ອັດຕາແລກປ່ຽນ

ອັດຕາແລກປ່ຽນ ແມ່ນ ມູນຄ່າຂອງໜຶ່ງຫົວໜ່ວຍ ຂອງ ເງິນຕາສະກຸນໜຶ້່ງ ເປັນ ເງິນສະກຸນອື່ນ.

ຄວາມໝາຍ ດັດແກ້

ອັດຕາແລກປ່ຽນ ແມ່ນ ມູນຄ່າຂອງໜຶ່ງຫົວໜ່ວຍ ຂອງ ເງິນຕາສະກຸນໜຶ້່ງ ເປັນ ເງິນສະກຸນອື່ນ.

  • ອັດຕາແລກປ່ຽນເງິນໂດລາຕໍ່ກີບ ເທົ່າກັບ 8000 ກີບ ຈະໝາຍຄວາມວ່າ 1 ໂດລາ = 8000 ກີບ.
  • ອັດຕາແລກປ່ຽນເງິນເຢັນຕໍ່ກີບ ເທົ່າກັບ 9000 ກີບ ຈະໝາຍຄວາມວ່າ 1 ເຢັນ = 9000​ ກີບ.
  • ອັດຕາແລກປ່ຽນເງິນກີບຕໍ່ໂດລາ ເທົ່າກັບ 0.000125 ຈະໝາຍຄວາມວ່າ 1 ກີບ = 0.000125 ໂດລາ (ໝາຍຄວາມວ່າ 1 ກີບ x 8000 = 0.000125 x 8000 = 1 ໂດລາ ). ໃນກໍລະນີທີ່ ຫົວໜ່ວຍ ຂອງ ອັດຕາແລກປ່ຽນ ແຕກຕ່າງກັນຫຼາຍຄືກໍລະນີນີ້ ບາງເທື່ອ ອັດຕາແລກປ່ຽນອາດຈະບໍ່ສະແດງໂດຍ ຫົວໜ່ວຍໜຶ່ງກີບ ແຕ່ ເປັນຫົວໜ່ວຍພັນກີບແທນ ເຊັ່ນ 1000 ກີບ = 0.125 ໂດລາ ເພື່ອໃຫ້ສາມາດຄິດໄລ່ໄດ້ງ່າຍກວ່າ.

ປະເພດຂອງອັດຕາແລກປ່ຽນ ດັດແກ້

ຕາມກົນໄກກຳໜົດ ດັດແກ້

ອັດຕາແລກປ່ຽນ ທີ່ ທາງການ ຫຼື ອົງກອນລັດກຳໜົດ ເອີ້ນວ່າ "ອັດຕາແລກປ່ຽນທາງການ" ແລະ ອັດຕາແລກປ່ຽນ ທີ່ກຳໜົດຂຶ້ນ ໂດຍ ປະລິມານ ຄວາມຕ້ອງການ ແລະ ການສະໜອງ ເອີ້ນວ່າ "ອັດຕາແລກປ່ຽນຕະຫຼາດ".

ຕາມມູນຄ່າກຳໜົດ ດັດແກ້

ໃນວຽກງານຕົວຈິງ ຂອງ ການແລກປ່ຽນເງິນຕາ ໂດຍທົ່ວໄປ ຜູ້ປະກອບການແລກປ່ຽນເງິນຕາ ເຊັ່ນ ທະນາຄານ ຈະກຳນົດ ອັດຕາແລກປ່ຽນ ເປັນ ສອງອັດຕາ​:​ (1) ອັດຕາ ທີທີເອັສ (TTS) ແລະ (2) ອັດຕາ ທີທີບີ (TTB). ໂດຍທົ່ວໄປ ອັດຕາ ທີທີເອັສ ຈະສູງກວ່າ ອັດຕາ ທີທີບີ ເຊິ່ງໝາຍຄວາມວ່າ ຜູ້ປະກອບການແລກປ່ຽນ ຈະຂາຍເງິນຕາສະກຸນໃດໜຶ່ງ ແພງກວ່າອັດຕາທີ່ຕົນເອງຈະຊື້ເອົາ.

  • ທີທີເອັສ(TTS)
ຫຍໍ້ມາຈາກຄຳວ່າ Telegraphic Transfer Selling rate (ພາສາອັງກິດ) ແປວ່າ ອັດຕາຂາຍໂອນທາງໂທລະເລກ ເຊິ່ງໝາຍເຖິງ ອັດຕາທີ່ຜູ້ປະກອບການແລກປ່ຽນເງິນຕາ ຂາຍເງິນຕາໃດໜຶ່ງ.
  • ທີທີບີ(TTB)
ຫຍໍ້ມາຈາກຄຳວ່າ Telegraphic Transfer Buying rate (ພາສາອັງກິດ) ແປວ່າ ອັດຕາຊື້ໂອນທາງໂທລະເລກ ເຊິ່ງໝາຍເຖິງ ອັດຕາທີ່ຜູ້ປະກອບການແລກປ່ຽນເງິນຕາ ຊື້ເອົາເງິນຕາໃດໜຶ່ງ.