ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວັທະນາ

ພຣະບາດສົມເດັດພຣະເຈົ້າເຊດຖາຂັດຕິຍະວົງສາ ພຣະມະຫາສີສວ່າງວັດທະນາ (ຄຳເຄົ້າ: ພຣະບາທສົມເດັຈພຣະເຈົ້າເຊສຖາຂັຕິຍວົງສາ ພຣະມຫາສຣີສວ່າງວັທນາ[1]) ຫຼື ເຈົ້າມະຫາຊີວິດສີສວ່າງວັດທະນາ (ຄຳເຄົ້າ: ເຈົ້າມຫາຊີວິຕສຣີສວ່າງວັທະນາ[2]) ຊົງເປັນພຣະມະຫາກະສັດອົງສຸດທ້າຍແຫ່ງຣາຊອານາຈັກລາວ ກ່ອນທີ່ຈະຖືກຝ່າຍພວກປະຕິວັດລາວ ຍຶດອຳນາດປ່ຽນແປງການປົກຄອງ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນ ຄ.ສ 1975 ສະເດັດພຣະຣາຊສົມພົບເມື່ອວັນທີ່ 13 ພະຈິກ ຄ.ສ 1907 ໂດຍຊົງເປັນພຣະຣາຊໂອຣົດ ໃນ ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວົງສ໌ ກັບ ສົມເດັດພຣະຣາຊິນີອັກຄະມະເຫສີຄຳອຸ່ນ. ພຣະອົງອະພິເສກ ກັບ ພຣະຣາຊິນີເຈົ້າຟ້າຄຳຜຸຍ ເມື່ອວັນທີ່ 7 ສິງຫາ ຄ.ສ 1930 ຊົງມີພຣະຣາຊໂອຣົດທິດາລວມ 7 ພຣະອົງ ຄື:

ພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສວ່າງວັທະນາ
Dynastyລາຊະວົງອານາຈັກລ້ານຊ້າງຫຼວງພະບາງ
ເຈົ້າມະຫາຊີວິດ
– ຕຳແໜ່ງໃນນາມ –
ລາຊະວົງລ້ານຊ້າງຫຼວງພະບາງ
ເຈົ້າສຸລິຍະວົງ
ເຈົ້າຈັນສຸກ ສຸກທາລາ

26 ພະຈິກ ຄ.ສ 1975 ພຣະເຈົ້າມະຫາຊີວິດສີສວ່າງວັດທະນາ ຊົງສລະຣາຊບັນລັງ ກ່ອນການສະຖາປະນາ ສປປລາວ 1 ອາທິດ ຫຼັງຈາກນັ້ນພຣະອົງ ຍັງຄົງປະທັບ ທີ່ພະຣາຊວັງຫຼວງພຣະບາງຕາມເດີມ ຈົນກະທັ້ງ ຄ.ສ 1977 ພຣະອົງຖືກຣັຖບານລາວ ສົ່ງຕົວໄປທີ່ຄ້າຍສຳມະນາ ທີ່ເມືອງວຽງໄຊ ພ້ອມກັບພຣະຣາຊວົງສ໌ ດ້ວຍຂໍ້ຫາວ່າຊົງກ່ຽວຂ້ອງກັບພວກ "ປະຕິການ" ແລະ ສະເດັດສວັນຄົດ ເມື່ອປະມານ ຄ.ສ 1978 ຫຼື ຄ.ສ 1984 ໃນເຣື່ອງນີ້ຣັຖບານ ສປປລາວ ບໍ່ເຄີຍເປີດເຜີຍ ເຣື່ອງການສວັນຄົດ ຂອງພຣະອົງຄ໌ແຕ່ປະການໃດເລີຍ.

ອ້າງອີງ ດັດແກ້

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.
  2. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.

ນັກຂ່າວຊາວຣັດເຊຍໄດ້ຂຽນລາຍລະອຽດ ແລະ ເຮັດເປັນປຶ້ມ ພາສາຣັດເຊຍ ແລະ ພາສາອັງກິດ ໄດ້ອ່ານທີ່ຫໍສະມຸດເລນິນ ເມືອງຕາສະເກັນ ປີ 1991 ຖ້າໃຜໄປທີ່ນັ້ນ ລອງຊອກລາຍລະອຽດຕື່ມເດີ