ທະວີບ (ຄຳເຄົ້າ: ທະວີປ[1]) ແມ່ນແຜ່ນດິນກວ້າງເທິງໜ້າໂລກ ສ່ວນຫຼາຍຂອບເຂດຂອງທະວີບຈະຖືກກຳນົດຕາມການຕົກລົງ ທີ່ບໍ່ໄດ້ອີງໃສ່ ນິຍາມອັນຊັດເຈນ ໂດຍທົ່ວໄປທະວີບຢູ່ໃນໂລກມີທັງໝົດ 6 ທະວີບ, ແຕ່ເພິ່ນໄດ້ກຳນົດໃຫ້ເປັນ 7 ທະວີບ ດັ່ງຕໍ່ໄປນີ້: ອາຊີ, ອາຟຣິກາ, ອາເມຣິກາເໜືອ ແລະ ອາເມຣິກາໃຕ້, ອັງຕາກຕິກ, ເອີຣົບ ແລະ ໂອເຊອານີ.

ຮູບສີເໜັງ ສະແດງເຖິງ ບັນດາທະວີບ ຕາມບັນດາການກຳນົດ, ບາງທະວີບອາດຖືກລວມ ຫຼື ແຍກ ສາມາດຖືກແບ່ງອອກເປັນ ເອີຣົບ ແລະ ອາຊີ (ສີແດງອ່ອນ), ອາເມຣິກາເໜືອ ແລະ ອາເມຣິກາໃຕ້ ບາງເທື່ອກໍ່ຖືກເອີ້ນລວມກັນ ເປັນ ອາເມຣິກາ (ສີຂຽວອ່ອນ).

ເນື້ອທີ່ ແລະ ປະຊາກອນ ດັດແກ້

ທະວີບ ເນື້ອທີ່ (km²) ປະຊາກອນໂດຍປະມານ
2002
ອັດຕາສ່ວນຮ້ອຍ ຕໍ່
ປະຊາກອນທັງໝົດ
ຄວາມໜາແໜ້ນ
ຄົນຕໍ່
ກິໂລແມັດມົນທົນ
ອາໂຟຣ-ເອີຣາຊີ 84,360,000 5,400,000,000 86% 64.0
ເອີຣາຊີ 53,990,000 4,510,000,000 72% 83.5
ອາຊີ 43,810,000 3,800,000,000 60% 86.7
ອາເມຣິກາ 42,330,000 886,000,000 14% 20.9
ອາຟຣິກາ 30,370,000 890,000,000 14% 29.3
ອາເມຣິກາເໜືອ 24,490,000 515,000,000 8% 21.0
ອາເມຣິກາໃຕ້ 17,840,000 371,000,000 6% 20.8
ອັງຕາກຕິກ 13,720,000 1,000 0.00002% 0.00007
ເອີຣົບ 10,180,000 710,000,000 11% 69.7
ໂອເຊອານີ 9,010,000 33,552,994 0.6% 3.7
ອົດສະຕຣາລີ-ນູແວນກີເນ 8,500,000 30,000,000 0.5% 3.5
ອົດສະຕຣາລີ 7,600,000 21,000,000 0.3% 2.8

ອ້າງອີງ ດັດແກ້

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.