ເຂດດຸສິດ

ເຂດໃນບາງກອກ ປະເທດໄທ
ເຂດດຸສິດ
ບາງກອກ
ແຜນທີ່ບາງກອກ ເນັ້ນເຂດດຸສິດ
ເຂດພະລາຊະຖານ ຕຣະການຕາໝູ່ພະຕຳໜັກ ສັກສິດພະປິຍະ ວັດເບນຈະເລື່ອງລືນາມ ສະຫງ່າງາມລັດຖະສະພາ ຕຶກໄທຄູ່ຟ້າທຳນຽບ ພຽບພ້ອມສິ່ງສຳຄັນ ດຸດສະຫວັນຊັ້ນດຸສິດ
ຂໍ້ມູນທົ່ວໄປ
ອັກສອນລາວ ເຂດດຸສິດ
ອັກສອນໂລມັງ Khet Dusit
ລະຫັດພູມິສາດ 1002
ລະຫັດໄປສະນີ 10300
ຂໍ້ມູນສະຖິຕິ
ພື້ນທີ່ 10.700 ຕລ.ກມ.
ປະຊາກອນ 98,450[1] ຄົນ (ຄ.ສ. 2016)
ຄວາມໜາແໜ້ນ 9,200.93 ຄົນ/ຕລ.ກມ.
ສຳນັກງານເຂດ
ບ່ອນຕັ້ງ ເລກທີ່ 317 ຖະໜົນສຸໂຂໄທ ແຂວງດຸສິດ ເຂດດຸສິດ ບາງກອກ 10300
ພິກັດ 13°46′37″N 100°31′14″E / 13.77694°N 100.52056°E / 13.77694; 100.52056
ໝາຍເລກໂທລະສັບ 0 2243 5311-5
ໝາຍເລກໂທລະສານ 0 2243 5311-5 ຕໍ່ 5412
ເວັບໄຊຕ໌ ເວັບໄຊຕ໌ສຳນັກງານເຂດດຸສິດ
ສາລານຸກົມປະເທດໄທ ສ່ວນໜຶ່ງຂອງສາລານຸກົມປະເທດໄທ

ເຂດດຸສິດ (ໄທ: เขตดุสิต) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດບາງກອກກາງສະພາບພື້ນທີ່ປະກອບໄປດ້ວຍ ແຫຼ່ງການຄ້າ ແຫຼ່ງທີ່ຢູ່ອາໄສໜາແໜ້ນຫຼາຍ ເຂດທະຫານ ແຫຼ່ງທ່ອງທ່ຽວເຊິງປະຫວັດສາດແລະສິລະປະວັດທະນະທຳ ນອກຈາກນີ້ຍັງເປັນສະຖານທີ່ທີ່ຕັ້ງລັດຖະສະພາ ກະຊວງຕ່າງໆ ແລະພະລາຊະວັງ ຈຶງເຮັດໃຫ້ເຂດນີ້ມີລັກສະນະຮາວກັບວ່າເປັນເຂດການປົກຄອງສ່ວນກາງຂອງປະເທດໄທແລະທີ່ທຳການສຳນັກງານສ່ວນພາກພື້ນແລະສຳນັກງານປະຈຳປະເທດໄທຂອງອົງການສະຫະປະຊາຊາດແລະຂອງອົງການລະຫວ່າງປະເທດຫຼາຍອົງການກໍຢູ່ໃນພື້ນທີ່ເຂດນີ້

ບ່ອນຕັ້ງແລະອານາເຂດ ດັດແກ້

ເຂດດຸສິຕັ້ງຢູ່ຮິມຝັ່ງຊ້າຍຂອງແມ່ນ້ຳເຈົ້າພະຍາຫຼືຝັ່ງພະນະຄອນ ມີອານາບໍລິເວນຕິດຕໍ່ ດັງນີ້

ປະຫວັດສາດ ດັດແກ້

ໃນລາຊະສະໄໝພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວ ໄດ້ປັບປຸງຈັດຮູບແບບການປົກຄອງໃໝ່ເພື່ອໃຫ້ມີຄວາມທັນສະໄໝ ໂດຍຈັດການປົກຄອງສ່ວນກາງແລະສ່ວນພາກພື້ນເຊິ່ງໃນມົນທົນບາງກອກມີກະຊວງນະຄອນບານເບິ່ງແຍງແບ່ງເຂດປົກຄອງອອກເປັນອຳເພີແລະຕຳບົນເຊັ່ນດຽວກັບຫົວເມືອງອື່ນໆ ໂດຍ ອຳເພີດຸສິດ ເປັນ 1 ໃນ 8 ອຳເພີຊັ້ນໃນ ຕັ້ງທີ່ວ່າການອຳເພີຢູ່ລິມຄອງເປມປະຊາກອນ ຖະໜົນສຸໂຂໄທ

ໃນປີ ຄ.ສ. 1938 ອຳເພີບາງຊື່ເຊິ່ງເປັນອຳເພີຊັ້ນນອກທາງທິດເໜືອ ໄດ້ຍຸບລົງເປັນຕຳບົນມາຂຶ້ນກັບອຳເພີດຸສິດແລະເນື່ອງຈາກທາງອຳເພີມີຈຳນວນປະຊາກອນແລະພື້ນທີ່ກວ້າງຂວາງຫຼາຍກະຊວງມະຫາດໄທຈຶງໄດ້ແຍກຕຳບົນສາມເສນໃນ ຕຳບົນມັກກະສັນ ຕຳບົນທຸ່ງພະຍາໄທ ຕຳບົນຖະໜົນເພັດຊະບຸລີ ແລະຕຳບົນຖະໜົນພະຍາໄທ ໄປຮວມກັບພື້ນທີ່ບາງສ່ວນຂອງອຳເພີບາງກະປິ ເພື່ອຈັດຕັ້ງເປັນອຳເພີພະຍາໄທ ໃນປີ ຄ.ສ. 1966

ພາຍຫຼັງໄດ້ມີການຮວມຈັງຫວັດທົນບຸລີແລະຈັງຫວັດພະນະຄອນ ເປັນນະຄອນຫຼວງກຸງເທບທົນບຸລີ ແລະປ່ຽນເປັນນະຄອນຫຼວງບາງກອກໃນເວລາຕໍ່ມາ ເຊິ່ງແບ່ງພື້ນທີ່ອອກເປັນເຂດແລະແຂວງແທນອຳເພີແລະຕຳບົນ ອຳເພີດຸສິດຈຶງໄດ້ຮັບການປ່ຽນແປງຖານະເປັນ ເຂດດຸສິດ ບາງກອກ ມີໜ່ວຍການປົກຄອງຍ່ອຍ 6 ແຂວງ

ຕໍ່ມາ ໃນພື້ນທີ່ເຂດດຸສິດມີປະຊາກອນເພີ່ມຫຼາຍຂຶ້ນແລະຍັງມີພື້ນທີ່ກວ້າງຂວາງ ດັງນັ້ນ ເພື່ອໃຫ້ໜ່ວຍງານລາຊະການສາມາດເບິ່ງແຍງໄດ້ຢ່າງຣວດເຣັວແລະທົ່ວເຖິງ ບາງກອກຈຶງໄດ້ຈັດຕັ້ງສຳນັກງານເຂດດຸສິດ ສາຂາ 1 ຮັບຜິດຊອບແຂວງບາງຊື່ ເຊິ່ງໄດ້ມີປະກາດກະຊວງມະຫາດໄທຕັ້ງເປັນເຂດບາງຊື່ ໃນວັນທີ່ 9 ພະຈິກ ຄ.ສ. 1989[2]

ການແບ່ງເຂດການປົກຄອງ ດັດແກ້

ເຂດດຸສິດແບ່ງເຂດການປົກຄອງຍ່ອຍອອກເປັນ 5 ແຂວງ (khwaeng) ໄດ້ແກ່

ອັກສອນລາວ ອັກສອນໂລມັງ ພື້ນທີ່
(ຕລ.ກລ.)
ຈຳນວນປະຊາກອນ
(ກັນຍາ 2016)
ຈຳນວນບ້ານ
(ກັນຍາ 2016)
ຄວາມໜາແໜ້ນ
(ກັນຍາ 2016)
ດຸສິດ Dusit
2.233
14,217
3,623
6,366.77
ວະຊິລະພະຍາບານ Wachiraphayaban
1.074
11,660
3,071
10,856.61
ສວນຈິດລະດາ Suan Chit Lada
1.737
9,498
2,471
5,468.05
ສີ່ແຍກມະຫານາກ Si Yaek Maha Nak
0.374
7,603
2,431
20,328.88
ຖະໜົນນະຄອນໄຊສີ Thanon Nakhon Chai Si
5.282
56,760
20,784
10,745.93
ທັງໝົດ
10.700
99,738
32,380
9,321.31

ການຄົມມະນາຄົມ ດັດແກ້

ຖະໜົນ

ຂົວຂ້າມແມ່ນ້ຳເຈົ້າພະຍາມີ 1 ຂົວ ຄື

 
ບ່ອນຫຍຸດລົດໄຟຍົມມະລາດ

ລົດໄຟ

  • ທາງລົດໄຟສາຍເໜືອກໍຜ່ານພື້ນທີ່ເຂດນີ້ ໂດຍຖືເປັນແນວເສັ້ນແບ່ງເຂດລະຫວ່າງເຂດດຸສິດກັບເຂດລາຊະເທວີແລະເຂດພະຍາໄທນຳ ມີ ສະຖານີລົດໄຟຈິດລະດາ ຫຼືສະຖານີລົດໄຟຫຼວງຈິດລະດາ ຕັ້ງຢູ່ໃນພື້ນທີ່ແຂວງສວນຈິດລະດາ ເຂດດຸສິດ ແຕ່ເປັນສະຖານີພິເສດທີບໍ່ໄດ້ເປີດໃຊ້ເປັນການທົ່ວໄປຕໍ່ສາທາລະນະຊົນ ໂດຍໃຊ້ທີຫຍຸດລົດໂຮງໝໍຮາມາທິບະດີເປັນຈຸດໂດຍສານແທນແລະຍັງມີ ສະຖານີສາມເສນຕັ້ງຢູ່ໃນແຂວງຖະໜົນໄຊສີ ເຂດດຸສິດ ນອກຈາກນັ້ນຍັງມີທີຫຍຸດລົດໄຟຍົມມະລາດ ຕັ້ງຢູ່ໃນແຂວງສວນຈິດລະດາ ເຂດດຸສິດ

ທາງນ້ຳ ອາໄສ ແມ່ນ້ຳເຈົ້າພະຍາ ໃນການຄົມມະນາຄົມແລະສັນຈອນ

ສະຖານທີ່ສຳຄັນ ດັດແກ້

 
ພະທີ່ນັ່ງວິມານເມກ
 
ພະທີ່ນັ່ງອະນັນຕະສະມາຄົມ

ວັງ ດັດແກ້

ສະຖານທີ່ທຳການລັດຖະບານແລະໜ່ວຍງານລາຊະການ ດັດແກ້

ວັດ ດັດແກ້

ວັດໃນສາສະໜາພຸດ ດັດແກ້

 
ວັດເບນຈະມະບໍພິດດຸສິດວະນາລາມລາຊະວໍລະວິຫານ

ວັດໃນສາສະໜາຄິດ ດັດແກ້

ໂຮງຮຽນ ດັດແກ້

 
ໂຮງຮຽນມັດທະຍົມວັດເບນຈະມະບໍພິດ

ມະຫາວິທະຍາໄລແລະວິທະຍາໄລ ດັດແກ້

ສວນສັດແລະສະໂມສອນກີລາ ດັດແກ້

ແຫຼ່ງຂໍ້ມູນອື່ນ ດັດແກ້

ອ້າງອີງ ດັດແກ້

  1. สำนักบริหารการทะเบียน กรมการปกครอง กระทรวงมหาดไทย,กองปกครองและทะเบียน สำนักปลัดกรุงเทพมหานคร. สถิติประชากรและบ้าน - จำนวนประชากรแยกรายอายุ [ออนไลน์] เข้าถึงได้จาก: http://stat.dopa.go.th/stat/statnew/statTDD/. สืบค้น 11 มีนาคม 2560.
  2. "ประกาศกระทรวงมหาดไทย เรื่อง เปลี่ยนแปลงพื้นที่เขตดุสิตและตั้งเขตบางซื่อ" (PDF). ราชกิจจานุเบกษา. 106 (208 ง (ฉบับพิเศษ)): 8. 24 พฤศจิกายน 2532. {{cite journal}}: Check date values in: |date= (help)