ນິຕິສາດ (ຄຳເຄົ້າ: ນິຕິສາສຕຣ໌) ແມ່ນວິຊາທີ່ສຶກສາເລື່ອງກົດໝາຍ ຫຼືວິຊາທີ່ມີກົດໝາຍເປັນວັດຖຸຂອງການສຶກສາ.

ການສຶກສານິຕິສາດ ດັດແກ້

ວິຊານິຕິສາດສາມາດແບ່ງແຍກອອກເປັນຫຼາຍຂະແໜງໄດ້ຕາມແງ່ມຸມທີ່ສຶກສາ ເຊິ່ງອາດສາມາດແບ່ງແຍກອອກໄດ້ເປັນ

  • ວິຊານິຕິສາດໂດຍແທ້ຈິງ (legal science proper) ຄື ການສຶກສາໂຕບົດກົດໝາຍເຊິ່ງເປັນເນື້ອຫາກົດໝາຍ ແລະນິຕິວິທີຫຼືວິທີການໃຊ້ກົດໝາຍເພື່ອນຳໄປໃຊ້ປັບໃຊ້ນຳຄະດີແລະປະກອບວິຊາຊີບນັກກົດໝາຍ.
  • ນິຕິສາດທາງຂໍ້ເທັດຈິງ (legal science of facts) ແມ່ນການສຶກສາກົດໝາຍໃນຖານະທີ່ເປັນຂໍ້ເທັດຈິງທີ່ມີຢູ່ໃນປະຫວັດສາດ ຫຼືໃນສັງຄົມ ໂດຍບໍ່ປະເມີນຄຸນຄ່າວ່າຖືກຫຼືຜິດ ເຊັ່ນ ວິຊາປະຫວັດສາດ ກົດໝາຍ ແລະວິຊາສັງຄົມວິທະຍາກົດໝາຍ.
  • ນິຕິສາດແບບຄຸນຄ່າ (legal science of values) ແມ່ນການສຶກສາກົດໝາຍໃນແບບວິຈານ ປຽບທຽບແລະປະເມີນຄຸນຄ່າ ເຊັ່ນ ວິຊາກົດໝາຍປຽບທຽບ ແລະວິຊານິຕິບັນຍັດ ການສຶກສາກົດໝາຍໃນລະດັບທີ່ມີຄວາມສຳພັນກັບປັດຍາ ຈະຖືກເອີ້ນວ່າວິຊາ ນິຕິປັດຍາ ຫຼື philosophy of law.