ການຄາດຫວັງແບບດັດສົມ
ໃນ ເສດຖະສາດ, ການຄາດຫວັງແບບດັດສົມ ໝາຍເຖິງ ການທີ່ຜູ້ຄົນທຳການຄາດຄະເນ ສິ່ງທີ່ຈະເກີດຂຶ້ນໃນອານາຄົດ ໂດຍ ສິ່ງທີ່ເກີດຂຶ້ນໃນອາດີດ. ຕົວຢ່າງ, ຖ້າ ອັດຕາເງິນເຟີ້ສູງກ່ວາທີ່ໄດ້ຄາດໄວ້ ໃນ ອາດີດ, ຜູ້ຄົນກໍ່ຈະດັດປ່ຽນ ການຄາດຫວັງ ຂອງ ຕົນໃນອານາຄົດ.
ທິດສະດີການຄາດຫວັງແບບດັດສົມ ສາມາດສະແດງເປັນສົມຜົນ ດັ່ງລຸ່ມນີ້, ໂດຍທີ່ ອັດຕາເງິນເຟີ້ປີໜ້າ ທີ່ ພວມຖືກຄາດຫວັງໄວ້ໃນປີນີ້; ແມ່ນ ອັດຕາເງິນເຟີ້ປີນີ້ ທີ່ ຖືກຄາດຫວັງໄວ້ໃນປີກາຍ; ແລະ ແມ່ນ ອັດຕາເງິນເຟີ້ຕົວຈິງ ໃນປີນີ້ (ໃນນີ້ ຈະມີຄ່າ ແຕ່ 0 ຫາ 1):
ຫຼື
- ທີ່ ແມ່ນ ການຄິດໄລ່ ອັດຕາເງິນເຟີ້ຄາດຫວັງໃນປີນີ້ ໂດຍ ອັດຕາເງິນເຟີ້ຄາດຫວັງ ໃນ ປີທີ່ n ທີ່ຜ່ານມາ ແລະ ອັດຕາເງິນເຟີ້ຕົວຈິງ ໃນ ທຸກໆປີຕັ້ງແຕ່ປີ n.
ຊິເຫັນໄດ້ແຈ້ງວ່າ ການຄາດຫວັງແບບດັດສົມນີ້ ໃນຕົວຈິງແລ້ວ ໝາຍເຖິງການຄາດຫວັງດັດສົມແບບຢ້ອນຫຼັງ ທີ່ ຄຳນຶງສະເພາະສິ່ງທີ່ເກີດຂຶ້ນໃນອາດີດ. ອັນນີ້ສົ່ງຜົນໃຫ້ ນັກເສດຖະສາດ ເຊັ່ນ ທ່ານ ຈອນ ມຸດທ໌ (John Muth) ພະຍາຍາມຊອກຫາວິທີທາງໃນການ ຄິດໄລ່ການຄາດຄະເນໃໝ່ ເຊັ່ນ ການຄາດຫວັງປົກກະຕິ.