ໄກສອນ ພົມວິຫານ: Difference between revisions

Content deleted Content added
No edit summary
ຂໍ້ມູນບໍ່ຊັດເຈນໄດ້ລຶບອອກ
ແຖວ 30:
 
== ປະຫວັດ ==
ທ່ານ ໄກສອນ ພົມວິຫານ ຫຼື Nguyen Cai Song ເປັນ ບຸດຂອງ ທ້າວລ້ວນ ຫຼື Nguyen Tri Loan,ເຊີ່ງ ເປັນລັດຖະກອນແປພາສາ ທີ່ສຳນັກງານຜູ້ສຳເລັດຣາຊະການຝຣັ່ງ ປະຈຳແຂວງສະຫວັນນະເຂດ ເປັນ ຄົນລາວ ເສື້ອສາຍຫວຽດນາມ ທີ່ມີຄວາມຮັກຫອມປະເທດຊາດ ກັບ,ແມ່ຊື່ ນາງດົກ ແມ່ຄົນລາວ.ທ່ານ ເກີດທີ່ບ້ານ ນາແຊງ ເມືອງຄັນທະບູລີ (ເມືອງໄກສອນ ພົມວິຫານ) ແຂວງສະຫວັນນະເຂດ ສປປ ລາວ ມີນ້ອງສາວ 2 ຄົນຄື: ນາງສະຫວັນທອງ ແລະ ນາງແກ້ວມະນີ ເມື່ອອາຍຸ 7 ປີໄດ້ເຂົ້າໂຮງຮຽນປະຖົມພາສາລາວ ທີ່ບ້ານເໜືອ(ປັດຈຸບັນແມ່ນ ບ້ານໄຊຍະພູມ) ຕໍ່ມາເຂົ້າໂຮງຮຽນປະຖົມພາສາຝຣັ່ງທີ່ ບ້ານໃຕ້(ບ້ານທ່າແຮ່) ເມື່ອຮຽນຈົບຊັ້ນປະຖົມ ເມື່ອປີ ຄ.ສ 1934 ໄດ້ເຂົ້າຮຽນທີ່ໂຮງຮຽນ ວິທະຍາໄລໂປເຕັກໂຕຣາ (Lyceé du Protectorat) ທີ່ ຮ່າໂນ້ຍ ປະເທດຫວຽດນາມ ເມື່ອຮຽນຈົບວິທະຍາໄລ ໃນປີ ຄ.ສ 1942 ໄດ້ເສັງເຂົ້າຮຽນມະຫາວິທະຍາໄລ ໃນສາຂາວິຊາການແພດ ຕາມຄຳແນະນຳຂອງພໍ່ ແຕ່ເມື່ອໄດ້ຮຽນ ຍ້ອນວິຊາດັ່ງກ່າວບໍ່ຖືກກັບຄວາມມັກຂອງເພິ່ນ ຈຶ່ງໄດ້ປ່ຽນມາຮຽນ ວິຊາກົດໝາຍແທນ. ​​
 
ການຮຽນວິຊາກົດໝາຍ ເຮັດໃຫ້ທ່ານໄດ້ຮຽນຮູ້ກົນໄກການປົກຄອງແບບຫົວເມືອງຂື້ນຂອງຝຣັ່ງ ໄດ້ຮຽນຮູ້ກ່ຽວກັບຂະບວນການຕໍ່ສູ້ຂອງນັກຮຽນນັກສຶກສາ ທີ່ຮັກຊາດຕ້ານລັດທິລ່າເມືອງຂື້ນ ໃນຊ່ວງນັ້ນ ຂະບວນການຫວຽດມິນ ພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ ໂດຍປະທານ ໂຮຈິມິນ ທ່ານໄກສອນໄດ້ສຶກສາເອກະສານສ່ິງພິມ ທີ່ເປັນສຽງຂອງພັກກອມມູນິດອິນດູຈີນ ລວມທັງເອກະສານອື່ນໆ ເຊັ່ນ: ເລີ ຕຣາວາຍ (Le Travail), ໜັງສືທິດສະດີປະຕິວັດ ເຊິ່ງໃນນັ້ນລວມທັງມະຕິຂອງກອງປະຊຸມສາກົນກອມມູນິດ ປີ ຄ.ສ 1919 ແລະ ໜັງສືອື່ນໆ ກ່ຽວກັບສະຫະພາບໂຊວຽດ