ບັນນາລັກສາດແລະສາລະນິເທດສາດ

ບັນນາລັກສາດແລະສາລະນິເທດສາດ (ອັງກິດ: Library and information science: LIS) ແມ່ນການສຶກສາເລື່ອງທີ່ກ່ຽວກັບການຈັດເກັບ ສິ່ງພິມ, ຂໍ້ມູນ, ແລະສື່ ທັງພາຍໃນແລະພາຍນອກຫ້ອງສະໝຸດ ລວມໄປເຖິງການຮຽນຮູ້ທາງວິຊາການ ໃນແງ່ຂອງຊັບພະຍາກອນເພື່ອການຮຽນຮູ້ ວ່າຜູ້ໃຊ້ໃຊ້ລະບົບຫ້ອງສະໝຸດແລະລະບົບການຮຽນຮູ້ອື່ນໆແນວໃດ.

ເປົ້າໝາຍຫຼັກຂອງ ງານຄົ້ນຄວ້າດ້ານບັນນາລັກສາດແລະສາລະນິເທດສາດ ມຸ່ງໄປທີ່ການຈັດການອົງຄວາມຮູ້ ເພື່ອການດຶງຂໍ້ມູນມາໃຊ້ໄດ້ຢ່າງມີປະສິດທິພາບ ໂດຍອາດລວມເຖິງຫົວຂໍ້ອື່ນໄດ້ແກ່ ການໄດ້ມາ, ການສ້າງລາຍການຊື່, ການຈັດໝວດ, ການເກັບຮັກສາ, ແລະ ການເບິ່ງແຍງຂໍ້ມູນແລະຊັບພະຍາກອນຫ້ອງສະໝຸດ.

ການສຶກສາອີກຂະແໜງໜຶ່ງ ທີ່ສຶກສາເລື່ອງໃກ້ຄຽງກັນ ແຕ່ໄດ້ພັດທະນາໄປອີກທາງ ແມ່ນ ການສຶກສາໂຄງສ້າງຂອງຂໍ້ມູນ ແລະ ທິດສະດີຂໍ້ມູນ (Information Theory) ເຊິ່ງແມ່ນການສຶກສາເຊີງຄະນິດສາດ ກ່ຽວກັບແນວຄິດຂອງຂໍ້ມູນສາລະສົນເທດ.

ເບິ່ງຕື່ມ ດັດແກ້