ວົງເຫງັນ (ອັງກິດ: Civet, Genet) ແມ່ນວົງສັດຈັດຢູ່ໃນຟີລຳສັດມີແກນສັນຫຼັງ ຊັ້ນສັດລ້ຽງລູກດ້ວຍນ້ຳນົມອັນດັບສັດກິນຊີ້ນຈຳພວກນຶ່ງ.

ຮູບ:Palawan Bear Cat.png
ເຫງັນຫາງຂໍ

ການຈຳແໜກ ດັດແກ້

ຈັດໃນວົງ Viverridae ແບ່ງອອກໄດ້ທັງໝົດ 35 ຊະນິດ.

ບ່ອນອາໄສແລະການກິນຢູ່ ດັດແກ້

ສັດໃນວົງເຫງັນເປັນສັດທີ່ຫາກິນໃນຍາມກາງຄືນ ກິນອາຫານໄດ້ຫຼາກຫຼາຍຢ່າງທັງພືດແລະສັດຂະໜາດນ້ອຍ ອາໄສຢູ່ໄດ້ໃນປ່າຫຼາກຫຼາຍແບບ ທັງປ່າດິບ ປ່າເສື່ອມໂຊມແລະແມ້ນແຕ່ພື້ນທີ່ກະເສດຕະກຳຂອງຜູ້ຄົນ ປີນຕົ້ນໄມ້ໄດ້ເກັ່ງ ແລະໃນບາງຊະນິດສາມາດລອຍນ້ຳແລະດຳນ້ຳເພື່ອຫາສັດນ້ຳກິນເປັນອາຫານໄດ້ອີກນຳ ເປັນສັດທີ່ບໍ່ຄ່ອຍກິນເປັນຝູງຫຼືເປັນຄູ່. ປົກກະຕິຈະຫາກິນພຽງໂຕດຽວ ຢົກເວ້ນໃນລະດູຜະສົມພັນຫຼືລ້ຽງລູກອ່ອນອາດຢູ່ເປັນຄູ່.

ອ້າງອິງ ດັດແກ້