ມ້າລາຍ (ອັງກິດ: Zebra) ແມ່ນສັດລ້ຽງລູກດ້ວຍນ້ຳນົມກີບຄີກທີ່ຈັດຢູ່ໃນສະກຸນມ້າ.

ບ່ອນກິນຢູ່ ດັດແກ້

ພົບທົ່ວໄປໃນທະວີບອາຟະລີກແຖບທີ່ຮາບໂລ່ງທາງຕອນໃຕ້ຂອງທະເລຊາຍຊາຮາລ້າ.

ການເປັນຢູ່ແລະການສືບເຊື້ອສາຍ ດັດແກ້

ມັກກິນຢູ່ຢູ່ຕາມທີ່ຮາບໂລ່ງເປັນຫຍ້າ. ມັກຢູ່ຮວມກັນເປັນຝູງ. ຝູງໜຶ່ງມີຫຼາຍຮ້ອຍໂຕຈົນເຖິງເປັນພັນກໍມີ ໂດຍຈະເລັມຫຍ້າຫາກິນນຳກັບສັດອື່ນໃນທົ່ງກວ້າງ ເຊັ່ນ ນົກຈອກເທດ ກວາງຄໍຍາວ ແອນຕີໂລບ ແລະສັດກີບອື່ນໆ. ມ້າລາຍມັກຈະມີນົກກິນແມງຈັບເກາະຢູ່ເທິງຫຼັງ ເພື່ອຊ່ອຍລະວັງອັນຕະລາຍແລະກິນໝູ່ແມງທີ່ມາກໍ່ກວນ ແລະມີນົກຈອກເທດແລະກວາງຄໍຍາວຄອຍຊ່ອຍເປັນປ້ອມຍາມຄອຍເຕືອນໄພແລະລະວັງໄພໃຫ້ ຍ້ອນວ່າມ້າລາຍສາຍຕາບໍ່ດີປານໃດ. ແຕ່ຢ່າງໃດກໍດີ ດັງແລະຫູໄວຫຼາຍ ແຂ້ວກໍຄົມ.

ມ້າລາຍເລີ່ມປະສົມພັນໄດ້ເມື່ອມີອາຍຸປະມານ 2 ປີ ຖືພາປະມານ 345-390 ວັນ ອອກລູກເທື່ອລະ 1 ໂຕ. ລູກມ້າລາຍເກີດໃໝ່ໆ ຈະມີຂົນປຸກປຸຍແລະມີແຖບສີນ້ຳຕານສະຫຼັບຂາວ ມີອາຍຸຢືນປະມານ 25-30 ປີ.

ອ້າງອີງ ດັດແກ້

  • Churcher, C.S. 1993. Mammalian Species No. 453. American Society of Mammalogists.
  • Estes, R. (1991). The Behavior Guide to African Mammals, Including Hoofed Mammals, Carnivores, Primates. Los Angeles, The University of California Press.
  • McClintock, Dorcas. "A Natural History Of Zebras" September 1976. Scribner's, New York. ISBN 0-684-14621-5

ແຫຼ່ງຂໍ້ມູນອື່ນ ດັດແກ້