ຊາລາແມນເດີ້
ຊ່ວງເວລາທີ່ມີຊີວິດຢູ່: ຈູແຣສຊິກ-ປັດຈຸບັນ
ຊາລາແມນເດີ້ໄຟ (Salamandra salamandra) ເປັນຊາລາແມນເດີ້ຂະໜາດນ້ອຍ ຫຼື ນິ້ວທ໌ (Salamandridae) ພົບໃນຫຼາຍປະເທດຢູ່ທະວີບເອີຣົບ
ການຈຳແໜກຊັ້ນທາງວິທະຍາສາດ
ອານາຈັກ: Animalia
ຟີລຳ: Chordata
ຊັ້ນ: Amphibia
ຊັ້ນຍ່ອຍ: Lissamphibia
ອັນດັບ: Caudata
Scopoli, 1777
ອັນດັບຍ່ອຍ
ແຜນທີ່ສະແດງການແຜ່ກະຈາຍພັນຂອງສັດໃນອັນດັບນີ້ (ສີຂຽວ)
ຊື່ພ້ອງ

ຊາລາແມນເດີ້ (ອັງກິດ: Salamander, ອັນດັບ: Caudata, Urodela) ເປັນສັດມີກະດູກສັນຫຼັງທີ່ຢູ່ໃນຊັ້ນສັດເຄິ່ງບົກເຄິ່ງນ້ຳ ຈັດຢູ່ໃນອັນດັບ Caudata ແລະ Urodela.

ລັກສະນະ ແລະ ພຶດຕິກຳ ດັດແກ້

ສ່ວນໃຫຍ່ມີຂາ 2 ແລະ ມີຫາງ, ລຳຕົວສັ້ນ ແລະ ມີກ້າມເນື້ອລຳຕົວລັກສະນະເປັນຂໍ້ເລັກໜ້ອຍ. ບາງຊະນິດອາໄສຢູ່ໃນນ້ຳ, ມີລຳຕົວຍາວຮຽວ ແລະ ຫຼຸດຂະໜາດຂອງຂາລົງ ເຊັ່ນ: ສະກຸນ Amphiuma, Siren, Oedipina, Pseudobranchus ສ່ວນໃຫຍ່ໄດ້ຫຼຸດຈຳນວນຊິ້ນຂອງກະດູກກະໂຫຼກ ແລະ ຕົວເຕັມໄວມີຂະໜາດທີ່ແຕກຕ່າງກັນຫຼາຍຄື ລະຫວ່າງ 3 ຊັງຕີແມັດ ຈົນເກືອບເຖິງ 2 ແມັດ. ຕົວເຕັມໄວມີບາງສ່ວນອາໄສຢູ່ເທິງບົກ ແຕ່ປະສົມພັນໃນນ້ຳ. ແຕ່ບາງຊະນິດກໍອາໄສ ແລະ ປະສົມພັນກັນເທິງບົກ ຫຼື ອາໄສຢູ່ແຕ່ໃນນ້ຳ ແລະ ປະສົມພັນກັນໃນນ້ຳ ຫຼື ອາໄສຢູ່ເທິງຕົ້ນໄມ້.

ຊາລາແມນເດີ້ບໍ່ມີຊ່ອງຫູຊັ້ນກາງ ແລະ ບໍ່ມີແຜ່ນເຈ້ຍແກ້ວຫູ, ໂຄງສ້າງໃຊ້ຮັບຟັງສຽງປະກອບດ້ວຍກະດູກຄໍລິວເມລາ ແລະ ກະດູກໂອເພີຄິວລຳ. ໂຄງສ້າງທັງ 2 ນີ້ອາດເປັນກະດູກອ່ອນ ຫຼື ເປັນກະດູກ ແລະ ເຊື່ອມຕໍ່ກັບຫູຊັ້ນໃນ. ກະດູກຄໍລິເມລາໃຊ້ຮັບຟັງຄື້ນສຽງໃນອາກາດ ສ່ວນກະດູກໂອເພີຄິວລຳທີ່ເຊື່ອມຄໍ່ກັບກະດູກຊູປຣາສຄາພູລາຂອງກະດູກບ່າໄຫຼ່ ແລະ ກ້າມເນື້ອ ໃຊ້ຮັບຟັງຄື້ນສຽງຄວາມຖີ່ຕ່ຳໃນອາກາດ ແລະ ແຮງສະເທືອນເທິງພື້ນດິນ. ແນວໃດກໍຕາມ ຊາລາແມນເດີ້ໃນຫຼາຍຕະກູນກໍບໍ່ມີກະດູກໂອເພີຄິວລຳ ຫຼື ບໍ່ມີກ້າມເນື້ອ.

ມີໂຄງສ້າງທາງຜິວໜັງຄືກັນກັບສັດເຄິ່ງບົກເຄິ່ງນ້ຳອັນດັບອື່ນ ຮວມທັງມີຕ່ອມເມືອກ ແລະ ຕ່ອມພິດໃຊ້ປ້ອງກັນຕົວ. ຕ່ອມເມືອກໃນຫຼາຍຊະນິດເຮັດໜ້າທີ່ສັງເຄາະສານຟີໂຣໂມນເພື່ອໃຊ້ດຶງດູດເພດກົງກັນຂ້າມໃນການກ້ຽວພາລາສີ, ໃນຂະນະທີ່ຕ່ອມເມືອກຂອງບາງຕະກູນ ແລະ ບາງສະກຸນຈະຢູ່ຮວມກັນເປັນກຸ່ມເຊັ່ນ: ຕະກູນ Plethodontidae ແລະ ສະກຸນ Notophthalmus.

ການສືບພັນມີທັງແບບປະຕິສົນທິພາຍໃນ ແລະ ປະຕິສົນທິພາຍນອກຮ່າງກາຍ. ຕົວອ່ອນມີຮູບຮ່າງຄືໄວລຸ້ນ ແລະ ຕົວເຕັມໄວ ແຕ່ມີເຫງືອກ ແລະ ມີໂຄງສ້າງຂອງຮ່າງກາຍບາງປະການທີ່ກ່ຽວຂ້ອງກັບການອາໄສຢູ່ໃນນ້ຳຢູ່ເຊັ່ນ: ມີຄີຫາງ, ມີຊ່ອງເປີດເຫງືອກ ແລະ ບໍ່ມີເປືອກຕາ, ບໍ່ມີກະດູກແມັກຊີລາ ແລະ ໂຄງສ້າງເນື້ອເຍື່ອຊັ້ນຜິວໜັງແຕກຕ່າງຈາກຕົວເຕັມໄວ ເຊິ່ງທັງໝົດນີ້ຈະກາຍສະພາບເປັນຂອງຕົວເຕັມໄວເມື່ອຕົວອ່ອນປ່ຽນຮູບຮ່າງ. ເພດານປາກຂອງຕົວອ່ອນປ່ຽນສະພາບເມື່ອປ່ຽນຮູບຮ່າງເຊັ່ນດຽວກັນ ເຊິ່ງເປັນລັກສະນະສະເພາະຂອງສັດເຄິ່ງບົກເຄິ່ງນ້ຳໃນອັນດັບນີ້.

ການຈຳແນກ ດັດແກ້

ປັດຈຸບັນ ມີການອະນຸກົມວິທານຊາລາແມນເດີ້ ແລະ ນິ້ວທ໌ (ຊື່ສາມັນໃຊ້ເອີ້ນຊາລາແມນເດີ້ຂະໜາດນ້ອຍ) ອອກເປັນວົງທັງໝົດ 10 ຕະກູນ (3 ອັນດັບຍ່ອຍ) ໃນ 68 ສະກຸນ ແລະ ມີຊະນິດພັນປະມານ 580 ຊະນິດ ສ່ວນໃຫຍ່ອາໄສຢູ່ໃນທະວີບອາເມລິກາເໜືອ ແລະ ໃນເຂດອົບອຸ່ນຂອງຢູເຣເຊຍ. ແຕ່ບາງຕະກູນກໍມີການກະຈາຍພັນໃນທະວີບອາເມລິກາໃຕ້ ແລະ ທະວີບອາເມລິກາກາງ ຮວມເຖິງບາງສ່ວນຂອງທະວີບອາຟຣິກາ ແລະ ອາຊີກາງ ຕາມສາຍພູຫິມະໄລອີກດ້ວຍ.

ຕະກູນ ລາຍລະອຽດແບບຫຍໍ້ໆ ຕົວຢ່າງຂອງຊະນິດ ຮູບພາບ
Cryptobranchidae ເປັນຕະກູນທີ່ມີຂະໜາດໃຫຍ່ທີ່ສຸດຂອງບັນດາສັດເຄິ່ງບົກເຄິ່ງນ້ຳທັງໝົດ ໃນປັດຈຸບັນພົບຢູ່ 3 ຊະນິດ ໃນທະວີບອາເມລິກາເໜືອ 1 ຊະນິດ ແລະ ໃນອາຊີຕາເວັນອອກ 2 ຊະນິດ. ຊາລາແມນເດີ້ຍັກຈີນ (Andrias davidianus)  
Hynobiidae ເປັນຕະກູນທີ່ມີ 9 ສະກຸນ, 53 ຊະນິດ ພົບໄດ້ສະເພາະໃນທະວີບອາຊີ ຊາລາແມນເດີ້ຮິດາ (Hynobius kimurae)  
ຕະກູນ ລາຍລະອຽດແບບຫຍໍ້ໆ ຕົວຢ່າງຂອງຊະນິດ ຮູບພາບ
Ambystomatidae ມີຮູບຮ່າງປ້ອມ ແລະ ຫາງໃຫຍ່ ໂດຍຄົງຮູບຮ່າງໃນໄວອ່ອນໄດ້ດີ, ບໍ່ມີເຫງືອກ ແລະ ບໍ່ມີຊ່ອງເປີດເຫງືອກ, ມີປອດ, ມີພຽງ 33 ຊະນິດ ພົບໄດ້ໃນທະວີບອາເມລິກາເໜືອຈົນຮອດອາເມຣິກາກາງ ແອັກໂຊລໍເຕິ້ນ (Ambystoma mexicanum)  
Amphiumidae ມີຮູບຮ່າງຍາງຄ້າຍຄືງູ ຫຼື ຂຽດງູ ແຕ່ມີນິ້ວຕີນຂະໜາດນ້ອຍ ແລະ ມີຂະໜາດຄວາມຍາວລຳຕົວແຕກຕ່າງກັນ. ມີສະກຸນດຽວ, 3 ຊະນິດ ພົບໄດ້ສະເພາະໃນທິດຕາເວັນອອກສ່ຽງໃຕ້ຂອງສະຫະລັດອາເມລິກາ ແອມຟິອູມາສອງນິ້ວ (Amphiuma means)  
Dicamptodontidae ມີລຳຕົວປ້ອມ ແລະ ຫາງໃຫຍ່ ມີຂະໜາດຕັ້ງແຕ່ 13-35 ຊັງຕີແມັດ ພົບສະເພາະໃນສາຍນ້ຳໃນປ່າດົງດິບທີ່ມີອຸນຫະພູມຂ້ອນຂ້າງເຢັນຂອງທະວີບອາເມລິກາເໜືອຈົນຮອດອາເມລິກາກາງ ຊາລາແມນເດີ້ຍັກປາຊີຟິກ (Dicamptodon tenebrosus)  
Plethodontidae ເປັນຕະກູນທີ່ມີຈຳນວນສະມາຊິກຫຼາຍທີ່ສຸດຂອງອັນດັບນີ້ ພົບແຫຼ່ງອາໄສແຕກຕ່າງກັນ ບໍ່ວ່າຈະເປັນໃນນ້ຳ, ເທິງບົກ ແລະ ເທິງຕົ້ນໄມ້. ຊາລາແມນເດີ້ຫຼັງແດງ (Plethodon cinereus)  
Proteidae ມີລຳຕົວຍາວຮຽວ ມີຂະໜາດຕັ້ງແຕ່ 20-48 ຊັງຕີແມັດ, ມີ 2 ສະກຸນ, 5 ຊະນິດ ພົບໃນທະວີບອາເມລິກາເໜືອ ແລະ ບາງສ່ວນຂອງເອີຣົບ ໂອມ (Proteus anguinus)  
Rhyacotritonidae ເປັນຕະກຸນທີ່ມີໂຄງສ້າງລັກສະນະສະເພາະ, ມີລຳຕົວປ້ອມ, ຂາສັ້ນແຕ່ໃຫຍ່, ປະຕິສົນທິພາຍໃນຕົວ, ມີສະກຸນດຽວ, 4 ຊະນິດ ພົບໃນທິດຕາເວັນຕົກສ່ຽງເໜືອຂອງສະຫະລັດອາເມລິກາ ຊາລາແມນເດີ້ເທີເຣນໃຕ້ (Rhyacotriton variegatus)  
Salamandridae ເປັນຕະກູນທີ່ມີຂະໜາດນ້ອຍ ຫຼື ເອີ້ນໃນຊື່ສາມັນວ່າ "ນິ້ວທ໌". ມີ 21 ສະກຸນ, 79 ຊະນິດ, ກະຈາຍພັນໄປໃນຫຼາຍພື້ນທີ່ທົ່ວໂລກ ກະທ່າງ (Tylotriton verrucosus‎)  
ຕະກູນ ລາຍລະອຽດແບບຫຍໍ້ໆ ຕົວຢ່າງຂອງຊະນິດ ຮູບພາບ
Sirenidae ມີຮູບຮ່າງຍາວຮຽວຄ້າຍຄືອ່ຽນ ຫຼື ຂຽດງູ. ຂາຄູ່ໜ້ານ້ອຍຫຼາຍ ແລະ ມີຈຳນວນນິ້ວໜ້ອຍກວ່າໃນຂາຄູ່ຫຼັງ. ມີ 2 ສະກຸນ, 4 ຊະນິດ ພົບໃນລ້ອງແມ່ນ້ຳມິດຊິດຊິບປີ ແລະ ບາງສ່ວນຂອງແມັກຊິໂກ ໄຊເຣນໃຫຍ່ (Siren lacertina)  

[2]

ຄວາມສຳພັນກັບມະນຸດ ດັດແກ້

ຊາລາແມນເດີ້ ແລະ ນິ້ວທ໌ ຖືກຕັ້ງຊື່ສາມັນຕາມຊື່ຂອງສັດປະຫຼາດໃນຕຳນານເທບເກຣັກ ຄື ຊາລາແມນເດີ້ ເຊິ່ງເລົ່າກັນວ່າມີຮູບຮ່າງຄ້າຍຄືຈີ່ຈ້ຽມ ແຕ່ເມື່ອຢູ່ໃນໄຟແລ້ວຈະບໍ່ຕາຍ.[3] ປົກກະຕິແລ້ວເປັນສັດທີ່ມະນຸດບໍ່ກິນເປັນອາຫານ ແຕ່ນິຍົມລ້ຽງເປັນສັດລ້ຽງ ເພາະຄວາມໜ້າສົນໃຈໃນວົງຈອນຊີວິດ ແລະ ຫຼາຍຊະນິດກໍມີສີສັນສວຍງາມ ແລະ ຮູບຮ່າງລັກສະນະທີ່ແປກ ໂດຍຊະນິດທີ່ໄດ້ຮັບການຍົກຍ້ອງວ່າມີຄວາມສວຍງາມທີ່ສຸດແມ່ນ ກະທ່າງ ເຊິ່ງເປັນຊະນິດດຽວເທົ່ານັ້ນທີ່ພົບໄດ້ໃນປະເທດເພື່ອນບ້ານໃກ້ຄຽງລາວ ກໍຄືປະເທດໄທ ໂດຍສະເພາະໂຕຜູ້ ໃນລະດູປະສົມພັນຈະມີແຕ້ມເທິງລຳຕົວຊັດເຈນເປັນສີສົ້ມສົດ ແຕ່ກໍມີຄວາມສ່ຽງເປັນຊະນິດທີ່ໃກ້ຈະສູນພັນແລ້ວ.

ນອກນັ້ນຍັງລ້ຽງໄວ້ເພື່ອການສຶກສາວິໄຈໃນເລື່ອງສະເຕັມເຊວຂອງແອັກໂຊລໍເຕິ້ນອີກດ້ວຍ.[4]

ອ້າງອີງ ດັດແກ້

  1. ຈາກ ITIS.gov
  2. ວິຣະຍຸດ ເລົາຫະຈິນດາ, ວິທະຍາສັດເລືອຄານ ແລະ ສັດເຄິ່ງບົກເຄິ່ງນ້ຳ ໜ້າ 306-313 (ພສ 2552) (ພາສາໄທ) ISBN 978-616-556-016-0
  3. Ashcroft, Frances (2002). Life at the Extremes: The Science of Survival. Berkeley, CA: University of California Press. p. 112. ISBN 978-0520234207
  4. Salamander Discovery Could Lead to Human Limb Regeneration

ແຫຼ່ງຂໍ້ມູນອື່ນ ດັດແກ້