ຮູທີດສ(Houthis) ແມ່ນສະມາຊິກຂອງກຸ່ມຕໍ່ຕ້ານ ຫລືເອີ້ນອີກຊື່ໜຶ່ງວ່າ ອານຊາຣ ອາລາ (ໜ່ວຍກອງໂຈນຂອງພະເຈົ້າ) ພວກທີ່ໄດ້ເກາະຕິດກັບສາຂາຂອງ ເຊຍ ອິສລາມ ຮູ້ກັນດີຄື ໄຊດີສມ໌. ໄຊດີສມ໌ມີຈຳນວນຄົນໜຶ່ງໃນສາມຂອງພົນລະເມືອງແລະປົກຄອງທາງພາກເໜືອຂອງເຢເມັນພາຍໃຕ້ລະບອບທີ່ຮູ້ກັນວ່າ (imamate) ເປັນເວລາເກືອບພັນປີ ຈົນຮອດປີ 1962. ຮູທີດສໄດ້ຊື່ນີ້ມາຈາກ ຮູນເຊນ ບາດຣ ອາລ ດິນ ອາລ ຮູທິ (Hussein Badr al-Din al-Houthi) ລາວໄດ້ເປັນຜູ້ນຳໃນການລຸກຮືຂື້ນຄັ້ງທຳອິດໃນປີ 2004, ໃນຄວາມພະຍາຍາມເພື່ອໄຊຊະນະການປົກຄອງຕົນເອງທີ່ດີກວ່າເກົ່າ ສຳລັບເຂດດິນສຳຄັນສຸດໃນແຂວງ ຊາດາ ຂອງ ພວກເຂົາ ແລະຍັງປົກປອ້ງສາສະໜາ ໄຊດີແລະຮີດຄອງວັດທະນະທຳຈາກທີ່ເຂົ້າໃຈວ່າລ່ວງລ້ຳໂດຍພວກ ສາດສະໜາອິດສະລາມ ຊູນນິ .

ຫລັງຈາກ ຮູທິຖືກສັງຫານໂດຍທະຫານ ເຢເມັນ ໃນທ້າຍປີ 2004 ຄອບຄົວຂອງລາວ ໄດ້ຮັບຜິດຊອບແລະໄດ້ນຳພາ ຫ້າ ໜ່ວຍກະບົດຕໍ່ຕ້ານ; ກອ່ນສັນຍາການຢຸດຍິງຖືກລົງລາຍເຊັນກັບລັດຖະບານ ໃນ ປີ 2010.