ວັດເບນຈະມະບໍພິດດຸສິດວະນາລາມລາຊະວໍລະວິຫານ

ວັດໃນບາງກອກ ປະເທດໄທ

ວັດເບນຈະມະບໍພິດດຸສິດວະນາລາມລາຊະວໍລະວິຫານ (ໄທ: วัดเบญจมบพิตรดุสิตวนารามราชวรวิหาร) ແມ່ນພະອາລາມຫຼວງຊັ້ນເອກ ຊະນິດລາຊະວໍລະວິຫານ ບໍ່ປາກົດຫຼັກຖານວ່າສ້າງຂຶ້ນເມື່ອໃດ ເດີມຊື່ ວັດແຫຼມ ຫຼື ວັດໄຊທອງພາຍຫຼັງໄດ້ຮັບພະລາຊະທານນາມຈາກພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວໃໝ່ວ່າ ວັດເບນຈະມະບໍພິດ ເຊິ່ງໝາຍເຖິງ ວັດຂອງເຈົ້ານາຍ 5 ພະອົງທີ່ຊົງຮ່ວມກັນປະຕິສັງຂອນວັດແຫ່ງນີ້ ເມື່ອພະບາດສົມເດັດພະຈຸລະຈອມເກົ້າເຈົ້າຢູ່ຫົວຊົງສ້າງສວນດຸສິດຂຶ້ນພະອົງຊົງເຮັດຜາຕິກຳສະຖາປະນາວັດໃໝ່ແລະພະລາຊະທານນາມວ່າ ວັດເບນຈະມະບໍພິດດຸສິດວະນາລາມ ອັນໝາຍເຖິງ ວັດຂອງເຈົ້ານາຍ 5 ພະອົງທີ່ຊົງຮ່ວມປະຕິສັງຂອນວັດ

ວັດເບນຈະມະບໍພິດດຸສິດວະນາລາມລາຊະວໍລະວິຫານ
ພະອຸໂບສົດ ວັດເບນຈະມະບໍພິດ
ຂໍ້ມູນທົ່ວໄປ
ຊື່ວັດເບນ
ທີ່ຕັ້ງ69 ຖະໜົນພະຮາມທີ 5 ແຂວງດຸສິດ ເຂດດຸສິດ ບາງກອກ 10300
ປະເພດພະອາລາມຫຼວງຊັ້ນເອກ ຊະນິດລາຊະວໍລະວິຫານ
ນິກາຍເຖຣະວາດ ມະຫານິກາຍ
ພະປະທານພະພຸດທະຊິນນະລາດ (ຈຳລອງ)
ພະພຸດທະຮູບສຳຄັນພະຫະລິພຸນໄຊບໍລົມໂພທິສັດ ພະຝາງ
ເປັນວັດປະຈຳພະລາຊະວັງດຸສິດ
ເວລາທຳການທຸກມື້ 8.30-17.30
ຈຸດສົນໃຈພະອຸໂບສົດ ແລະ ພິພິດທະພັນວັດເບນຈະມະບໍພິດ
ກິດຈະກຳບວດສາມະເນນພາກລະດູຮ້ອນ(ເມສາ) ບວດຊາວເຂົາ (ກໍລະກົດ) ຕານກ໋ວຍສະຫຼາກ (ຕຸລາ)

ປະຫວັດ ດັດແກ້

 
ມຸມຂ້າງວັດເບນຈະມະບໍພິດດຸສິດວະນາລາມລາຊະວໍລະວິຫານ

ວັດເບນຈະມະບໍພິດດຸສິດວະນາລາມລາຊະວໍລະວິຫານເດີມເປັນວັດລາດຊື່ ວັດແຫຼມ ເນື່ອງຈາກຕັ້ງຢູ່ບໍລິເວນປາຍແຫຼມທີ່ສວນຕໍ່ກັບທຸ່ງນາ ຫຼື ມີຊື່ເອິ້ຍອີກຊື່ໜຶ່ງວ່າ ວັດໄຊທອງ ເນື່ອງຈາກອາດມີຕົ້ນໄຊຢູ່ພາຍໃນວັດ[1]

ອ້າງອິງ ດັດແກ້

  1. จุลลดา ภักดีภูมินทร์, วัดเบญจมบพิตรดุสิตวนาราม Archived 2009-06-29 at the Wayback Machine, สกุลไทย, ฉบับที่ 2598, ปีที่ 50, ประจำวันอังคารที่ 3 สิงหาคม 2547