ພູວິຊູເວຍສ (Mount Vesuvius) ແມ່ນ ພູເຂົາໄຟປະເພດ somma - stratovolcano ຕັ້ງຢູ່ເທິງ ອ່າວຂອງ Naples ໃນແຄວ້ນ Campania, ອີຕາລີ, ປະມານ 9 km (5,6 mi) ທາງທິດຕາເວັນອອກຂອງ Naples ແລະໃກ້ໆກັບຊາຍຝັ່ງ. ແມ່ນໜຶ່ງໃນຫລາຍໆພູເຂົາໄຟທີ່ກໍ່ຕົວເປັນ ສ່ວນໂຄ້ງຂອງພູເຂົາໄພ Campanian. ພູວິຊູເວຍສ ປະກອບດ້ວຍ ພູເຂົາຈອມແຫຼມ ຂະໜາດໃຫ່ຍບາງສ່ວນທີ່ອອ້ມຮອບໂດຍຂອບເຫວອັນສູງຊັນຂອງແອ່ງຍຸບປາກປ່ອງທີ່ເກີດຈາກ ການພັງທະລາຍລົງຂອງ ໂຄງສ້າງທີ່ສູງກວ່າໃນໄລຍະກ່ອນໜ້າ.

ພູວິຊູເວຍສ
Vesuvio  (Italian)
'O Vesuvio  (Neapolitan)
ພູວິຊູເວຍສ ແນມຈາກເມືອງບູຮານ Pompeii ທີ່ເປ່ເພ, ເຊິ່ງຖືກທຳລາຍໃນການລະເບີດຂອງພູເຂົາໄຟໃນປີ ຄສ 79.
ຈຸດສູງສຸດ
ຄວາມສູງຈາກນ້ຳທະເລ 1,281 m (4,203 ft)
ລະດັບສູງສ່ວນຍື່ນຈາກຖານ1,232 m (4,042 ft)
ພູມສາດ
ທີ່ຕັ້ງນະຄອນເນເປີ ໃນ ຄາມປາເນຍ, ປະເທດອີຕາລີ
ທໍລະນີສາດ
ອາຍຸທໍລະນີສາດ25,000 ປີກ່ອນປັດຈຸບັນ ເຖິງ ຄສ 1944; ອາຍຸພູເຂົາໄຟ = ປ. 17,000 ປີຈົນເຖິງປັດຈຸບັນ
ປະເພດເທືອກເຂົາSomma-stratovolcano
ພູເຂົາໄຟທົ່ງພູເຂົາໄຟ/ເຂດພູເຂົາໄຟສ່ວນໂຄ້ງພູເຂົາໄພຄາມປານຽນ Campanian volcanic arc
ລະເບີດລ່າສຸດ17–23 ມີນາ 1944
ການປີນເຂົາ
ທາງງ່າຍສຸດຍ່າງຂຶ້ນ