ້ 12 ຊົ່ວໂມງ[1][2]

ທີ່ມາຂອງຊື່ ດັດແກ້

ກ່ອນໜ້ານີ້ ມີຂ່າວລືຫຼາຍໆກ່ຽວກັບຊື່ກຸ່ມເກີລກຣຸ້ປໃໝ່ຂອງ YG Entertainment ບໍ່ວ່າຈະເປັນ TLCF, Magnum ແລະ Baby monster[3][4] ໃນປີ 2012 ເຈັນນີ່ປາກົດໃນວິດິໂອແນະນຳເດັກຝຶກທາງຊ່ອງ YG Entertainment ໃນຢູທູບ ໂດຍມີຄຳວ່າ Pink punk ແມ່ນຊື່ປະຊາສຳພັນຂອງກຸ່ມ[5][6] ເຖິງຢ່າງໃດກໍ່ຕາມ ບໍ່ມີການຍືນຍັນຢ່າງເປັນທາງການວ່າ ເກີລກຣຸ້ປໃໝ່ໃຊ້ຊື່ນີ້ ຈົນກວ່າວັນທີ່ 29 ມິຖຸນາ 2016 YG Entertainment ໄດ້ປະກາດລາຍຊື່ສະມາຊິກແລະຊື່ກຸ່ມຢ່າງເປັນທາງການວ່າ ແບລັກພິງ ຕົວແທນ YG ກ່າວວ່າ "ແບລັກພິງແມ່ນຄວາມຕັ້ງໃຈໃຫ້ກົງກັນຂ້າມ ສີບົວສື່ເຖີງຄວາມງົດງາມ ແຕ່ຄວາມສວຍບໍ່ແມ່ນທັງໝົດ ພວກນາງແມ່ນທີມບໍ່ໄດ້ມີພຽງຮູບຮ່າງໜ້າຕາເທົ່ານັ້ນ ແຕ່ຍັງຫຼາຍໄປດ້ວຍຂອງຂວັນ"[7][8] ນອກຈາກນີ້ ສະມາຊິກທັ້ງໝົດຕ່າງມີຄວາມເປັນຜູ້ນຳໃນແຕ່ລະດ້ານໄດ້ ແບລັກພິງແລະທາງ YG ຕັດສິນໃຈວ່າບໍ່ມີຫົວໜ້າວົງ[9]

ອ້າງອິງ ດັດແກ້

  1. ""แบล็คพิ้งค์" ทุบสถิติเปิดตัว How You Like That ในยูทูบ 12 ชม.ทะลุ 57 ล้านวิว!". ไลน์ทูเดย์ (in ໄທ). Retrieved July 1, 2020.
  2. Dominic Punt (June 30, 2020). "BLACKPINK's return sets new YouTube records with How You Like That" (in ອັງກິດ). Retrieved June 30, 2020.
  3. "If You Know All 10 Of These BLACKPINK Facts, You're Probably A BLINK". koreaboo (in ອັງກິດ). Archived from the original on 2017-07-29. Retrieved 2017-07-29. {{cite web}}: Unknown parameter |deadurl= ignored (|url-status= suggested) (help)
  4. "YG 新女團 TLC-F 最新動向". kpopn (in ຈີນ). Archived from the original on 2017-07-29. Retrieved 2017-07-29. {{cite web}}: Unknown parameter |deadurl= ignored (|url-status= suggested) (help)
  5. 박소영 기자 (August 8, 2016). "블랙핑크, 이번엔 몽환+섹시..NEW 타이틀곡은 '휘파람'". OSEN (in ເກົາຫລີ). Retrieved October 26, 2016.
  6. 박소영 기자 (August 8, 2016). ""YG의 청초꽃 떴다"..블랙핑크 지수, 개인 포스터 공개". OSEN (in ເກົາຫລີ). Retrieved October 26, 2016.
  7. "สิ้นสุดการรอคอย!! YG Entertainment เปิดตัว 4 สาวเกิร์ลกรุ๊ปน้องใหม่ Black Pink งดงามเต็มเปี่ยมด้วยพรสวรรค์". ทรูไอดี. 29 มิถุนายน 2559. Retrieved 3 เมษายน 2560. {{cite web}}: Check date values in: |accessdate= and |date= (help); Cite has empty unknown parameter: |1= (help)
  8. "YG新女團名稱揭曉 四人女團Black Pink". 全星網 (in ຈີນ). Archived from the original on 2017-04-07. Retrieved 2017-07-29. {{cite web}}: Unknown parameter |deadurl= ignored (|url-status= suggested) (help)
  9. ""Starry Night" BLACKPINK "Recent conversation with YANG HYUN SUK? Let's eat together"". YG娛樂 (in ອັງກິດ). Archived from the original on 2017-07-29. Retrieved 2017-07-29. {{cite web}}: Unknown parameter |deadurl= ignored (|url-status= suggested) (help)