ທາງລົດໄຟລາວ-ຈີນ ຫຼື ທາງລົດໄຟບໍ່ເຕັນ-ນະຄອນຫຼວງວຽງຈັນ ແມ່ນໂຄງການຄວາມຮ່ວມມືລະຫວ່າງປະເທດລາວແລະປະເທດຈີນໜຶ່ງແລ້ວໜຶ່ງເສັ້ນທາງ (onebelt oneroad) ເລິ່ມກໍ່ສ້າງໃນປີ 2016 ແລະຈະສຳເລັດໃນ ທັນວາ 2021 ເຊິ່ງແມ່ນສ່ວນນຶ່ງຂອງທາງລົດໄຟສາຍຄຸນໝິງ-ສິງກະໂປ ໄດ້ຮັບກຳນົດໃຫ້ໃຊ້ລະບົບລົດໄຟຄວາມໄວປານກາງປະມານ 160-200 km/h ສ່ວນຂອງທາງລົດໄຟເປັນລົດໄຟທາງດ່ຽວ ໃຊ້ລາງຂະໜາດ 1,435 ແມັດ ມີໄລຍະທາງ 414 ກິໂລແມັດ ທິດເໜືອສຸດຂອງທາງລົດໄຟຢູ່ບໍລິເວນດ່ານບໍ່ຫານຕິດກັບປະເທດຈີນໃນເຂດສິບສອງປັນນາຜ່ານແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະສິ້ນສຸດທີ່ນະຄອນຫຼວງວຽງຈັນ ທິດໃຕ້ເຊື່ອມກັບທາງລົດໄຟສາຍໜອງຄາຍ-ບາງກອກ ຕໍ່ໄປ

ທາງລົດໄຟລາວ-ຈີນ
磨万铁路
Laos-China railway
ຂໍ້ມູນທົ່ວໄປ
ຮູບແບບລາງຄູ່
ສະຖານະເປີດໃຫ້ບໍລິການ
ບ່ອນຕັ້ງທຸງຊາດຂອງປະເທດລາວ ປະເທດລາວ
ປາຍທາງບໍ່ເຕັນ
ນະຄອນຫຼວງວຽງຈັນ
ຈຳນວນສະຖານີ21
ການດຳເນິນງານ
ເປີດເມື່ອ3 ທັນວາ ປີ 2021
ຜູ້ດຳເນິນງານບໍລິສັດ ລົດໄຟລາວ-ຈີນ ຈຳກັດ
ຂະບວນລົດCR200J ຈຳນວນ 2 ຂະບວນ [1]
ຂໍ້ມູນທາງເທັກນິກ
ລະຍະທາງ414 ກິໂລແມັດ (257 ໄມລ໌)
ຈຳນວນທາງແລ່ນ1 (ທາງດ່ຽວ)
ຊ່ວງກວ້າງຮາງ1.435 ແມັດ
ລະບົບຈ່າຍໄຟຈ່າຍໄຟຟ້າເໜືອລາງ
ຄວາມເຮັວ160 km/h ໂດຍສານ
120 km/h ຂົນສົ່ງສິນຄ້າ

ປະຫວັດ ດັດແກ້

 
ສະຖານີນະຄອນຫຼວງວຽງຈັນ

ມີການກ່າວເຖິງທາງລົດໄຟເຊື່ອມລະຫວ່າງປະເທດລາວກັບຈີນຄັ້ງທຳອິດເມື່ອ ປີ 2001 ໂດຍນັກການເມືອງລາວ ແລະຈີນ ຮ່ວມກັນຢືນຢັນແຜນການກໍ່ສ້າງໃນ ປີ 2009 ​ແຕ່​ໄດ້​ເກີດ​ເຫດການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ກະຊວງການ​ລົດ​ໄຟ​ຂອງປະເທດຈີນເກີດຂຶ້ນ ການເລີ່ມການກໍ່ສ້າງທາງລົດໄຟນີ້ໄດ້ຖືກເລື່ອນຈົນເຖິງ ປີ 2016[2]

ເງິນທຶນກໍ່ສ້າງ ດັດແກ້

ທາງລົດໄຟນີ້ໄດ້ຮັບການກໍ່ສ້າງ ແລະ ດຳເນີນງານໂດຍບໍລິສັດລົດໄຟລາວ-ຈີນ ຈຳກັດ ​ເຊິ່ງ​ເປັນ​ການ​ຮ່ວມ​ມື​ລະຫວ່າງ​ລັດຖະບານ​ລາວ-ຈີນ​ຕາມ​ອັດຕາ​ສ່ວນ 30:70 ຕາມລຳດັບ ບໍລິສັດໄດ້ໃຊ້ງົບປະມານທັງໝົດໃນການກໍ່ສ້າງໂຄງການນີ້ລວມ 37,425 ລ້ານຢວນ[3][4] ເຊິ່ງເງິນຈຳນວນດັ່ງກ່າວ ຮ້ອຍລະ 60 ມາຈາກການສ້າງໜີ້ສິນຂອງບໍລິສັດ (ເງິນກູ້ຈາກທະນາຄານເພື່ອສົ່ງເສີມການສົ່ງອອກ-ນໍາເຂົ້າຂອງຈີນ), ຮ້ອນລະ 40 ມາຈາກສ່ວນຫຸ້ນຂອງບໍລິສັດ [5]

ວ່າດ້ວຍສ່ວນທຶນຂອງບໍລິສັດ ຈຳນວນ 14,970 ລ້ານຢວນ ​ເປັນພາກສ່ວນ​ທີ່​ລັດຖະບານ​ລາວ​ຕ້ອງ​ລົງທຶນ 4,491 ລ້ານຢວນເພື່ອຖືຫຸ້ນ 30% ໃນບໍລິສັດ ແນວໃດກໍ່ຕາມ ລັດຖະບານລາວບໍ່ສະດວກທີ່ຈະລົງທືນເອງທັງໝົດຕາມຈຳນວນດັ່ງກ່າວ ຈຶ່ງການລົງທຶນເອງພຽງສ່ວນໜຶ່ງ ອີກ​ສ່ວນ​ໜຶ່ງ​ຂອງ​ເງິນ​ກູ້​ຈາກ​ທະນາຄານ​ເພື່ອ​ສົ່ງ​ເສີມ​ປະລິມານ​ການ​ສົ່ງ​ອອກ​ຂອງ​ຈີນຈຳນວນ 3,000 ລ້ານຢວນ ເຊິ່ງຖືກຄິດຄ່າດອກເບ້ຍເປີເຊັນ 2.3 ຕໍ່ປີເປັນເວລາສາມສິບປີ[5]

ເສັ້ນທາງ ດັດແກ້

ແມ່ນສ່ວນນຶ່ງຂອງເສັ້ນທາງລົດໄຟສາຍຄຸນໝິງ-ສິງກະໂປ ທີ່ເລິ່ມບໍລິເວນຄຸນໝິງ ປະເທດຈີນ ຈົນເຂົ້າສູ່ດ່ານບໍ່ຫານ ປະເທດລາວ ຜ່ານແຂວງຫຼວງນ້ຳທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະນະຄອນຫຼວງວຽງຈັນ ຕະຫຼອດໄລຍະທາງຂອງເສັ້ນທາງລົດໄຟລາວ-ຈີນມີໄລຍະທາງທັງຫມົດ 414 ກິໂລແມັດ ຈາກນັ້ນເຂົ້າສູ່ເສັ້ນທາງລົດໄຟຄວາມໄວສູງສາຍໜອງຄາຍ-ບາງກອກ ຕໍ່ໄປ

ລັກສະນະຂອງເສັ້ນທາງ ດັດແກ້

ທາງລົດໄຟສາຍລາວ–ຈີນ ມີລັກສະນະທາງພູມສາດດ້ວຍພູຫີນປູນຈໍານວນຫຼາຍ ແລະ ມີທີ່ຕັ້ງຢູ່ບໍລິເວນກະດູກສັນຫຼັງຂອງອິນດູຈີນ ມີຝົນຕົກຫຼາຍໃນແຕ່ລະປີ ລວມທັງພື້ນທີ່ບ່ອນທີ່ລະເບີດກະແຈກກະຈາຍ ດັ່ງນັ້ນຈຶ່ງມີປະຊາກອນອາໄສໜ້ອຍ [6][7] ເສັ້ນທາງທັງໝົດເປັນອຸໂມງຮ້ອຍລະ 47 ແລະ ເປັນສະພານລົດໄຟຮ້ອຍລະ 15 ໂດຍຄິດເປັນອຸໂມງຈຳນວນ 75 ແຫ່ງ ແລະ ສະພານລົດໄຟຈຳນວນ 167 ແຫ່ງ ບໍລິເວນ ຊາຍແດນລະຫວ່າງປະເທດຈີນ-ລາວ ມີທາງອຸໂມງຄວາມໄວ 9,680 ແມັດ ຢູ່ໃນປະເທດລາວ 7,170 ແມັດ ແລະ ຢູ່ໃນປະເທດຈີນ 2,510 ແທັດ ໂດຍລວມແລ້ວ ທາງລົດໄຟສາຍນີ້ມີສະຖານີທັງໝົດ 21 ສະຖານີ ປະກອບດ້ວຍສະຖານີຂົນສົ່ງຜູ້ໂດຍສານຈຳນວນ 10 ສະຖານີ ແລະ ສະຖານີຂົນສົ່ງສິນຄ້າຈຳນວນ 11 ສະຖານີ ທາງລົດໄຟລາວ–ຈີນມີສະຖານີປາຍທາງສິ້ນສຸດທີ່ສະຖານີນະຄອນຫຼວງວຽງຈັນ ແລະ ນອກຈາກນີ້ຍັງມີອີກໜຶ່ງສະຖານີລົດໄຟລາວ–ຈີນ ທີ່ກຳລັງກໍ່ສ້າງຕໍ່ໄປສິ້ນສຸດປາຍທາງຢູ່ສະຖານີວຽງຈັນໃຕ້ ເພື່ອເຊື່ອມຕໍ່ການຂົນສົ່ງສິນຄ້າກັບທ່າເຮືອບົກທ່ານາແລ້ງທີ່ສະຖານີທ່ານາແລ້ງ[8]

ລາຍຊື່ສະຖານີ ດັດແກ້

ທາງລົດໄຟລາວ-ຈີນ ປະກອບມີ 10 ສະຖານີສຳລັບຜູ້ໂດຍສານ

ສະຖານີ ໄລຍະທາງ
ຈາກວຽງຈັນ
ແຂວງ
10 ບໍ່ເຕັນ Bo Ten 406 ກມ. ຫຼວງນໍ້າທາ
09 ນາເຕີຍ Na Trey 394 ກມ
08 ນາໝໍ້ Namor 378 ກມ. ອຸດົມໄຊ
07 ເມືອງໄຊ Meuang Xay 339 ກມ.
06 ເມືອງງາ Meuang Nga 293 ກມ.
05 ຫຼວງພະບາງ Luangprabang 239 ກມ. ຫຼວງພະບາງ
04 ກາສີ Kasi 167 ກມ. ວຽງຈັນ
03 ວັງວຽງ Vangvieng 123 ກມ.
02 ໂພນໂຮງ Phonhong 64 ກມ.
01 ນະຄອນຫຼວງວຽງຈັນ Vientiane 0 ກມ. ນະຄອນຫຼວງວຽງຈັນ

ຄ່າໂດຍສານ ດັດແກ້

ຄ່າໂດຍສານຈາກສະຖານີນະຄອນຫລວງວຽງຈັນ ເປັນສະກຸນເງິນກີບ

ຕົ້ນທາງ ປາຍທາງ EMU ຊັ້ນໜຶ່ງ
(ໄວພິເສດ)
EMU ຊັ້ນສອວ
(ໄວພິເສດ)
ລົດໄຟທຳມະດາ
(ໄວປົກກະຕິ)
ວຽງຈັນ ໂພນໂຮງ 86,000 56,000 40,000
ວັງວຽງ 164,000 103,000 74,000
ຫຼວງພະບາງ 313,000 198,000 140,000
ເມືອງໄຊ 443,000 279,000 198,000
ບໍ່ເຕັນ 529,000 333,000 238,000

ຮູບແບບໂຄງການ ດັດແກ້

ເສັ້ນທາງແລ່ນ ແລະ ຂະບວນລົດ ດັດແກ້

  • ເປັນລົດໄຟຟ້າຂະໜາດໜັກ (heavy rail transit)
  • ເສັ້ນທາງແລ່ນແມ່ນມີລັກສະນະທາງພູມສາດໂດຍຜ່ານພູເຂົາສູງສ່ວນໃຫຍ່ ເປັນທາງ​ຍົກລະດັບ 175 ກິໂລແມັດ ມີການສ້າງສະພານ 167 ແຫ່ງ ແລະ ຂົວສູງຂ້າມຮ່ອມພູ 154 ແຫ່ງ ໄລຍະທາງຮ່ວມ 67.15 ກິໂລແມັດ ມີການເຈາະອຸໂມງທະລຸພູ 75 ແຫ່ງ ໄລນະທາງສະເພາະທີ່ເປັນອຸໂມວລວມຫຼາຍກວ່າ 190 ກິໂລແມັດ ອຸໂມງທີ່ຍາວທີ່ສຸດ ຍາວ 9.5 ກິໂລແມັດ [9]
  • ຂະໜາດລ່າງລົດໄຟ 1.435 ແມັດ (European standard guage) ໂດຍມີສາຍໄຟແຮງສູງແລ່ນຂະໜານກັນຢູ່ເໜືອລ່າງ ລົບລົດໄຟຟ້າໃຊ້ວິທີການຮັບໄຟຟ້າຈາກດ້ານເທິງດ້ວຍແພນໂທກຣາຟ
  • ຕູ້ໂດຍສານກວ້າງ 3.10 ແມັດ ສູງ 4.43 ແມັດ ແບ່ງຄວາມຍາວຂອງຂະບວນລົດໄດ້ 2 ແບບ ຂະບວນຍາວມີຕູ້ໂດຍສານຕັ້ງແຕ່ 11–20 ຕູ້ ຍາວລວມ 518 ແມັດ ບັນຈຸຜູ້ໂດຍສານໄດ້ 1,102 ຄົນ ແລະ ຂະບວນສັ້ນມີຕູ້ໂດຍສານ 9 ຕູ້ ຍາວລວມ 234 ແມັດ ບັນຈຸຜູ້ໂດຍສານໄດ້ 720 ຄົນ[10] ໃຊ້ກະແສໄຟຟ້າສະຫຼັບ 25 ກິໂລໂວນ 50 ເຮີຣ໌ຊ[11]

ຂະບວນລົດໂດຍສານ ດັດແກ້

 
ລົດໄຟລຸ້ນຟູ່ຊິງ CR200J ທີ່ຜະລິດຈາກປະເທດຈີນ

ລົດໄຟສາຍວຽງຈັນ−ບໍ່ເຕັນ ມີຂະບວນລົດໄຟໄວພິເສດຟູ່ຊິງ EMU ລຸ້ນ CR200J ມີທັງໝົດ 2 ຂະບວນ ໄດ້ແກ່ ຂະບວນລ້ານຊ້າງ ແລະ ຂະບວນແຄນລາວ ຄວາມໄວແລ່ນໄດ້ສູງສຸດ 210 ກິໂລແມັດຕໍ່ຊົ່ວໂມງ ແລະ ຄວາມໄວສູງສຸດທີ່ໃຫ້ບໍລິການ 160 ກິໂລແມັດຕໍ່ຊົ່ວໂມງ ແລະ ໃຊ້ຫົວລົດຈັກໄຟຟ້າ HXD3C ເປັນຂະບວນລົດໄຟໂດຍສານທຳມະດາລວມເຖິງຂະບວນລົດໄຟຂົນສິນຄ້າຄວາມໄວ 120 ກິໂລແມັດຕໍ່ຊົ່ວໂມງ

ອ້າງອິງ ດັດແກ້

  1. "绿巨人"CJ200动车将跑上中老铁路 昆明直达老挝首都". Retrieved 2020-04-16.
  2. "Land-locked Laos on track for controversial China rail link". 24 July 2017.
  3. [1]
  4. "Trains to arrive next month for trial run of Laos-China railway". 13 ສິງຫາ 2021.
  5. 5.0 5.1 ທະນາຄານໂລກ (2020). "FROM LANDLOCKED TO LAND-LINKED UNLOCKING THE POTENTIAL OF LAO-CHINA RAIL CONNECTIVITY" (PDF).
  6. "ຮືຮາ!ລາວສ້າງລົດໄຟຄວາມໄວສູງມູນລາຄາ7,000ລ້ານໂດລາທີ່ທຳອິດຂອງອາຊຽນ". Retrieved 2020-04-08.
  7. "ອຸໂມງ'ທາງລົດໄຟລາວ-ຈີນ'ສຳເລັດກ່ອນ 43 ວັນ". Retrieved 2020-04-08.
  8. "ຂໍ້ມູນ "ລົດໄຟຈີນ-ລາວ" วรากรณ์ สามโกเศศ". bangkokbiznews.com (in ອັງກິດ (ອາເມລິກັນ)). 2021-12-28. Retrieved 2022-07-30.
  9. "ທັນວາ...ສຽງຫວູດ "ລົດໄຟລາວ-ຈີນ" ດັງສະນັ່ນ". Retrieved 2021-08-06.
  10. "ເຜີຍໂສມ "ຍັກຂຽວ Hulk" ລົດໄຟຈີນ-ລາວ ໄດ້ເຫັນໂຕຈິງໃນເດືອນສິງຫານີ້". Retrieved 2021-08-06.
  11. "复兴号CR200J型电力动车组". Retrieved 2021-08-06.