ຈັງຫວັດບຸລີລຳ
|
ຈັງຫວັດບຸລີລຳ ແມ່ນຈັງຫວັດໃນພາກຕາເວັນອອກສຽງເໜືອຕອນລ່າງ ມີຈຳນວນປະຊາກອນຫຼາຍເປັນອັນດັບ 6 ແລະມີພື້ນທີ່ກວ້າງເປັນອັນດັບທີ່ 17 ຂອງປະເທດໄທ ໃນສະໄໝກ່ອນບຸລີລຳເຄີຍເປັນສ່ວນໜຶ່ງຂອງອານາຈັກໂຄດຕະບູນແລະອານາຈັກທະວາຣະວະດີເຄີຍເປັນເມືອງຂຶ້ນກັບເມືອງນະຄອນລາຊະສີມາ
ປະຫວັດ ດັດແກ້
ບຸລີລຳເປັນເມືອງແຫ່ງຄວາມຣື່ນຣົມຕາມຄວາມໝາຍຂອງຊື່ເມືອງທີ່ນ່າຢູ່ສຳລັບທ້ອງຖິ່ນແລະເປັນເມືອງທີ່ນ່າມາເຍືອນສຳລັບຄົນຕ່າງຖິ່ນ ເມືອງປາສາດຫິນໃນເຂດຈັງຫວັດບຸລີລຳມີປາສາດຫິນໃຫຍ່ໜ້ອຍ ອັນໝາຍເຖິງຄວາມຣຸ່ງເຣືອງມາແຕ່ອະດີດ ຈາກການສຶກສາຂອງນັກໂບຮານຄະດີພົບຫຼັກຖານການຢູ່ອາໄສຂອງມະນຸດມາຕັ້ງແຕ່ສະໄໝກ່ອນປະຫວັດສາດສະໄໝທະວາຣະວະດີແລະທີ່ສຳຄັນທີ່ສຸດພົບກະຈາຍຢູ່ທົ່ວໄປໃນຈັງຫວັດບຸລີລຳຫຼາຍຄື ຫຼັກຖານທາງວັດທະນະທຳຂອງຂະເໝນບູຮານເຊິ່ງມີປາສາດອິດ ແລະປາສາດຫິນເປັນຈຳນວນຫຼາຍກວ່າ 60 ແຫ່ງ ຮວມໄດ້ທັ້ງພົບແຫຼ່ງໂບຮານຄະດີທີ່ສຳຄັນຄືເຕົາເຜົາ ພາຊະນະດິນເຜົາ ແລະພາຊະນະດິນເຜົາແບບທີ່ຮຽກວ່າເຄື່ອງຖ້ວຍຂະເໝນເຊິ່ງກຳໜົດອາຍຸໄດ້ປະມານພຸດທະສະຕະວັດທີ່ 15 ເຖິງ 18 ຢູ່ທົ່ວໄປຫຼັງຈາກສະໄໝຂອງວັດທະນະທຳຂອມຫຼືຂະເໝນບູຮານແລ້ວຫຼັກຖານທາງປະຫວັດສາດຂອງຈັງຫວັດບຸລີລຳ ເລິ່ມມີຂຶ້ນອີກຄັ້ງຕອນປາຍສະໄໝກຸງສີອະຍຸທະຍາ ໂດຍປະກົດຊື່ວ່າເປັນເມືອງຂຶ້ນຂອງເມືອງນະຄອນລາຊະສີມາແລະປະກົດຊື່ຕໍ່ມາໃນສະໄໝກຸງທົນບຸລີຮອດສະໄໝກຸງລັດຕະນະໂກສິນວ່າບຸລີລຳມີຖານະເປັນເມືອງໆ ໜຶ່ງຈົນຮອດ ຄ.ສ. 1933 ໄດ້ມີການຈັດລະບຽບລາຊະການບໍລິຫານສ່ວນພາກພື້ນໃໝ່ຈຶ່ງໄດ້ຊື່ເປັນຈັງຫວັດບຸລີລຳມາຈົນຮອດປັດຈຸບັນນີ້ຊື່ເມືອງບຸລີລຳບໍ່ປະກົດໃນເອກະສານປະຫວັດສາດສະໄໝອະຍຸທະຍາແລະທົນບຸລີສະເພາະຊື່ເມືອງອື່ນ ເຊິ່ງປັດຈຸບັນເປັນອຳເພີໃນຈັງຫວັດບຸລີລຳ ໄດ້ແກ່ ເມືອງນາງຮອງ ເມືອງພຸດໄທສົງແລະເມືອງປະໂຄນໄຊ ຄ.ສ. 1776
ລາຊະສະໄໝສົມເດັດພະເຈົ້າຕາກສິນມະຫາລາດກຸງທົນບຸລີ ກົມການເມືອງນະຄອນລາຊະສີມາ ມີໃບຍອກເຂົ້າມາວ່າ ພະຍານາງຮອງຄົບຄິດເປັນກະບົດຮ່ວມກັບເຈົ້າໂອ ເຈົ້າອິນ ແລະອຸປະຮາດເມືອງຈຳປາສັກ ຈຶງໂປດໃຫ້ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ເມື່ອຍັງດຳລົງຕຳແໜ່ງ ເຈົ້າພະຍາຈັກກີເປັນແມ່ທັບໄປປາບຈັບຕົວພະຍານາງຮອງປະຫານຊີວິດແລະສົມທົບເຈົ້າພະຍາສຸລະສີ (ສົມເດັດພະບໍວອນລາດເຈົ້າມະຫາສຸລະສິງຫະນາດ) ຄຸມກອງທັບຫົວເມືອງຝ່າຍເໜືອຍົກໄປຕີເມືອງຈຳປາສັກ ເມືອງໂຂງ ແລະເມືອງອັດຕະປື ໄດ້ທັງ 3 ເມືອງ ປະຫານຊີວິດ ເຈົ້າໂອ ເຈົ້າອິນ ອຸປະຮາດ ເມືອງຈຳປາສັກ ແລ້ວເກ້ຍກ່ອມເມືອງຕ່າງ ໆ ໄກ້ຄຽງໃຫ້ສະຫວາມິພັກ ໄດ້ແກ່ ຂະເໝນປ່າດົງ ຕະລຸງ ສຸລິນ ສັງຂະ ເມືອງຂຸຂັນ ຮວບຮວມຜູ້ຄົນຕັ້ງເມືອງຂຶ້ນໃນເຂດຂອມ ເອິ້ນວ່າ ເມືອງແປະ ແຕ່ງຕັ້ງບຸລີລຳ ແລະໃຫ້ບຸດເຈົ້າເມືອງຜະໄທສະມັນແຫ່ງພຸດໄທສົງເປັນເຈົ້າເມືອງຄົນທຳອິດ
ຕໍ່ມາປະມານ ພ.ສ. 2440-2441 ເມືອງບຸລີລຳໄດ້ກັບໄປຂຶ້ນກັບມົນທົນນະຄອນລາຊະສີມາ ເອິ້ນວ່າ "ບໍລິເວນນາງຮອງ" ປະກອບດ້ວຍ ເມືອງບຸລີລຳ ນາງຮອງ ລັດຕະນະບຸລີ ປະໂຄນໄຊ ແລະພຸດໄທສົງ ພ.ສ. 2442 ມີປະກາດປ່ຽນຊື່ ໃນຄາວນີ້ປ່ຽນຊື່ ບໍລິເວນນາງຮອງແມ່ນ "ເມືອງນາງຮອງ" ມີຖານະແມ່ນ ເມືອງຈັດຕະວາ ຕັ້ງທີ່ວ່າການຢູ່ເມືອງບຸລີລຳ ແຕ່ກາຕຳແໜ່ງແມ່ນກາຜູ້ວ່າການນາງຮອງ ກະຊວງມະຫາດໄທຈຶງໄດ້ປະກາດປ່ຽນຊື່ເມືອງແມ່ນ "ເມືອງບຸລີລຳ" ແລະປ່ຽນກາຕຳແໜ່ງແມ່ນຜູ້ວ່າການເມືອງບຸລີລຳ ຕັ້ງແຕ່ວັນທີ່ 3 ສິງຫາ ພ.ສ. 2444 ເປັນຕົ້ນມາ
ຄ.ສ. 1907 ກະຊວງມະຫາດໄທປັບປຸງຫົວເມືອງໃນພາກຕາເວັນອອກສຽງເໜືອ ໃຫ້ມົນທົນນະຄອນລາຊະສີມາປະກອບດ້ວຍ 3 ເມືອງ 17 ອຳເພີ ຄືເມືອງນະຄອນລາຊະສີມາ 10 ອຳເພີ ເມືອງໄຊຍະພູມ 3 ອຳເພີ ແລະເມືອງບຸລີລຳ 4 ອຳເພີ ຄື
ຕໍ່ມາໄດ້ມີການຕາພະລາຊະບັນຍັດລະບຽບບໍລິຫານແຫ່ງລາຊະອານາຈັກສະຫຍາມ ຄ.ສ. 1933 ຂຶ້ນ ຍຸບມົນທົນນະຄອນລາຊະສີມາ ຈັດລະບຽບບໍລິຫານລາຊະການສ່ວນພາກພື້ນອອກເປັນຈັງຫວັດແລະອຳເພີ ເມືອງບຸລີລຳຈຶງມີຖານະແມ່ນ ຈັງຫວັດບຸລີລຳ ຕັ້ງແຕ່ນັ້ນເປັນຕົ້ນມາ
ສັນຍາລັກປະຈຳຈັງຫວັດ ດັດແກ້
- ອັກສອນຫຍໍ້ຈັງ
ບຣ
- ກາປະຈຳຈັງຫວັດ
ແມ່ນຮູບເທວະດາຮຳແລະປາສາດຫິນ
- ເທວະດາຮຳ ໝາຍເຖິງດິນແຫ່ງເທບພະເຈົ້າຜູ້ສ້າງ ຜູ້ປາບຍຸກເຂັນ ແລະຜູ້ປາສາດສູກ
- ທ່າຮຳ ໝາຍເຖິງຄວາມສຳຮານຊື່ນຊົມຍິນດີ ເຊິ່ງກົງກັບພະຍາງສຸດທ້າຍຂອງຊື່ຈັງຫວັດ
- ປາສາດຫິນ ຄືປາສາດເຂົາພະນົມຮຸ້ງເຊິ່ງມີກຳແພງລ້ອມຮອບ ພາຍໃນທ້ອງພະໂຮງມີເທວະສະຖານ
- ຄຳຂວັນປະຈຳຈັງຫວັດ
ເມືອງປາສາດຫິນ ຖິ່ນພູເຂົາໄຟ ຜ້າໄໝສວຍ ຣວຍວັດທະນະທຳ
— ຄຳຂວັນປະຈຳຈັງຫວັດບຸລີລຳ
- ຄວາມໝາຍຂອງຄຳຂວັນ
- ເມືອງປາສາດຫິນ ໝາຍເຖິງບຸລີລຳມີປາສາດຫິນເຂົາພະນົມຮຸ້ງ ແມ່ນເອກະລັກຂອງຈັງຫວັດ
- ຖິ່ນພູເຂົາໄຟ ໝາຍເຖິງ ບຸລີລຳມີພູເຂົາໄຟທີ່ດັບສະນິດແລ້ວຫຼາຍແຫ່ງ
- ຜ້າໄໝສວຍ ໝາຍເຖິງ ບຸລີລຳມີການທໍຜ້າໄໝຂຶ້ນຊື່ ທີ່ອຳເພີນາໂພ
- ຣວຍວັດທະນະທຳ ໝາຍເຖິງ ບຸລີລຳມີເທດສະການງານປະເພນີທີ່ຮຸ່ງເຮືອງມາຫຼາຍປີ
ຕົ້ນການພຶກ ([Cassia grandis] Error: {{Lang}}: text has italic markup (help))
- ຕົ້ນໄມ້ປະຈຳຈັງຫວັດ
ຕົ້ນແປະ ([Vitex quinata] Error: {{Lang}}: text has italic markup (help))
- ດອກໄມ້ປະຈຳຈັງຫວັດ
ດອກສຸພັນນິກາ ([Cochlospermum regium] Error: {{Lang}}: text has italic markup (help))
- ສັດນ້ຳປະຈຳຫວັດ
ກຸ້ງຝອຍນ້ຳຈືດຊະນິດ [Macrobrachium lanchesteri] Error: {{Lang}}: text has italic markup (help)
- ທຸງປະຈຳຈັງຫວັດ
ທຸງພື້ນສີມ່ວງ-ແສດ ແບ່ງເຄິ່ງຕາມແນວຕັ້ງ ກາງທຸງມໍລະຕາເທບພະຍະດາຟ້ອນຮຳໜ້າປາສາດຫິນພະນົມຮຸ້ງ
ໜ່ວຍການປົກຄອງ ດັດແກ້
ການປົກຄອງສ່ວນພູມິພາກ ດັດແກ້
ການປົກຄອງແບ່ງອອກເປັນ 23 ອຳເພີ 189 ຕຳບົນ 2,212 ໝູ່ບ້ານ ເຊິ່ງອຳເພີທັງ 23 ອຳເພີມີດັງນີ້
ໝາຍເລກ | ອຳເພີ | ປະຊາກອນ (ພ.ສ. 2557) |
ພື້ນທີ່ (ຕລ.ກມ.) |
ຄວາມໜາແໜ້ນ (ຄົນ/ຕລ.ກມ.) |
ລະຫັດໄປສະນີ | |
---|---|---|---|---|---|---|
1 | ອຳເພີເມືອງບຸລີລຳ | 217,715 | 718.235 | 303.12 | 31000 | |
2 | ອຳເພີຄູເມືອງ | 67,420 | 442.000 | 152.53 | 31190 | |
3 | ອຳເພີກະສັງ | 104,949 | 652.700 | 160.79 | 31160 | |
4 | ອຳເພີນາງຮອງ | 112,641 | 769.800 | 146.32 | 31110 | |
5 | ອຳເພີໜອງກີ່ | 69,992 | 385.000 | 181.79 | 31210 | |
6 | ອຳເພີລະຫານຊາຍ | 72,950 | 735.000 | 99.25 | 31170 | |
7 | ອຳເພີປະໂຄນໄຊ | 135,835 | 890.121 | 152.60 | 31140 | |
8 | ອຳເພີບ້ານກວດ | 76,052 | 583.900 | 130.24 | 31180 | |
9 | ອຳເພີພຸດໄທສົງ | 46,738 | 330.000 | 141.63 | 31120 | |
10 | ອຳເພີລຳປາຍມາດ | 134,274 | 802.500 | 167.31 | 31130 | |
11 | ອຳເພີສະຕຶກ | 111,774 | 803.000 | 139.19 | 31150 | |
12 | ອຳເພີປະຄຳ | 45,376 | 296.029 | 153.28 | 31220 | |
13 | ອຳເພີນາໂພ | 33,080 | 255.000 | 129.72 | 31230 | |
14 | ອຳເພີໜອງຫົງ | 49,987 | 335.000 | 149.21 | 31240 | |
15 | ອຳເພີພັບພາໄຊ | 44,293 | 306.670 | 144.43 | 31250 | |
16 | ອຳເພີຫ້ວຍລາດ | 37,216 | 182.120 | 204.34 | 31000 | |
17 | ອຳເພີໂນນສຸວັນ | 24,974 | 189.630 | 131.69 | 31110 | |
18 | ອຳເພີຊຳນິ | 34,825 | 242.000 | 143.90 | 31110 | |
19 | ອຳເພີບ້ານໃໝ່ໄຊຍະພົດ | 27,046 | 175.000 | 154.54 | 31120 | |
20 | ອຳເພີໂນນດິນແດງ | 28,120 | 448.000 | 62.76 | 31260 | |
21 | ອຳເພີບ້ານດ່ານ | 30,908 | 159.100 | 194.26 | 31000 | |
22 | ອຳເພີແຄນດົງ | 32,955 | 298.000 | 110.58 | 31150 | |
23 | ອຳເພີສະເຫຼີມພະກຽດ | 40,128 | 349.690 | 114.75 | 31110, 31170 | |
ຮວມ | 1,579,248 | 10,322.885 | 152.69 |
ການປົກຄອງສ່ວນທ້ອງຖິ່ນ ດັດແກ້
ແບ່ງອອກເປັນ 3 ເທດສະບານເມືອງ 59 ເທດສະບານຕຳບົນ 1 ອົງການບໍລິຫານສ່ວນຈັງຫວັດ ແລະ 146 ອົງການບໍລິຫານສ່ວນຕຳບົນ ໂດຍມີລາຍຊື່ເທດສະບານດັ່ງນີ້
ອຳເພີເມືອງ
ອຳເພີນາງຮອງ ອຳເພີຄູເມືອງ ອຳເພີກະສັງ ອຳເພີໜອງກີ່ ອຳເພີລະຫັນຊາຍ |
ອຳເພີປະໂຄນໄຊ ອຳເພີບ້ານກວດ
ອຳເພີພຸດໄທສົງ ອຳເພີລຳປາຍມາດ ອຳເພີສະຕຶກ ອຳເພີປະຄຳ ອຳເພີນາໂພ |
ອຳເພີໜອງຫົງ ອຳເພີພັບພາໄຊ ອຳເພີຫ້ວຍລາດ ອຳເພີໂນນສຸວັນ ອຳເພີຊຳນິ ອຳເພີບ້ານໃໝ່ໄຊຍະພົດ ອຳເພີໂນນດິນແດງ ອຳເພີບ້ານດ່ານ ອຳເພີແຄນດົງ ອຳເພີສະເຫຼີມພະກຽດ |
ປະຊາກອນໃນຈັງຫວັດ ດັດແກ້
- ໝາຍເຖິງຈຳນວນປະຊາກອນໄດ້ເພີ່ມຂຶ້ນເມື່ອທຽບກັບປີກ່ອນ
- ໝາຍເຖີງຈຳນວນປະຊາກອນໄດ້ລົດລົງເມື່ອທຽບກັບປີກ່ອນ
ອັນດັບ (ປີຫຼ້າສຸດ) |
ອຳເພີໃນຈັງຫວັດບຸລີລຳ | ຄ.ສ. 2015[1] | ຄ.ສ 2014[2] | ຄ.ສ. 2013[3] | ຄ.ສ. 2012[4] | ຄ.ສ. 2011[5] | ຄ.ສ. 2010[6] | ຄ.ສ. 2009[7] | ຄ.ສ. 2008[8] | |
---|---|---|---|---|---|---|---|---|---|---|
1 | ເມືອງບຸລີລຳ | 218,802 | 217,715 | 215,379 | 214,142 | 212,489 | 210,785 | 209,286 | 207,850 | |
2 | ປະໂຄນໄຊ | 138,232 | 135,835 | 135,516 | 134,999 | 134,367 | 134,052 | 133,389 | 133,190 | |
3 | ລຳປາຍມາດ | 134,414 | 134,274 | 134,168 | 133,900 | 133,331 | 132,934 | 132,566 | 132,311 | |
4 | ນາງຮອງ | 113,005 | 112,641 | 112,198 | 111,720 | 111,175 | 110,930 | 110,412 | 110,076 | |
5 | ສະຕຶກ | 112,258 | 111,774 | 111,519 | 111,165 | 110,513 | 110,275 | 110,038 | 110,228 | |
6 | ກະສັງ | 105,290 | 104,949 | 104,709 | 104,335 | 104,032 | 103,757 | 103,435 | 103,159 | |
7 | ບ້ານກວດ | 76,512 | 76,052 | 75,655 | 75,086 | 74,526 | 74,215 | 73,745 | 73,208 | |
8 | ລະຫານຊາຍ | 73,339 | 72,950 | 72,744 | 72,161 | 71,742 | 71,364 | 70,888 | 70,825 | |
9 | ໜອງກີ່ | 70,258 | 69,992 | 69,823 | 69,631 | 69,333 | 69,324 | 68,906 | 68,584 | |
10 | ຄູເມືອງ | 67,633 | 67,420 | 67,219 | 66,927 | 66,717 | 66,655 | 66,715 | 66,464 | |
11 | ໜອງຫົງ | 50,047 | 49,987 | 49,893 | 49,705 | 49,411 | 49,286 | 49,110 | 48,759 | |
12 | ພຸດໄທສົງ | 46,639 | 46,738 | 46,695 | 46,652 | 46,589 | 46,503 | 46,381 | 46,367 | |
13 | ປະຄຳ | 45,580 | 45,376 | 45,189 | 44,964 | 44,678 | 44,443 | 44,220 | 44,055 | |
14 | ພັບພາໄຊ | 44,468 | 44,293 | 44,041 | 43,811 | 43,551 | 43,315 | 43,088 | 43,056 | |
15 | ສະເຫຼີມພະກຽດ | 40,272 | 40,128 | 40,030 | 39,975 | 39,951 | 39,918 | 39,841 | 39,855 | |
16 | ຫ້ວຍລາດ | 37,349 | 37,216 | 37,053 | 36,770 | 36,639 | 36,451 | 36,328 | 36,125 | |
17 | ຊຳນິ | 35,091 | 34,825 | 34,709 | 34,477 | 34,386 | 34,270 | 34,027 | 33,849 | |
18 | ນາໂພ | 33,027 | 33,080 | 33,175 | 33,108 | 33,095 | 33,187 | 33,136 | 33,032 | |
19 | ແຄນດົງ | 33,009 | 32,955 | 32,904 | 32,818 | 32,575 | 32,530 | 32,380 | 32,302 | |
20 | ບ້ານດ່ານ | 31,053 | 30,908 | 30,931 | 30,802 | 30,735 | 30,729 | 30,597 | 30,598 | |
21 | ໂນນດິນແດງ | 28,206 | 28,120 | 28,043 | 27,908 | 27,723 | 27,487 | 27,151 | 26,925 | |
22 | ບ້ານໃໝ່ໄຊຍະພົດ | 27,090 | 27,046 | 27,065 | 27,077 | 27,091 | 27,107 | 27,062 | 26,975 | |
23 | ໂນນສຸວັນ | 25,087 | 24,974 | 24,780 | 24,607 | 24,436 | 24,248 | 24,083 | 23,857 | |
— | ຮວມ | 1,584,661 | 1,579,248 | 1,573,438 | 1,566,740 | 1,559,085 | 1,553,765 | 1,546,784 | 1,541,650 |
ບ່ອນຕັ້ງແລະອານາເຂດ ດັດແກ້
ລັກສະນະພູມມິສາດ ດັດແກ້
ຈັງຫວັດບຸລີລຳ ຕັ້ງຢູ່ໃນພາກຕາເວັນອອກສຽງເໜືອຕອນລຸ່ມຂອງປະເທດໄທ ລະຫວ່າງເສັ້ນຮຸ້ງທີ 14 ອົງສາ 15 ລິບດາເໜືອກັບ 15 ອົງສາ 45 ລິບດາເໜືອ ເສັ້ນແວງທີ 102 ອົງສາ 30 ລິບດາກັບ 103 ອົງສາ 45 ລິບດາຕາເວັນອອກ ຫ່າງຈາກບາງກອກໂດຍທາງລົດຍົນປະມານ 412 ກິໂລແມັດ ທາງລົດໄຟປະມານ 376 ກິໂລແມັດ ມີອານາເຂດຕິດຕໍ່ກັບຈັງຫວັດແລະປະເທດໄກ້ຄຽງດັ່ງນີ້
- ທິດເໜືອ ຕິດຕໍ່ກັບຈັງຫວັດຂອນແກ່ນ ຈັງຫວັດມະຫາສາລະຄາມ ແລະຈັງຫວັດສຸລິນ
- ທິດຕາເວັນອອກ ຕິດຕໍ່ກັບຈັງຫວັດສຸລິນ
- ທິດໃຕ້ ຕິດຕໍ່ກັບຈັງຫວັດສະແກ້ວ ແລະປະເທດກຳປູເຈຍ
- ທິດຕາເວັນຕົກ ຕິດຕໍ່ກັບຈັງຫວັດນະຄອນລາຊະສີມາ
ຈັງຫວັດບຸລີລຳ ມີເນື້ອທີ່ຮວມ 10,322,885 ຕາລາງກິໂລແມັດ ຫຼື 6,451,178,125 ໄຣ່ ຄິດເປັນຮ້ອຍລະ 6.11 ຂອງພື້ນທີ່ພາກຕາເວັນອອກສຽງເໜືອ ແລະຮ້ອຍລະ 2.01 ຂອງພື້ນທີ່ປະເທດ
ອ້າງອິງ ດັດແກ້
- ↑ กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2557." [ออนไลน์]. เข้าถึงได้จาก: http://stat.bora.dopa.go.th/stat/pk/pk_57.pdf 2558. สืบค้น 1 มีนาคม 2558.
- ↑ กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2557." [ออนไลน์]. เข้าถึงได้จาก: http://stat.bora.dopa.go.th/stat/pk/pk_57.pdf 2558. สืบค้น 1 มีนาคม 2558.
- ↑ ราชกิจจานุเบกษา, ประกาศสำนักทะเบียนกลาง เรื่อง จำนวนราษฎรทั่วราชอาณาจักร แยกเนกรุงเทพมหานครและจังหวัดต่างๆ ตามหลักฐานการทะเบียนราษฎร ณ วันที่ ๓๑ ธันวาคม ๒๕๕๖, เล่ม ๑๓๑, ตอน ๔๑ ง , ๔ มีนาคม พ.ศ. ๒๕๕๗, หน้า ๑
- ↑ กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2555." [ออนไลน์]. เข้าถึงได้จาก: http://stat.bora.dopa.go.th/stat/y_stat55.html 2555. สืบค้น 3 เมษายน 2556.
- ↑ กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2554." [ออนไลน์]. เข้าถึงได้จาก: http://stat.bora.dopa.go.th/stat/y_stat54.html 2555. สืบค้น 6 เมษายน 2555.
- ↑ กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2553." [ออนไลน์]. เข้าถึงได้จาก: http://stat.dopa.go.th/stat/y_stat53.html 2553. สืบค้น 30 มกราคม 2554.
- ↑ กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2552."203.113.86.149/stat/y_stat.htmlสืบค้น 30 มีนาคม 2553
- ↑ กรมการปกครอง. กระทรวงมหาดไทย. "ประกาศสำนักทะเบียนกลาง กรมการปกครอง เรื่อง จำนวนราษฎรทั่วราชอาณาจักร แยกเป็นกรุงเทพมหานครและจังหวัดต่าง ๆ ตามหลักฐานการทะเบียนราษฎร ณ วันที่ 31 ธันวาคม 2551." [ออนไลน์]. เข้าถึงได้จาก: http://www.dopa.go.th/stat/y_stat51.html Archived 2012-07-30 at archive.today 2552. สืบค้น 30 มกราคม 2552.