ສິ່ງມີຊີວິດ (ຄຳເຄົ້າ: ສິ່ງມີຊີວິຕ) ຈະມີຄຸນລັກສະນະ (properties) ທີ່ບໍ່ພົບໃນສິ່ງມີຊີວິດ ອັນໄດ້ແກ່ຄວາມສາມາດໃນການໃຊ້ສະສານແລະພະລັງງານເປັນສຳຄັນ. ໂດຍໄດ້ຮັບການຖ່າຍທອດມາຈາກບັນພະບຸລຸດຂອງສິ່ງມີຊີວິດເລີ່ມຕົ້ນ. ຢ່າລໃດກໍຕາມ, ບັນພະບຸລຸດຂອງສິ່ງມີຊີວິດນີ້ ທີ່ຖືກຳເນີດເທິງໂລກເມື່ອປະມານ 4 ລ້ານກວ່າປີທີ່ແລ້ວ ເມື່ອຜ່ານການວິວັດທະນາການແລະການປັບຕົວໃຫ້ເຂົ້າກັບສິ່ງແວດລ້ອມໃນແຕ່ລະຊ່ວງເວລາ, ກໍ່ໃຫ້ເກີດຄວາມຫຼວງຫຼາຍທາງຊີວະພາບຂອງສິ່ງມີຊີວິດຈຳນວນຫຼາຍ ດັ່ງທີ່ເຫັນໃນປັດຈຸບັນ.