ມີດຕັດ (ອັງກິດ: scissors; ຝຣັ່ງ: ciseaux) ຫຼື ຕະໄກ ແມ່ນເຄື່ອງມືທີ່ໃຊ້ສຳລັບຕັດວັດສະດຸບາງ ໆ ໂດຍໃຊ້ແຮງກົດເລັກນ້ອຍ ໂດຍໃຊ້ຕັດວັດສະດຸເຊັ່ນ ເຈ້ຍ ເຈ້ຍແຂງ ແຜ່ນເຫຼັກບາງ ພະລາສະຕິກບາງ ອາຫານບາງຢ່າງ ຜ້າ ເຊືອກ ແລະສາຍໄຟ ເປັນຕົ້ນ. ນອກຈາກນີ້ຍັງໃຊ້ເພື່ອຕັດຜົມກໍໄດ້. ສ່ວນມີດຕັກຂະໜາດໃຫຍ່ອາດໃຊ້ຕັດໃບໄມ້ແລະກິ່ງໄມ້ ເຊິ່ງມີຄວາມແຂງແຮງເປັນພິເສດ.

ມີດຕັດ

ມີດຕັດຕ່າງຈາກມີດ ຍ້ອນມີໃບມີດ ໒ ດວງ ປະກົບກັນໂດຍມີຈຸດໝູນຮ່ວມກັນ. ສ່ວນໃຫຍ່ບໍ່ມີຄວາມຄົມຫຼາຍ ແຕ່ອາໄສແຮງຈີກລະຫວ່າງໃບມີດສອງດວງ. ມີດຕັດຂອງເດັກມີຄວາມຄົມໜ້ອຍຫຼາຍ ແລະມັກມີປະລາສະຕິກຫຸ້ມ.

ອ້າງອີງ ດັດແກ້