ວັດທະນະທຳ: Difference between revisions

Content deleted Content added
No edit summary
No edit summary
ແຖວ 22:
 
== ເຄົ້າສັບ ==
ຄຳວ່າ ວັດທະນະທຳ ປະກອບດ້ວຍຄຳວ່າ ວັດທະນະ ແລະ ທຳ. ວັດທະນະ ມາຈາກ[[ພາສາປາລີ]]<ref>Pali Text Society, London. The Pali Text Society's Pali-English dictionary. Chipstead, 1921-1925.</ref> ແມ່ນ ວັທທະນະ (vaḍḍhana) ແປວ່າ ຄວາມຈະເລີນງອກງາມ ເຊິ່ງກົງຂ້າມກັບຄຳວ່າ ຫາຍະນະ (hāyana) ສ່ວນຄຳວ່າ ທຳ ກໍມາຈາກພາສາປາລີ ແມ່ນ ທັມມະ (dhamma) ແປວ່າ ຫຼັກເກນ ຫຼື ຄວາມດີ ແຕ່ກໍມີຄວາມໝາຍອື່ນໆ ຕື່ມອີກນຳ. ສະນັ້ນ ຄຳວ່າ ວັດທະນະທຳ ຖ້າແປຕາມຕົວອັກສອນ ຈະແປວ່າ ຫຼັກເກນແຫ່ງຄວາມງອກງາມ ຫຼື ຫຼັກເກນທີ່ເຮັດໃຫ້ຈະເລີນ ຫຼື ສິ່ງທີ່ເຮັດໃຫ້ຈະເລີນ.
 
ວັດທະນະທຳໃນພາສາອື່ນອາດມີເຄົ້າສັບກ່ຽວກັບການເພາະປູກຫຼືປູກຝັງ ເຊັ່ນ ພາສາຕ່າງ ໆ ໃນ[[ທະວີບເອີລົບ|ເອີລົບ]] ໄດ້ແກ່ ຄຳວ່າ culture ໃນ[[ພາສາອັງກິດ]]ແລະ[[ພາສາຝະລັ່ງ|ຝະລັ່ງ]] ຫຼື ຄຳວ່າ Kultur ໃນ[[ພາສາເຢຍລະມັນ]] ເຊິ່ງທັງໝົດນີ້ມີເຄົ້າມາຈາກຄຳວ່າ colere ໃນ[[ພາສາລາແຕັງ]] ແປວ່າ ລ້ຽງດູ ຫຼື ປູກຝັງ. ພາສາອື່ນທີ່ບໍ່ໄດ້ມາຈາກເອີລົບທີ່ມີເຄົ້າສັບກ່ຽວກັບການປູກຝັງ ໄດ້ແກ່ [[ພາສາຂະເໝນ]] ແມ່ນ វប្បធម៌ (ວັບປະທຳ) ອັນປະກອບດ້ວຍ ວັບປະ ແລະ ທຳ. ຄຳວ່າ ວັບປະ ມາຈາກພາສາປາລີ ແປວ່າ ການຫວ່ານພືດ (ວັປປະ, vappa) ສ່ວນ ທຳ ມີເຄົ້າເໝືອນຄຳວ່າ ທຳ ໃນພາສາລາວ ຄື ທັມມະ.
ດຶງຂໍ້ມູນຈາກ "https://lo.wikipedia.org/wiki/ວັດທະນະທຳ"