ສີນ: Difference between revisions

Content deleted Content added
ແຖວ 24:
==ປາຣະຊຶກ ໔==
 
#'''໑. ພິກຂຸເສບເມຖຸນຕ້ອງອາບັດປາຣະຊິກ (ພິກຂຸເສບສັງວາດກັບທັງຄົນ ແລະ ສັດ)'''
#'''໒. ພິກຂຸລັກຊັບ(ມີມູນຄ່າ ໕ ມາສົກຂື້ນໄປ- ໕ ມາສົກເທົ່າກັບ ໕ ບາດ -ປະມານ ໒໐໐໐ ກີບ)'''
#'''໓. ພິກຂຸຂ້າຄົນໃຫ້ຕາຍ'''
#'''໔. ພິກຂຸອວດອຸດຕະຣິມະນຸດສະທັມ (ທັມທີ່ບໍ່ມີໃນຕົນ ເຊັ່ນອວດວ່າຕົນເອງເປັນຜູ້ວິເສສ ເປັນຜູ້ໄດ້ບັນລຸ ຊານ ເປັນຜູ້ຫລຸດພົ້ນແລ້ວ ເຖິງແມ່ນວ່າໄດ້ແທ້ກໍ່ບໍ່ໃຫ້ອວດ ຖ້າໂອ້ອວດຕ້ອງອາບັດປາຣະຊຶກ)'''
 
ພິກຂຸໃດທີ່ລວ່ງລະເມິດສິກຂາບົດປາຣະຊຶກນີ້ ເມື່ອຕ້ອງຂໍ້ໃດຂໍ້ໜຶ່ງ ເຂົ້າແລ້ວກໍ່ຈະຂາດຈາກຄວາມເປັນ ພຣະສົງ ໂດຍອັດຕະໂນມັດ ເຖິງແມ່ນວ່າຈະບໍ່ມີໃຜເຫັນນຳກໍ່ຕາມ ທ່ານປຽບເໝືອນ ການເດັດໃບໄມ້ ແລ້ວເອົາໄປຕໍ່ຄືນບໍ່ໄດ້ ຫລືປຽບເໝືອນກົກຕານປາຍກຸດ ເມື່ອຖືກຕັດແລ້ວ ກໍ່ຈະບໍ່ມີໂອກາດປົ່ງຍອດ ໃຫ້ງອກງາມໄດ້. ແລະ ການຜິດສີນຂອງພຣະສົງນີ້ ບໍ່ຄືຜິດກົດໝາຍບ້ານເມືອງ ທີ່ວ່າຈະຕ້ອງມີຕຳ ຫລວດມາຈັບ ມີຄົນມາຟ້ອງ ຂື້ນສານ ແຕ່ບໍ່ກ່ຽວກັບວ່າຕ້ອງຫລິ້ນເສັ້ນເຫລັ້ນສາຍ ເອົາຜູ້ກະທຳຜິດເອົາໄວ້ ເຖິງແມ່ນວ່າຈະມີຄົນເອົາຜູ້ລວ່ງລະເມີດເອົາໄວ້ກໍ່ບໍ່ມີຜົນສັກສິດຢູ່ໄດ້ ເພາະວ່າຜູ້ຜິດບໍ່ສາມາດ ຕໍ່ລອງຕໍ່ກົດ ແຫ່ງກັມ ແລະ ຜູ້ທີ່ເອົາໄວ້ກໍ່ຜິດໄປຕາມໆກັນອີກ ເພາະວ່າມັນເປັນກົດເກດສາກົນ ທີ່ເປັນການໄດ້ຮັບໂທດ ໂດຍທຳມະຊາດ ອາດຈະເວົ້າໄດ້ວ່າ ເປັນກົດແຫ່ງກັມ ທີ່ບໍ່ອາດສາມາດ ຫລີກລຽງໄດ້. ມີການພິສູດ ຢູ່ບ່ອນ ວ່າ ຜູ້ລວ່ງລະເມີດຕ້ອງ ຂາດຈາກຄວາມເປັນພຣະສົງ ແລະ ທັງຮຸນຮ້າຍກວ່າ ພໍ່ອອກແມ່ອອກ ທຳມະດາຜູ້ບໍ່ເຄີຍບວດອີກ ຄືເມື່ອໄປປະຕິບັດທັມ ເຖິງແມ່ນວ່າຈະປະຕິບັດເຄັ່ງຄັດພຽງໃດ ປະຕິບັດ ຫລາຍມື້ ຫລືແມ່ນແຕ່ຕລອດຊາດນີ້ ກໍ່ບໍ່ມີໂອກາດໄດ້ບັນລຸທັມວິເສດໄດ້ ແລະ ເມື່ອສິກຂາອອກໄປແລ້ວ ກັບມາບວດເປັນຄູບາອີກກໍ່ບໍ່ໄດ້ ເຖິງແມ່ນວ່າ ຄົນອື່ນຈະບໍ່ຮູ້ວ່າຕົນເອງເຄີຍຜິດສີລຂໍ້ປາຣະຊຶກ ນີ້ກໍ່ຕາມ ການບວດຄັ້ງໃໝ່ ກໍ່ບໍ່ຕ່າງຫຍັງ ກັບເອົາຜ້າເຫລືອງໄປຫົ່ມຕໍລ້າໆ.
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ສີນ"