ການຖ່າຍຮູບ (ຄຳເຄົ້າ: ກາຣຖ່າຍຮູປ[1]) ແມ່ນການບັນທຶກເອົາພາບເຫດການຕ່າງໆນັ້ນໄວ້ດ້ວຍເຄື່ອງມືທາງວິທະຍາສາດທີ່ເອີ້ນກັນ ແລະ ເປັນທີ່ຮູ້ຈັກວ່າ ກ້ອງບັນທຶກພາບ(ກ້ອງຖ່າຍຮູບ),ຊື່ງປະຈຸບັນນີ້ ມີສອງແບບຄື: ແບບໃຊ້ຟີມ ແລະ ແບບດີຊີຕານ. ຫຼັກການເຮັດວຽກຂອງກ້ອງທັງສອງແບບນີ້ແມ່ນອາໃສຫຼັກການຂອງການສະທ້ອນແສງຈາກວັດຖຸທີ່ຕ້ອງການບັນທຶກພາບ ກັບຄືນເຂົ້າໄປຫາເລນຂອງກ້ອງຖ້າເປັນກ້ອງແບບໃຊ້ໃຊ້ຟີມແສງດັ່ງກ່າວກໍ່ ຈະໄປທຳປະຕິກິຍາທາງເຄມີກັບຟີມແລ້ວຖືກເກັບໄວ້ໃນຟີມ, ສ່ວນກ້ອງແບບດີຊີຕານແສງດັ່ງກ່າວຈະຖືກວັດຂະໜາດແລະປະລິມານຄວາມເຂັ້ມຂອງແສງແລ້ວຈະຖືກແປງເປັນຮູບຂອງສັນຍານໄຟຟ້າແລ້ວຖືກເກັບໄວ້ ໃນໜ່ວຍຄວາມຈຳຂອງກ້ອງ.

ກ້ອງຖ່າຍຮູບ

ອ້າງອີງ ດັດແກ້

  1. ສົມຈິຕ ພັນລັກ. (2012) ພາສາລາວລ້ານຊ້າງ ກ່ອນປີ ພ.ສ 2478; ຄ.ສ 1935 ສະບັບຄົ້ນຄວ້າ. ສົມມະນາ ການພິມ ສປປ ລາວ.