ເຂດສັມພັນທະວົງ

ເຂດໃນບາງກອກ ປະເທດໄທ
ເຂດສັມພັນທະວົງ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດສັມພັນທະວົງ
ອົງພະປະຕິມາທອງຄຳ ໄຕມິດສະຖິດທຳແຈ່ມໃສ ຊຸ້ມປະຕູວັດທະນະທຳຮ່ວມໃຈ ຈີນໄທສືບສັມພັນມັ່ນຄົງ ເປັນແຫຼ່ງອາຫານເລີດລົດ ຮ້ານທອງຊື່ປາກົດກ່າວຂານ ຕະຫຼາດເກົ່າເຍົາວະລາດມີມານານ ໄທຈີນຮ່ວມສະໜານສັມພັນທະວົງ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດສັມພັນທະວົງ
ອັກສອນໂລມັງ Khet Samphanthawong
ລະຫັດພູມິສາດ 1013
ລະຫັດໄປສະນີ 10100
ຂໍ້ມູນສະຖິຕິ
ພື້ນທີ່ 1.416 ຕລ.ກມ.
ປະຊາກອນ 24,785 [1] ຄົນ (ຄ.ສ. 2016)
ຄວາມໜາແໜ້ນ 17,503.53 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 37 ຖະໜົນໂຍທາ ແຂວງຕະຫຼາດນ້ອຍ ເຂດສັມພັນທະວົງ ບາງກອກ 10100
ພິກັດ 13°43′53″N 100°30′51″E / 13.73139°N 100.51417°E / 13.73139; 100.51417
ໝາຍເລກໂທລະສັບ 0 2237 3345
ໝາຍເລກໂທລະສານ 0 2237 4541
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດສັມພັນທະວົງ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ເຂດສັມພັນທະວົງ ຫຼື ເຂດສຳພັນທະວົງ (ໄທ: เขตสัมพันธวงศ์) ແມ່ນເຂດທີນ້ອຍທີສຸດຂອງບາງກອກ ຢູ່ໃນເຂດບາງກອກກາງ ສະພາບພື້ນທີ່ປະກອບໄປດ້ວຍແຫຼ່ງການຄ້າໜາແໜ້ນແລະແຫຼ່ງທ່ອງທ່ຽວເຊິງປະຫວັດສາດແລະສິລະປະວັດທະນະທຳ

ບ່ອນຕັ້ງແລະອານາເຂດ ດັດແກ້

ເຂດສັມພັນທະວົງຕັ້ງຢູ່ຮິມຝັ່ງຕາເວັນອອກຂອງແມ່ນ້ຳເຈົ້າພະຍາ (ຝັ່ງພະນະຄອນ) ມີອານາເຂດຕິດຕໍ່ກັບເຂດຕ່າງໆ ຮຽງຕາມເຂັມໂມງ ດັງນີ້

ປະຫວັດສາດ ດັດແກ້

ເຂດນີ້ແມ່ນສະຖານທີ່ທີ່ມີຊາວຈີນອາໄສຢູ່ມາຕັ້ງແຕ່ຕອນແຮກເລິ່ມກຸງລັດຕະນະໂກສິນ ພວກເຂົາຍ້າຍມາຈາກເຂດພະນະຄອນໃນປັດຈຸບັນໂດຍມີຖະໜົນວານິດ 1 ຫຼື "ຖະໜົນສຳເພັງ" ເປັນສູນກາງຂອງຊຸມຊົນຊາວຈີນ ຈົນສ້າງຖະໜົນເຍົາວະລາດໃນລາຊະການທີ່ 5 ເມື່ອປີ ຄ.ສ. 1893 ໄດ້ກາຍມາເປັນສູນກາງຊາວຈີນຈົນຮອດປະຈຸບັນ

ອຳເພີສັມພັນທະວົງ ສ້າງທີ່ວ່າການອຳເພີຂຶ້ນເມື່ອປີ ຄ.ສ. 1932 ຕັ້ງຢູ່ທີ່ສາມແຍກຖະໜົນຊົງວາດຕັດກັບຖະໜົນປະທຸມຄົງຄາ ຕຳບົນສານເຈົ້າແມ່ທັບທິມ ເຊິ່ງຢູ່ໃນເຂດວັດສັມພັນທະວົງສາຮາມ ຈຶງສັນນິດຖານໄດ້ວ່າອຳເພີສັມພັນທະວົງຄົງຕັ້ງຊື່ຕາມວັດທີ່ຕັ້ງນັ້ນເອງ (ປັດຈຸບັນສຳນັກງານເຂດຍ້າຍໄປຕັ້ງທີ່ຖະໜົນໂຍທາ ແຂວງຕະຫຼາດນ້ອຍ) ໂດຍແບ່ງການປົກຄອງອອກເປັນ 14 ຕຳບົນ

ຕໍ່ມາໄດ້ມີການຍຸບຮວມ "ອຳເພີສາມແຍກ" ເຊິ່ງຕັ້ງທີ່ວ່າການອຳເພີຢູ່ທີ່ຕຶກແຖວສີ່ແຍກຖະໜົນຊົງວາດແລະຖະໜົນເຍາວະລາດ ມີເຂດປົກຄອງ 6 ຕຳບົນ ແລະ "ອຳເພີຈັກກະຫວັດ" ເຊິ່ງຕັ້ງທີ່ວ່າການອຳເພີຢູ່ຂ້າງສະຖານີຕຳລວດນະຄອນບານຈັກກະຫວັດ ມີເຂດປົກຄອງ 18 ຕຳບົນ ມາຂຶ້ນກັບອຳເພີສັມພັນທະວົງ ແລ້ວແບ່ງເຂດການປົກຄອງໃໝ່ອອກເປັນ 3 ຕຳບົນ ຄື ຕຳບົນສັມພັນທະວົງ ຕຳບົນຈັກກະຫວັດ ແລະຕຳບົນຕະຫຼາດນ້ອຍ

ຕໍ່ມາໃນປີ ຄ.ສ. 1972 ມີປະກາດຄະນະປະຕິຫວັດຈັດການບໍລິຫານລາຊະການໃໝ່ໃນເຂດນະຄອນຫຼວງ ອຳເພີສັມພັນທະວົງໄດ້ຮັບການປ່ຽນແປງຖານະເປັນ ເຂດສັມພັນທະວົງ ບາງກອກ ແບ່ງເຂດການປົກຄອງຍ່ອຍອອກເປັນ 3 ແຂວງ

ການແບ່ງເຂດການປົກຄອງ ດັດແກ້

ເຂດສັມພັນທະວົງແບ່ງເຂດການປົກຄອງຍ່ອຍອອກເປັນ 3 ແຂວງ (khwaeng) ໄດ້ແກ່

ອັກສອນລາວ ອັກສອນໂລມັງ ພື້ນທີ່
(ຕລ.ກມ.)
ຈຳນວນປະຊາກອນ
(ມັງກອນ 2016)
ຈຳນວນບ້ານ
(ມັງກອນ 2016)
ຄວາມໜາແໜ້ນປະຊາກອນ
(ມັງກອນ 2016)
ຈັກກະຫວັດ Chakkrawat
0.484
7,874
5,034
16,568.59
ສັມພັນທະວົງ Samphanthawong
0.483
9,649
4,449
19,977.22
ຕະຫຼາດນ້ອຍ Talat Noi
0.449
8,117
3,753
18.077.95
ທັງໝົດ
1.416
25,640
13,236
18,107.34

ການຄົມມະນາຄົມ ດັດແກ້

 
ຖະໜົນເຍົາວະລາດ

ທາງສາຍສຳຄັນໃນເຂດສັມພັນທະວົງ ໄດ້ແກ່

 
ພະພຸດທະມະຫາສຸວັນປະຕິມາກອນທີ່ວັດໄຕມິດວິທະຍາຮາມວໍລະວິຫານ

ສະຖານທີ່ສຳຄັນ ດັດແກ້

ຖະໜົນເຍົາວະລາດ ດັດແກ້

ເບິ່ງຕື່ມຢູ່ ຖະໜົນເຍົາວະລາດ

ຖະໜົນເຍົາວະລາດ ມີຄວາມຍາວປະມານ 1.5 ກິໂລແມັດ ໂດຍເກືອບຕະຫຼອດຖະໜົນທັງສາຍຈະເຕັມໄປດ້ວຍຮ້ານຂາຍທອງແລະຮ້ານອາຫານແລະເປັນຊຸມຊົນຄົນໄທເຊື້ອສາຍຈີນອາໄສຫຼາຍທີ່ສຸດໃນເມືອງໄທ

ໃນປັດຈຸບັນມີປະຕູເຊິ່ງເປັນສັນຍາລັກຂອງໄຊນ່າທາວຢູ່ ເຊິ່ງໄດ້ສ້າງເນື່ອງໃນພະລາຊະວະໂຮກາດທີ່ພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດຊົງສະຫຼອງພະຊົນມາຍຸຄົບ 6 ຮອບ ຕັ້ງຢູ່ກາງວົງວຽນໂອດຽນ ສຸດຖະໜົນເຍົາວະລາດ

ວັດແລະສານເຈົ້າ ດັດແກ້

ວັດແລະສານເຈົ້າທີ່ສຳຄັນ ໄດ້ແກ່

 
ປະຕູຈີນທີ່ວົງວຽນໂອດຽນ

ສະຖານທີ່ສຳຄັນອື່ນໆ ດັດແກ້

 
ມູລະນິທິທຽນຟ້າ

ເທດສະການ ດັດແກ້

ໃນຊ່ວງເທດສະການ ຖະໜົນເຍົາວະລາດຈະປິດທັງສາຍ

ແຫຼ່ງຂໍ້ມູນອື່ນ ດັດແກ້

ພິກັດພູມສາດ: 13°43′52″N 100°30′50″E / 13.731°N 100.514°E / 13.731; 100.514

ອ້າງອີງ ດັດແກ້

  1. สำนักบริหารการทะเบียน กรมการปกครอง กระทรวงมหาดไทย,กองปกครองและทะเบียน สำนักปลัดกรุงเทพมหานคร. สถิติประชากรและบ้าน - จำนวนประชากรแยกรายอายุ [ออนไลน์] เข้าถึงได้จาก: http://stat.dopa.go.th/stat/statnew/statTDD/. สืบค้น 11 มีนาคม 2560.