ເຫດລະເບີດຢູ່ແມນເຊສະເຕີອະຣີນາ ຄ.ສ. 2017

ເມື່ອເວລາ 22.33 ນ. ຕາມເວລາລະດູຮ້ອນໃນອັງກິດ (UTC+01:00) ຂອງວັນທີ 22 ພຶດສະພາ ຄ.ສ. 2017 ເກີດເຫດລະເບີດຢູ່ດ້ານນອກອາຄານແມນເຊສະເຕີອະຣີນາ ເມືອງແມນເຊສະເຕີ ສະຫະລາຊະອານາຈັກ ຫຼັງງານສະແດງຄອນເສີດຂອງອາຣີອານາ ກຣານເດ ນັກຮ້ອງຊາວອາເມລິກັນ ຈົບສິ້ນລົງ. ຜູ້ກໍ່ເຫດຮູ້ຊື່ໃນພາຍຫຼັງແມ່ນທ້າວຊັນມານ ຣາມາດານ ອະບີດີ[1][2] ອາຍຸ 22 ປີ ເປັນຊາວບະລິຕິດເຊື້ອສາຍລິເບຍ ໄດ້ຈຸດຊະໜວນລະເບີດສະແຫວງເຄື່ອງຂະນະຜູ້ເຂົ້າຊົມຄອນເສີດພວມເດີນທາງອອກຈາກອາຄານ. ເປັນເຫດໃຫ້ມີຜູ້ເສຍຊີວິດ 23 ຄົນ ລວມທ້າວຊັນມານຜູ້ກໍ່ເຫດ ແລະມີຜູ້ບາດເຈັບຈຳນວນ 64 ຄົນ.[3]

ເຫດລະເບີດ ດັດແກ້

ເມື່ອວັນທີ 22 ພຶດສະພາ ຄ.ສ. 2017 ເວລາ 22.33 ນ. ຕາມເວລາລະດູຮ້ອນໃນອັງກິດ (UTC+01:00)[4] ຜູ້ກໍ່ເຫດໄດ້ຈຸດຊະໜວນລະເບີດຂ້າໂຕຕາຍ ໂດຍເປັນລະເບີດສະແຫວງເຄື່ອງທີ່ເຕັມໄປດ້ວຍຕະປູແລະສະຫຼັກກຽວເປັນສະເກັດລະເບີດ ບໍລິເວນໂຖງທາງເຂົ້າດ້ານນອກອາຄານແມນເຊສະເຕີອະຣີນາ ເມືອງແມນເຊສະເຕີ ປະເທດອັງກິດ ຫຼັງງານສະແດງຄອນເສີດ ເດນເຈີຣັດວຸມັນທົວ ຂອງອາຣີອານາ ກຣານເດ ຈົບສິ້ນລົງ.[5][6] ທັງນີ້ງານສະແດງຄອນເສີດດັ່ງກ່າວຂາຍທີ່ນັ່ງຈົນໝົດທຸກທີ່ນັ່ງ ແລະອາດມີຜູ້ເຂົ້າຊົມຫຼາຍເຖິງ 21,000 ຄົນ[7] ຊຶ່ງໃນເວລາເກີດເຫດຜູ້ເຂົ້າຊົມພວມເດີນທາງກັບຄືນອອກຈາກອາຄານແລະເລືອກຊື້ສິນຄ້າທີ່ລະລຶກຂອງງານຄອນເສີດຢູ່ເປັນຈຳນວນຫຼາຍ.[8][9]

ສຳນັກງານຕຳຫຼວດເມືອງແມນເຊສະເຕີໄດ້ເຮັດການສືບສວນແລະປ່າວປະກາດໃຫ້ເຫດລະເບີດດັ່ງກ່າວເປັນການກໍ່ການຮ້າຍໂດຍໃຊ້ວິທີການລະເບີດຂ້າໂຕຕາຍ.[10] ນັບເປັນເຫດໂຈມຕີຄັ້ງຮ້າຍແຮງທີ່ສຸດໃນສະຫະລາຊະອານາຈັກນັບຕັ້ງແຕ່ເຫດລະເບີດໃນລອນດອນ 7 ກໍລະກົດ 2005 ແລະເປັນເຫດລະເບີດໃນແມນເຊສະເຕີຄັ້ງຫຼ້າສຸດນັບຕັ້ງແຕ່ປີ ຄ.ສ. 1996 ໂດຍກອງທັບສາທາລະນະລັດອຽກລັງຫຼື ໄອອາເອ.[11]

ຄວາມສູນເສຍ ດັດແກ້

ເຈົ້າໜ້າທີ່ຕຳຫຼວດລະບຸວ່າມີຜູ້ເສຍຊີວິດຈຳນວນ 23 ຄົນ ລວມຜູ້ກໍ່ເຫດ ແລະມີຜູ້ໄດ້ຮັບບາດເຈັບ 64 ຄົນ ໃນຈຳນວນນີ້ມີເດັກນ້ອຍອາຍຸຕ່ຳກວ່າ 16 ປີ ຈຳນວນ 12 ຄົນລວມຢູ່ນຳ.[10][12][13] ດ້ານໜ່ວຍລົດໂຮງໝໍນອດເວດລາຍງານວ່າໄດ້ນຳພາລົດໂຮງໝໍຂອງຕົນຈຳນວນກວ່າ 60 ຄັນ ເຂົ້າໄປຍັງຈຸດເກີດເຫດ ແລະໄດ້ນຳພາຜູ້ໄດ້ຮັບບາດເຈັບທັງ 59 ຄົນ ສົ່ງໂຮງໝໍທ້ອງຖິ່ນ ໃນຈຳນວນນີ້ມີຜູ້ໄດ້ຮັບບາດເຈັບເລັກນ້ອຍລວມຢູ່ໃນບ່ອນເກີດເຫດນຳ.[14] ຂະນະທີ່ອາຣີອານາ ກຣານເດ ບໍ່ໄດ້ຮັບບາດເຈັບຈາກເຫດການດັ່ງກ່າວແຕ່ຢ່າງໃດ.[15]

ອ້າງອີງ ດັດແກ້

  1. "Manchester Arena attacker named by police as Salman Ramadan Abedi", The Guardian, 23 May 2017. ຮຽກຂໍ້ມູນວັນທີ 23 May 2017
  2. "Salman Abedi, 22, Is Identified as Manchester Arena Bomber", The New York Times, 23 May 2017. ຮຽກຂໍ້ມູນວັນທີ 23 May 2017
  3. "Soldiers on British streets as threat level raised to critical – as it happened", Guardian, 24 May 2017. ຮຽກຂໍ້ມູນວັນທີ 24 May 2017
  4. "Deaths confirmed after Manchester Arena blast reports". BBC News. 22 May 2017. Retrieved 22 May 2017.
  5. "Deaths confirmed after Manchester Arena blast reports". BBC News. 22 May 2017. Retrieved 22 May 2017.
  6. CBS/AP 22 May 2017, 6:46 PM. "Police: "Confirmed fatalities" after reports of explosion at Manchester Arena". CBS News. Retrieved 22 May 2017.
  7. "Manchester Arena explosion: What we know so far", Sky News, 23 May 2017. ຮຽກຂໍ້ມູນວັນທີ 23 May 2017
  8. "Manchester attack: city mobilises to help concert-goers with offers of rooms and free rides", The Guardian, 22 May 2017. ຮຽກຂໍ້ມູນວັນທີ 23 May 2017 (in en)
  9. "British prime minister raises nation’s threat level, saying another attack 'may be imminent'", Washington Post
  10. 10.0 10.1 "Manchester Arena attack: 22 dead and 59 hurt", BBC News, 23 May 2017. ຮຽກຂໍ້ມູນວັນທີ 23 May 2017
  11. Danny Boyle, Barney Henderson, Leon Watson - Live Manchester Arena attack: 22 killed at Ariana Grande concert as bomber named as Salman Abedi - The Daily Telegraph (London). 23 May 2017. Retrieved 23 May 2017.
  12. Samantha Beech & Darran Simon. "Manchester Arena attack: 22 dead after blast at Ariana Grande concert", CNN. ຮຽກຂໍ້ມູນວັນທີ 23 May 2017
  13. Mike Bambach. "British police: 22 dead after suicide bomber attack at Ariana Grande concert". ຮຽກຂໍ້ມູນວັນທີ 23 May 2017
  14. (now), Claire Phipps; (earlier), Kevin Rawlinson (23 May 2017). "Manchester Arena: children among 22 dead in suicide attack at Ariana Grande concert – latest". The Guardian. London. Retrieved 23 May 2017.
  15. "Deaths, injuries after reports of explosion at Ariana Grande concert at Manchester Arena: Police". ABC News. 22 May 2017. Retrieved 22 May 2017.