ສີນ: Difference between revisions

Content deleted Content added
ໃສ່ເລກຫົວຂໍ້ໃໝ
No edit summary
ແຖວ 1:
 
{{template:ຂະຫຍາຍ}}
'''ສີລ''' ຄືເຈຕະນາທີ່ຈະງົດເວັ້ນຈາກຄວາມຊົ່ວ ຫລື ທຸຈຣິຕ ທ່ານພຸດທະໂຄສະນຳເອົາຄຳຂອງພຣະສາຣີບຸຕໃນປະຕິສັມພິທາມັຄຄ໌ອະທິບາຍ ຄື ເຈຕະນາ, ເຈຕະສິກ, ຄວາມຣະວັງ ແລະການບໍ່ລວ່ງລະເມີດຂໍ້ຫ້າມ ແລ້ວອະທິບາຍວ່າ ການງົດເວັ້ນຈາກກາຣທຸຈຣິຕ ໓ ຊື່ວ່າເຈຕະສິກສີລ ຄວາມລະວັງຫລືສັງວອນນັ້ນທ່ານແບ່ງອອກເປັນ ໕ ຄື:
 
ແຖວ 8:
# '''ວິຣິຍະສັງວອນ''' ລະວັງກີດກັນບາບດ້ວຍຄວາມພຽນພະຍາຍາມ
 
ຄຳວ່າ “ສີລ” ແປວ່າ ຄວາມປົກກະຕິທາງກາຍ, ວາຈາ ແລະ ໃຈ ໝາຍຄວາມວ່າຄວາມປົກກະຕິທາງພາຍໃນ ແລະ ນອກ . ສີລ ມີຫລາຍປະເພດ ຄື ສີລ ໕ ສຳຫລັບຄະຣາວາດ, ສີລ ໘ ໝາຍເຖິງອຸໂປສົດສີລ ພໍ່ອອກ ແມ່ອອກກໍ່ປະຕິບັດໄດ້ ສວ່ນໃຫຍ່ຈະນິຍົມກັນຮັກສາໃນມື້ວັນສີລໃຫຍ່ ຫລືບາງຄົນກໍ່ຮັກສາຕລອດ ເວລາຍາວນານ ໂດຍສະເພາະແມ່ນຢູ່ໃນສຳນັກວິປັສສນາ ແລະ ກໍ່ຍັງເປັນສີລທີ່ແມ່ຂາວ ຖືປະຕິບັດນຳອີກ. ສີລ ໑໐ ເປັນສີລຂອງສາມະເນນ, ສີລ ໒໒໗ ເປັນສີລຂອງພຣະສົງ ແລະ ສີລ ໓໑໑ ຂອງພິກຂຸນີເຊິ່ງໃນພຣະພຸດທະສາສນາຝ່າຍເຖຣະວາດ ພິກຂຸນີໄດ້ໝົດໄປແລ້ວຫລັງຈາກທີ່ພຣະພຸດທະ ສາສນາລ່ວງມາໄດ້໕໐໐ ປີ ແຕ່ຕອນນີ້ກໍ່ໄດ້ມີການຟື້ນຟູຂື້ນຢູ່ປະເທດສີລັງກາ ແລະ ໃນໄທກໍ່ມີພິກຂຸນີ ອົງໜຶ່ງຄື ພິກຂຸນີ ທັມມະນັນທະ ຜູ້ທີ່ໄດ້ໄປອຸປະສົມບົດຢູ່ປະເທດສີລັງກາ.
[[cs:Šíla]]
 
[[da:Sila]]
==ໃນຈຳນວນສີລ ໒໒໗ ຂໍ້ ໄດ້ມີການແບ່ງອອກເປັນໝວດຄື: ==
[[de:Silas (Buddhismus)]]
 
[[en:Sila]]
# '''໑. ປາຣາຊຶກ ໔'''
[[no:Sila]]
# '''໒. ສັງຄາທິເສສ ໑໓'''
[[th:ศีล]]
# '''໓. ອະນິຍົດ ໒'''
[[vi:Giới]]
# '''໔. ນິດສັກຄີປາຈິຕຕີ ໓໐'''
# '''໕. ປາຈິດຕີ ໙໒'''
# '''໖. ປະຕິເທສະນີຍະ ໔'''
# '''໗. ເສຂີຍະວັດ ໗໕ '''
# '''໘. ອະທິກະຣະນະສະມະຖະ ໗'''
 
ໃນທີ່ນີ້ຈະຂໍກ່າວແຕ່ບາງສວ່ນຂອງສີລພໍໃຫ້ທ່ານໄດ້ສຶກສາ ສວ່ນຂໍ້ອື່ນນັ້ນຂໍໃຫ້ໄປສຶກສາຕື່ມເອງ.
 
==ປາຣະຊຶກ ໔==
 
# '''໑. ພິກຂຸເສບເມຖຸນຕ້ອງອາບັດປາຣະຊິກ (ພິກຂຸເສບສັງວາດກັບທັງຄົນ ແລະ ສັດ)'''
# '''໒. ພິກຂຸລັກຊັບ(ມີມູນຄ່າ ໕ ມາສົກຂື້ນໄປ- ໕ ມາສົກເທົ່າກັບ ໕ ບາດ -ປະມານ ໒໐໐ ກີບ)'''
# '''໓. ພິກຂຸຂ້າຄົນໃຫ້ຕາຍ'''
# '''໔. ພິກຂຸອວດອຸດຕະຣິມະນຸດສະທັມ (ທັມທີ່ບໍ່ມີໃນຕົນ ເຊັ່ນອວດວ່າຕົນເອງເປັນຜູ້ວິເສສ ເປັນຜູ້ໄດ້ບັນລຸ ຊານ ເປັນຜູ້ຫລຸດພົ້ນແລ້ວ ເຖິງແມ່ນວ່າໄດ້ແທ້ກໍ່ບໍ່ໃຫ້ອວດ ຖ້າໂອ້ອວດຕ້ອງອາບັດປາຣະຊຶກ)'''
 
ພິກຂຸໃດທີ່ລວ່ງລະເມິດສິກຂາບົດປາຣະຊຶກນີ້ ເມື່ອຕ້ອງຂໍ້ໃດຂໍ້ໜຶ່ງ ເຂົ້າແລ້ວກໍ່ຈະຂາດຈາກຄວາມເປັນ ພຣະສົງ ໂດຍອັດຕະໂນມັດ ເຖິງແມ່ນວ່າຈະບໍ່ມີໃຜເຫັນນຳກໍ່ຕາມ ທ່ານປຽບເໝືອນ ການເດັດໃບໄມ້ ແລ້ວເອົາໄປຕໍ່ຄືນບໍ່ໄດ້ ຫລືປຽບເໝືອນກົກຕານປາຍກຸດ ເມື່ອຖືກຕັດແລ້ວ ກໍ່ຈະບໍ່ມີໂອກາດປົ່ງຍອດ ໃຫ້ງອກງາມໄດ້. ແລະ ການຜິດສີນຂອງພຣະສົງນີ້ ບໍ່ຄືຜິດກົດໝາຍບ້ານເມືອງ ທີ່ວ່າຈະຕ້ອງມີຕຳ ຫລວດມາຈັບ ມີຄົນມາຟ້ອງ ຂື້ນສານ ແຕ່ບໍ່ກ່ຽວກັບວ່າຕ້ອງຫລິ້ນເສັ້ນເຫລັ້ນສາຍ ເອົາຜູ້ກະທຳຜິດເອົາໄວ້ ເຖິງແມ່ນວ່າຈະມີຄົນເອົາຜູ້ລວ່ງລະເມີດເອົາໄວ້ກໍ່ບໍ່ມີຜົນສັກສິດຢູ່ໄດ້ ເພາະວ່າຜູ້ຜິດບໍ່ສາມາດ ຕໍ່ລອງຕໍ່ກົດ ແຫ່ງກັມ ແລະ ຜູ້ທີ່ເອົາໄວ້ກໍ່ຜິດໄປຕາມໆກັນອີກ ເພາະວ່າມັນເປັນກົດເກດສາກົນ ທີ່ເປັນການໄດ້ຮັບໂທດ ໂດຍທຳມະຊາດ ອາດຈະເວົ້າໄດ້ວ່າ ເປັນກົດແຫ່ງກັມ ທີ່ບໍ່ອາດສາມາດ ຫລີກລຽງໄດ້. ມີການພິສູດ ຢູ່ບ່ອນ ວ່າ ຜູ້ລວ່ງລະເມີດຕ້ອງ ຂາດຈາກຄວາມເປັນພຣະສົງ ແລະ ທັງຮຸນຮ້າຍກວ່າ ພໍ່ອອກແມ່ອອກ ທຳມະດາຜູ້ບໍ່ເຄີຍບວດອີກ ຄືເມື່ອໄປປະຕິບັດທັມ ເຖິງແມ່ນວ່າຈະປະຕິບັດເຄັ່ງຄັດພຽງໃດ ປະຕິບັດ ຫລາຍມື້ ຫລືແມ່ນແຕ່ຕລອດຊາດນີ້ ກໍ່ບໍ່ມີໂອກາດໄດ້ບັນລຸທັມວິເສດໄດ້ ແລະ ເມື່ອສິກຂາອອກໄປແລ້ວ ກັບມາບວດເປັນຄູບາອີກກໍ່ບໍ່ໄດ້ ເຖິງແມ່ນວ່າ ຄົນອື່ນຈະບໍ່ຮູ້ວ່າຕົນເອງເຄີຍຜິດສີລຂໍ້ປາຣະຊຶກ ນີ້ກໍ່ຕາມ ການບວດຄັ້ງໃໝ່ ກໍ່ບໍ່ຕ່າງຫຍັງ ກັບເອົາຜ້າເຫລືອງໄປຫົ່ມຕໍລ້າໆ.
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ສີນ"